ວິທີປ່ຽນໂຕສະຫລັບພາສາເປັນຮູບທຸງຊາດ

Posted on October 30th, 2008, by devsmudger

ສຳຫລັບຜູ້ໃຊ້ ອຸບຸນຕຸ ນັ້ນເວລາຈະພິມຫລືສະຫລັບພາສາກໍ່ອາດຈະລື້ງກັບທີ່ເຫັນເປັນໂຕອັກສອນ
ແຕ່ສຳຫລັບຜູ້ທີ່ເບື່ອກັບໂຕອັກສອນໃນບົດຄວາມນີ້ເຮົາຈະມາປ່ຽນໃຫ້ມັນກາຍເປັນຮູບທຸງຊາດ ກັນ

ທຳອິດກໍ່ໄປກຽມຮູບທຸງຊາດກ່ອນ ໂຫລດໄດ້ຈາກລີ້ງລຸ່ມນີ້
ແບບທຳມະດຳ
http://rapidshare.com/files/79390703/Flags.rar
ແບບວົງມົນ
http://www.iconspedia.com/pack/rounded-world-flags-241/

ຫລັງຈາກໄດ້ມາແລ້ວກໍ່ເຂົ້າໄປທີ່ /home/youruser ກົດ ctrl+H (ເພື່ອເປີດໂຟນເດີ້ທີ່ຖືກເຊື່ອງຢູ່)
ແລ້ວເຂົ້າໄປໃນໂຟນເດີ້ .icons ສ້າງໂຟນເດີ້ໃຫມ່ໃສ່ຊື່ວ່າ flags ເອົາຮູບທຸງໃສ່ເຂົ້າໄປໄວ້ໃນຫັ້ນ

ຫລັງຈາກນັ້ນກໍ່ກົດ alt+f2 ແລ້ວພິມ gconf-editor ກົດ enter

ແລ້ວໄປທີ່ desktop > gnome > keyboard > peripherals > indicator
ຕິກເລືອກເອົາ showFlags

ປິດໂປຣແກຣມ
ແລ້ວຄຣີກຂວາທີ່ panel ເລືອກ add to panel…
ຫາ keyboard indicator ກົດ +add ແລ້ວອອກ
ກໍ່ຈະໄດ້ໂຕສະຫລັບພາສາງາມໆມາໃຊ້

Please leave a comment

  1. Lao Flag Says:

    ທົງຊາດຫວະ? ກະດຽວວ່າທຸງຊາດຊັ້ນດອກ~ :D

  2. birdflu2007.exe Says:

    ເຮັດຕາມທຸກຢ່າງແລ້ວ ມັນຄືບໍ່ອອກຮູບ

Leave a Comment