Posted on October 30th, 2008, by devsmudger
Download ສີ້ນສຸດການລໍຄອຍເມື່ອ intreped ibex 8.10 ອອກໂຕເຕັມມາແລ້ວໃນຕອນແລງຂອງມື້ນີ້ປົກກະຕິມັນບໍ່ໄດ້ອອກເທື່ອ ແຕ່ເຮົາໄປເຫັນ twitter ທີ່ au8ust ເອົາມາໂພສດ້ວຍຄວາມແຄງໃຈເລີຍເຂົ້າໄປໃນຫ້ອງ #ubuntu server freenode ສະຫລຸບແລ້ວມັນມາແລ້ວພີ່ນ້ອງຕ່າງແຕ່ວ່າໃນໄມເລີ້ທຸກໂຕຂະເຈົ້າຈະໃສ່ໄວ້ແຕ່ໄຟສຖືກເຊື່ອງໄວ້ດ້ວຍຄວາມຢາກໃຊ້ຈື່ງ ລອງ .filename ເບີ່ງອຸ່ຍ…ແມ່ນຂອງແທ້ນິນບໍ່ໄດ້ຕົວະ ສຳຫລັບໃຜຕ້ອງການໂຫລດໄດ້ທີ່ http://ie.releases.ubuntu.com/8.10/ubuntu-8.10-desktop-i386.iso ເອົາໄປທົດລອງເອີ້ຍບໍ່ແມ່ນໄປໃຊ້ກັນໄດ້ເລີຍ ແລ້ວເວລາທີ່ເປີດໂຕແທ້ຈິງແມ່ນທ່ຽງຄືນນີ້…..
Category:
Posted on October 30th, 2008, by devsmudger
ສຳຫລັບຜູ້ໃຊ້ ອຸບຸນຕຸ ນັ້ນເວລາຈະພິມຫລືສະຫລັບພາສາກໍ່ອາດຈະລື້ງກັບທີ່ເຫັນເປັນໂຕອັກສອນ ແຕ່ສຳຫລັບຜູ້ທີ່ເບື່ອກັບໂຕອັກສອນໃນບົດຄວາມນີ້ເຮົາຈະມາປ່ຽນໃຫ້ມັນກາຍເປັນຮູບທຸງຊາດ ກັນ ທຳອິດກໍ່ໄປກຽມຮູບທຸງຊາດກ່ອນ ໂຫລດໄດ້ຈາກລີ້ງລຸ່ມນີ້ ແບບທຳມະດຳ http://rapidshare.com/files/79390703/Flags.rar ແບບວົງມົນ http://www.iconspedia.com/pack/rounded-world-flags-241/ ຫລັງຈາກໄດ້ມາແລ້ວກໍ່ເຂົ້າໄປທີ່ /home/youruser ກົດ ctrl+H (ເພື່ອເປີດໂຟນເດີ້ທີ່ຖືກເຊື່ອງຢູ່) ແລ້ວເຂົ້າໄປໃນໂຟນເດີ້ .icons ສ້າງໂຟນເດີ້ໃຫມ່ໃສ່ຊື່ວ່າ flags ເອົາຮູບທຸງໃສ່ເຂົ້າໄປໄວ້ໃນຫັ້ນ ຫລັງຈາກນັ້ນກໍ່ກົດ alt+f2 ແລ້ວພິມ gconf-editor ກົດ enter ແລ້ວໄປທີ່ desktop > gnome > keyboard > peripherals > indicator ຕິກເລືອກເອົາ showFlags ປິດໂປຣແກຣມ ແລ້ວຄຣີກຂວາທີ່ panel ເລືອກ add to panel… ຫາ keyboard indicator ກົດ +add ແລ້ວອອກ ກໍ່ຈະໄດ້ໂຕສະຫລັບພາສາງາມໆມາໃຊ້
Category: