UbuntuClub Training11 (Ubuntu from Scratch)
UbuntuClub Training11 (Ubuntu from Scratch)ສຳມະນາກອນໄດ້ສ້າງ Ubuntu ໄປໃນແບບຂອງຕົວເອງ
ຜ່ານໄປແລ້ວສຳລັບງານຝຶກອົບຮົມໃນເຊິງ Workshop ໃນການສ້າງ ປັບແຕ່ງ Linux Ubuntu ຈາກແກນແທ້ ເພື່ອໃຫ້ໄດ້ Ubuntu ໃນແບບຂອງຕົວເອງ ກໍ່ໄດ້ເຂົ້າໃຈເຖິງແກ່ນແທ້ ແລະ ໂຄງສ້າງໃນການທີ່ປະກອບເປັນ Ubuntu ເລັກນ້ອຍໃນຫລັກສູດນີ້ ເປົ້າຫມາຍແມ່ນຈະໃຫ້ນັກສຳມະນາກອນໄດ້ສ້າງ Ubuntu ໄປໃນແບບຂອງຕົວເອງ ແຕ່ດ້ວຍການຄາດເວລາຂອງຫລັກສູດ ສັ້ນເກີນໄປ ເລີຍເຮັດໃຫ້ບໍ່ທັນເພາະວ່າ ການທ່ຈະເຂົ້າໃຈແກ່ນແທ້ ແລະ ສາມາດແກ້ໄຂໃນຈຸດຕ່າງໆ ແລະ ຈະໃຫ້ແກ້ໄຂລະບົບຕ່າງໄດ້ນັ້ນແມ່ນກິນເວລາໄປບໍ່ນ້ອຍເພາະລະບົບຕ່າງໆ ແມ່ນເຮັດຜ່ານ Command ທັງຫມົດ
ແຕ່ກໍ່ສາມາດເຮັດໃຫ້ ສາມາດ ສ້າງ ISO ໄດ້ແລະ ສາມາດ BOOT ໄດ້ແລ້ວ ເຊິ່ງສາມາດເອົາໄປຕໍ່ຍອດໃນການພັດທະນາເປັນ Live CD ຕໍ່ໄປ
ການເຂົ້າຮ່ວມຄັ້ງນີ້ໄດ້ເຮັດໃຫ້ທາງທີມງານເຮົາຮູ້ຈັກຄຳວ່າ Open ຫລາຍຂຶ້ນເພາະທາງທີມງານ Ubuntu Club ແມ່ນມີການຕ້ອນຮັບແບບອົບອຸ່ນຫລາຍ
ຝາກຂໍຂອບໃຈໄປ ຫາ ອ້າຍ ມະລະ, ອ້າຍ ອ໋ອງ ແລະ ທີມງານ ທຸກໆທ່ານ ທີ່ ຕ້ອນຮັບເປັນຢ່າງດີ
ອ້າຍ ມະລະ (ເສື້ອດຳຜົມຍາວ) ຫົວຫນ້າທີມ Ubuntu Club
ອ້າຍ ອ໋ອງ(ເສື້ອເທົາ) ເຮັດວຽກກັບ ຫນ່ວຍງານ Open Source ໃນ SIPA ແລະ thaiopensource.org
ອ້າຍ ມິກ(ເສື້ອແດງ) ຫົວຫນ້າຫນ່ວຍງານ ຂໍ້ມູນຂ່າວສານ ຈາກກະຊວງກະສິກຳ ແລະ ປ່າໄມ້
ໂອ໊ດ (ເສື້ອດຳລາວຊ້າ) ຫົວຫນ້າທີມ ລາວຊ້າ ແລະ ເປັນຫົວຫນ້າທີມ ສະບາຍດີ Linux (Lao Ubuntu)
ທິບ(ເສື້ອຂາວ) ເປັນຜູ້ຊ່ວຍໃນທີມ Lao ubuntu ແລະ ຄ້ນຄວ້າທາງດ້ານ Linux
Os and Mara

Tip & Os

ຫົວຫນ້າທີມ Ubuntu club ມອບຂອງທີ່ລະນຶກ ໃຫ້ທີມລາວ ເປັນ ຈອກ Ubuntu version 8.04

SEE MORE PHOTO HERE
http://punlao.com/Os555/albums/1701/12050
Os555
Tags: lao ubuntu photo, ubuntuClub Training11



October 18th, 2008 at 10:52 pm
ຫຸຫຸຫຸ ເສຍດາຍເຮົາບໍ່ໄດ້ໄປນຳ ໂອກາດຫນ້າຈະໄປໃຫ້ໄດ້
October 19th, 2008 at 12:02 am
ກ້ອງໃຜວະຮູບ ງາມ
October 19th, 2008 at 12:38 am
ສູ້ໆ ທ່ານໂອ້ດ & ທ່ານທິບ
ຢ່າລືມເປີດໃຈໃຫ້ກວ້າງ, ມີວິໃສທັດ ແລະ ແບ່ງປັນອ້າຍນ້ອງເດີ້
October 19th, 2008 at 12:39 am
ເບື່ອໂລກເບາະທິບ ເຮັດໜ້າແບບນັ້ນ -*-
October 19th, 2008 at 1:15 am
ນອນບໍ່ພໍ
October 19th, 2008 at 11:00 am
ກັບມາແລ້ວ ມາສອນພວກນ້ອງແນ່ເດີ້ ພວກອ້າຍທັງສອງ ອິອິອິ
October 19th, 2008 at 11:04 am
555 ໜ້າຕາທິບ ແບບເປັນຕາເມື່ອຍແຮງ
October 19th, 2008 at 11:57 am
ນອນບໍ່ພໍ ລະວັງເກີດອາການວິນວຽນ ວິນຍານບໍ່ຢູ່ກັບທີ່
ຄືເຮົາເປັນເທື່ອແລ້ວນີ້ເດີ້ ເອິກໆ ຊົ່ວສິເຊົາ
December 23rd, 2008 at 12:46 am
Good Good lao men can do
December 23rd, 2008 at 12:47 am
I will help you to design Logo Lao Ubuntu
September 23rd, 2009 at 4:37 pm
Hello,
baserdasew
cheap phentermine online
Your doctor will also be the one to check if you are qualified for taking this drug.
phentermine cost
These chemicals that have been released in your brain is the one responsible for controlling your appetite.
http://www.therapymarketing.net/ – phentermine online
The doctor will guide you in this treatment and monitor your progress.