ການໃຊ້ຄຳສັ່ງ apt-get ເພື່ອຕິດຕັ້ງ package
ຄຳສັ່ງ apt-get ຄືຄຳສັ່ງເອີ້ນຫາ ໄຟສ .deb ອາດຄືກັນກັບ dpkg ຫລັກການເຮັດວຽກຄືລະບຸໄຟສປາຍທາງຄືໃນ /etc/apt/sources.list ເມື່ອເຮົາ apt-get install package ໃດ໋ຫນື່ງ ແລ້ວມັນຈະໄປເກັບໄວ້ທີ່ /var/cache/apt/archives/
ເຊີ່ງສາມາດໃຊ້ dpkg ຕິດຕັ້ງໃຫມ່ໄດ້ອີກເທື່ອຖ້າມັນຢັງມີຢູ່ໃນ /var/cache/apt/archives/
ການໃຊ້ຄຳສັ່ງ apt-get
sudo apt-get update ອັບເດດຖານຂໍ້ມູນທັງຫມົດເມື່ອມີການປ່ຽນແປງ /etc/apt/sources.list
sudo apt-cache search ຄົ້ນຫາແພັກເກດທີ່ຕ້ອງການຕິດຕັ້ງ
sudo apt-get install ດາວໂຫລດແລະຕິດຕັ້ງ
sudo apt-get remove ລຶບpackageທີ່ໄດ້ຕິດຕັ້ງໄປ
sudo apt-get -d install ດາວໂຫລດ package ແລະໄປໄວ້ທີ່ /var/cache/apt/archives ແຕ່ບໍຕິດຕັ້ງ
sudo apt-cache show ສະແດງຂໍ້ມູນລາຍລະອຽດຂອງ package
sudo apt-get upgrade ກວດເບີ່ງວ່າ package ທີ່ຕິດຕັ້ງໄປ
ມີໂຕໃດ໋ອັບເດດບໍຫລັງຈາກນັ້ນຈະຖາມວ່າຕ້ອງການອັບເກດບໍ
sudo apt-get dist-upgrade ອັບເກດລະບົບທັງຫມົດເຊັ່ນປ່ຽນຈາກ 7.10 ເປັນ 8.04
sudo apt-get autoclean ລຶບ package ທີ່ດາວໂຫລດມາບໍສົມບູນຫລື package ທີ່ບໍໄດ້ຕິດຕັ້ງແລ້ວ
sudo apt-get clean ລຶບທຸກ package ທີ່ດາວໂຫລດມາເກັບຢູ່ໃນ /var/cache/apt/archives
sudo apt-get -f install ກໍລະນີທີ່ມີຄວາມຜິດພາດເກີດຂື້ນ
ໃນຂະນະທີ່ກຳລັງຕິດຕັ້ງ package ເຊັ່ນ ສັ່ງຍົກເລີກຫລືໄຟດັບ
ແລ້ວໃຊ້ຄຳສັ່ງ apt-get install ແລ້ວມີຂໍ້ຄວາມ error
ສາມາດໃຊ້ຄຳສັ່ງ apt-get -f install ຊ່ອຍແກ້ບັນຫາໄດ້
sudo apt-config -v ສະແງເວີ່ຊັ້ນແລະລາຍລະອຽດຂອງ APT utilities
sudo apt-cache stats ສະແດງສະຖິຕິຂອງpackageທີ່ຕິດຕັ້ງໄປແລ້ວທັງຫມົດ
sudo apt-cache depends ເບີ່ງ package ທີ່ຂື້ນຕໍກັນຂອງ package ທີ່ຈະຕິດຕັ້ງ
sudo apt-cache pkgnames ສະແດງ package ທັງຫມົດທີ່ໄດ້ຕັ້ງໄປ
Tags: apt-get ubuntu
