Archive for October, 2008

ລົງໄດລເວີ້ Wireless ຜ່ານ ndiswrapper

Posted on October 15th, 2008, by devsmudger

ເລື່ອງບັນຫາໄດລເວີ້ Wireless ຄືຊິມີຜູ້ເກີດບັນຫາສຳມະປິຫລາຍໆໆໆໆຢ່າງສະນັ້ນເຮົາມາຫາວິທີແກ້ດ້ວຍ Ndiswrapper ກັບໄດລເວີ້ Windows XP ມີວິທີປະມານນີ້ 1. ເປີດ Terminal (ອີກແລ້ວ) ສັ່ງ sudo aptitude install ndiswrapper ndisgtk 2. ເປີດ Administration > Windows Wireless Driver ແລ້ວເລືອກໄປທີ່ຊີດີ (ຫາໄຟລ .inf )Drivers/Wireless/ndis5x/net5211.inf (ສົມມຸດເດີ້ນິ) ແລ້ວກະໄດ້ Wireless ໃຊ້ຢ່າງສຳບາຍໃຈ…ແຕ່…..ບັນຫາມັນຄືວ່າ…ສັນຍານຫນ້ອຍກ່າວເກົ່າ ປະມານ 30ເປີເຊັນ -*- (ຄິດໄປເອງຕີ້ເບາະ)

Tags: ,

++ ການເພີ່ມພາສາລາວໃນຄີບອດ ubuntu ++

Posted on October 9th, 2008, by os555

ທີ່ເອົາມານີ້ແມ່ນໃນ Ubuntu 7.10 ເດີ້ ແຕ່ສຳລັບເວີຊັ່ນອື່ນ ແມ່ນກະຄືກັນນີ້ລະ ມາເລີ່ມກັນເລີຍ ທຳອິດໃຫ້ໄປທີ່ system >preferences >keyboard ດັ່ງຮູບ ຕໍ່ມາຈະມີຫນ້າງຕ່າງຂື້ນມາ ໃຫ້ເລືອກ 1. layouts 2. ກົດ add ດັ່ງຮູບ

Tags:

ບົດຄວາມ ວິທີການ ລົງ LAMP Server Ubuntu/Debian

Posted on October 9th, 2008, by os555

ໃຜບາງຄົນກໍອາດຈະງົງວ່າ LAMP ມັນແມ່ນຫຍັງກັນແທ້ LAMP ກະຄື ========= Linux Apache Mysql PHP ======= ເຊິ່ງຫມາຍວ່າຫາກເຄື່ອງເຮົາລົງເປັນ LAMP ໄວ້ກະຖືວ່າມາດເອົາມາເປັນ Web server ໄດ້ເລີຍເນາະ ມື້ນີ້ຂ້າພະເຈົ້າຈະມານຳສະເຫນີວິທີການລົງ LAMP ໃນ Ubuntu 8.04 ຂອງຂ້າພະເຈົ້າເອງ ເລີ່ມເລີຍ ກ່ອນອື່ນກະໄປທີ່ terminal ແລ້ວທຳການ ຍົກລະດັບເປັນ Super User ກ່ອນດ້ວຍຄຳສັ່ງ sudo -i ແລ້ວລະບົບຈະຖາມຫາລະຫັດໃຫ້ເຮົາໃສ່ລະຫັດລົງໄປ ຕໍ່ມາກະ ລົງ Apache2 ແລະ PHP5 ກັນກ່ອນ ດ້ວຍຄຳສັ່ງ apt-get install apache2 php5 libapache2-mod-php5 ແລະກະລໍຖ້າຈົນກວ່າມັນຈະໂຫລດແລ້ວ ຫລັງຈາກມັນໂຫລດທຸກຢ່າງແລ້ວ ກໍທຳການທົດສອບ Webserver ໂດຍການ ເປີດ Firefox ຂື້ນມາ ແລ້ວໃສ່ [...]

Tags:

ເຮັດ repository ໃຫ້ກັບ ubuntu

Posted on October 9th, 2008, by admin

ພໍດີຊ່ວງຝຶກງານອ້າຍໆໃນຫ້ອງການກໍ່ສົນໃຈ Ubuntu ເຮົາກໍ່ເລີຍຄິດໄວ້ວ່າເອີ້ຖ້າມື້ຫນື່ງຫມົດຫ້ອງການພາກັນໃຊ້ຫມົດແລ້ວເນັດ512 ມັນຊິໄຫວຫວາດຽວກໍ່ອັບເດດນັ້ນນີ້ໆໆໆ ບໍ່ຢາກຈະຄິດ ແລ້ວເຮົາພໍດີຈື່ໄດ້ວ່າອ້າຍອ໋ອງ (ອານຸສິດ) ເພິ່ນໄດ້ຂຽນໄວ້ໃນ thaiopensource ເຮົາກໍ່ເລີຍເອົາມາໄວ້ນີ້:p ກຳນົດ repo ໄວ້ /var/www/package $ sudo -s $ mkdir /var/www/packages $ cd /var/www/packages ສ້າງບ່ອນເກັບ (pool) $ mkdir -p pool/main $ mkdir -p dists/hardy/main/binary-i386 $ mkdir .cache ສ້າງ config ຟາຍສຳຫລັບຂໍ້ມູນ repository $ sudo gedit apt-release.conf ໃສ່ຂໍ້ມູນຕາມລາຍລະອຽດທາງລຸ່ມ APT::FTPArchive::Release::Codename “hardy”; APT::FTPArchive::Release::Origin “laoubuntu.com”; APT::FTPArchive::Release::Components “main”; APT::FTPArchive::Release::Label “laoUbuntu Repository”; APT::FTPArchive::Release::Architectures [...]

Tags: ,