ຜົນຈາກ Training11 (Ubuntu from Scratch)

ໃນທີ່ສຸດຫລັງຈາກທີ່ງົມມາເກືອບຊາວຊົ່ວໂມງ ຕັ້ງແຕ່ວານນີ້ທີ່ໄດ້ແຕ່ ບູສ ຂື້ນ ຫນ້າ command ລ້າໆ
ມື້ນີກໍ່ໄດ້ ອ້າຍອ໋ອງມາສອນແບບສະເພາະກິດໃຫ້ແລະແລງໆອ້າຍຫມີກໍ່ມາຊ່ອຍ ອີກແຮງ
ທີມລາວຖືກທາດໄຟເຂົ້າແຊກໄປຫລາຍເຕີບແຕ່ດີທີ່ໄດ້ ປະລຳມະຈານ ບູ້ຕື້ງ ມາສະກັດຈຸດໃຫ້ ເລີຍໄດ້ອອກມາເປັນ
ພະລັງລົມປານ .iso ແບບ liveCD ແລະສາມາດຕິດຕັ້ງໄດ້ພ້ອມ ຕອນນີ້ອາໄສ gnomeDesktop ໄປກ່ອນ ດຽວຫາXdesktop
ທີ່ເຫມາະສົມໄດ້ແລ້ວຈະອະລັງການງານສ້າງ ເປັນແນວໃດ໋ກໍ່ຕິດຕາມກັນຕໍ່ໄປ

ຮູບຫນ້າlogin


package ພາສາກໍ່ມາເປັນພາສາຫລັກ

ແຕ່ມີຫນ້ອຍເຫລືອເກີນ

ເຈິກັນແຕ່ເຊົ້າ

ມາແລ້ວ textmode

ອ້າຍຫມີມາ ຕອນຄຳໆ

ອ້າຍຫມີແລະອ້າຍມິກ

ກໍ່ຂໍຂອບໃຈກັບອ້າຍຫມີແລະອ້າຍອ໋ອງຫລາຍໆ ທີ່ສະຫລະເວລາມາ ສອນພວກເຮົາອີກບາດຮອດບ່ອນພັກ ໃຈດີຫລາຍໆ

ປລ. ຕອນນີ້ 4.20 am ຢັງຕື່ນເຕັ້ນກັບ Live Desktop ບໍ່ເຊົາ
ປລ2. ອ້າຍອ໋ອງ ພາສາລາວໄດ້ແລ້ວເດີ້ ບໍ່ຕ້ອງເອົາ support ມາລົງກໍ່ບໍ່error :p

Tags: ,

4 Comments

  • devsmudger says:

    ຕື່ນມາອີກບາດຮູ້ສຶກວ່າມື້ຄືນນີ້ build ກັນມັນຫລາຍນັບ
    ISO ລວມກັນໄດ້ 4 ໂຕ

  • xavier says:

    ດີໃຈດ້ວຍ ພາສາລາວ ໄດ້ແລ້ວ ຣອ download .iso ເດີ້

  • os555 says:

    ເອົາທິບ ສູ້ໆໆ ເດີ້

    ພໍ່ແມ່ພີ່ນ້ອງມາຊ່ວຍກັນເດີ້

  • Best Links 2011…

    It’s actually a cool and helpful piece of info. I am glad that you shared this useful info with us. Please keep us informed like this. Thanks for sharing….

Leave a Reply

You must be logged in to post a comment.