ມາແປ Gnome ກັນເທາະ

ຫາກກ່າວເຖິງ Gnome ຫລາຍຄົນຄົງຈະຮູ້ຈັກ ກັນດີຢູ່ແລ້ວເນາະໂດຍສະເພາະແມ່ນຄົນທີ່ເຄຍໃຊ້ Linux
ມາກ່ອນແລ້ວແມ່ນຄົງຈະຮູ້ດີສຳລັບຜູ້ທີ່ຍັງບໍ່ຮູ້ Gnome ແມ່ນ ສະພາບແວດລ້ອມ ຫລື GUI
(Graphic User Interface)ຫນຶ່ງຂອງ Linux ທີ່ເປັນ Open Source
ແລະ ສາມາດພັດທະນາມາເປັນພາສາລາວໄດ້ ສະນັ້ນແລ້ວ ພີ່ນ້ອງຊາວລາວເຮົາທີ່ຢາກເຫັນລະບົບປະຕິບັດການທີ່ເປັນພາສາລາວ ກໍລະດົມໃຫ້ມາຊ່ວຍກັນແປຊ່ວຍກັນແລະໃນຕອນນີ້ທາງທີມ laoubuntu ກຳລັງພັດທະນາລະບົບປະຕິບັດງານ Linux
ທີ່ Based ໃນ Linux ubuntuແລະກໍ່ໃກ້ຈະສຳເລັດໃນໄວໆນີ້ແລ້ວທາງສ່ວນຊຸດໂປແກຣມແລະສ່ວນການໃຊ້ງານ
ແມ່ນແກ້ໄຂໃຫ້ເຫມາະສົມກັບຜູ້ເລີ່ມຕົ້ນກໍ່ເກືອບວ່າຈະສົມບູນແລ້ວຂາດແຕ່ສ່ວນພາສາລາວທີ່ເປັນພາສາຫລັກຂອງເຮົາ ຄິດວ່າຢາກໃຫ້ມີຫນ້າຕາອອກມາເປັນພາສາລາວເຕັມໂຕ :p
ດັ່ງນັ້ນການທີ່ເຮົາຈະເຮັດໃຫ້ມີເມນູຫລືຂໍ້ຄວາມຕ່າງໆໃນສ່ວນຂອງຊຸດໂປຣແກຣມເປັນພາສາລາວໄດ້ເຮົາກໍ່ຕ້ອງໄດ້ແປ
ເຊິ່ງວ່າຫນ້າຕາທີ່ເຮົາເຫັນໃນ ubuntu ນັ້ນແມ່ນ gnome Desktop ແລະເຮົາຈະແປສ່ວນນີ້ກ່ອນເປັນຫລັກ
ເຊິ່ງວ່າຕອນນີ້ທາງທີມຂອງພວກເຮົາແມ່ນຢັງຂາດຂາດທີມງານທີ່ຈະມາຊ່ວຍໃນການແປ
ສະນັ້ນ ທາງທີມງານຂອງພວກເຮົາເຮົາຈຶ່ງໄດ້ປະກາດຫາຜູ້ທີ່ສົນໃຈຮ່ວມອຸດົມການອັນນ້ອຍໆ
ເພື່ອສ້າງສັນໃຫ້ປະເທດຊາດໄດ້ມີລະບົບຂອງລາວເຮົາໃຊ້ເອງ

ເຊິ່ງລາຍລະອຽດມີດັ່ງນີ້

1.ໄດ້ພາສາອັງກິດ(ໄດ້ຫນ້ອຍຫນື່ງກໍ່ໄດ້ ໄດ້ຫລາຍແຫ່ງດີ ເຮົາມີ Dictionary ໃຫ້)
2. ເຄີຍໃຊ້ LINUX (ບໍ່ເຄີຍບໍ່ເປັນຫຍັງດຽວເລີ່ມນຳກັນ ຈະມີການອົບຮົມໃຫ້)
3. ມີຄວາມຮັບຜິດຊອບ
4. ຮັກທີ່ຈະເຮັດວຽກກັບ Open Source
5. ຮັກໃນງານອາສາສະຫມັກ ແລະ ຊ່ວຍເຫລືອເພື່ອນມະນຸດ ຮັກໃນການພັດທະນາແລະຫາຄວາມຮູ້ໃຫມ່ໆ

ລາຍລະອຽດກໍ່ບໍ່ມີຫຍັງຫລາຍສຳຫລັບຜູ້ທີ່ສົນໃຈຂໍພຽງຢາກເຮັດແລະຕັ້ງໃຈທີ່ຈະເຮັດ
ບໍ່ຕ້ອງກັງວົນວ່າເຮົາບໍ່ໄດ້ຫຍັງແລ້ວຈະເຮັດໄດ້ບໍ່ເຮົາຕອບເລີຍວ່າໄດ້ ບໍ່ເປັນຫຍັງ
(ບາງເທື່ອຊິລົມກັບທາງຫົວຫນ້າທີມ Os555 ວ່າເພີ່ນຊິຈັດ ອົມຮົມສະເພາະງານນີ້ໄດ້ບໍ່ -..-)
ເອົາເປັນວ່າໃຜສົນໃຈກໍ່ລົງຊື່ໄວ້ລຸ່ມນີ້ໃຫ້ໃສ່ຊື່(ຫລີ້ນຫລືແທ້ກະໄດ້ໃຊ້ໄວ້ເອີ້ນກັນຫັ້ນແຫລະ ແລ້ວກໍ່ Email )

ປລ.ການມາເປັນທີມແປບໍ່ມີຄ່າຕອບແທນ ແລະ ບໍ່ເສີຍຄ່າໃຊ້ຈ່າຍໃດໆທັງນັ້ນ ເຮັດວຽກແບບອາສາສະຫມັກຮັກດ້ວຍໃຈ

ເຮົາຮູ້ເຮົາ give ເຮົາບໍ່ຮູ້ເຮົາ get ເພື່ອໃຫ້ສັງຄົມເຮົາ ຫນ້າຮັກ ແລະ ສົດໃສຂື້ນ

ດ້ວຍຮັກ ຈາກທີມງານ laoubuntu

Tags: , , ,

This entry was posted on Thursday, November 13th, 2008 at 5:06 pm and is filed under ກິດຈະກຳ-ຝຶກອົບຮົມ. You can follow any responses to this entry through the RSS 2.0 feed. You can leave a response, or trackback from your own site.

41 Responses to “ມາແປ Gnome ກັນເທາະ”

  1. devsmudger said:

    ອໍ່ລືມໄປ ອີກເທື່ອຫນື່ງ ສຳຫລັບລາຍລະອຽດວິທີການແປຕ່າງໆນັ້ນ
    ໄວ້ຫລັງຈາກທີ່ເຮົາໄດ້ລາຍຊື່ແລ້ວຈະຕົກລົງກັນອີກເທື່ອຫນື່ງ

    :p

  2. larnoy said:

    translation come to join and make it perfect than ………come to be our friend ……..
    alright sir Outhai ?

  3. rest said:

    ສົນໃຈຮ່ວມນຳຢູ່ ຈະຕິດຕາມນຳເດີ້

  4. devsmudger said:

    ເຮົາບໍ່ແມ່ນທ່ານ Outhai ແຕ່ຂໍຕອບ

    ແນ່ນອນທ່ານ larnoy ເຮົາມາຮ່ວມສ້າງສັນຜົນງານທີ່ເປັນປະໂຫຍດເພື່ອປະເທດເຮົາກັນ
    (ເວົ້າປານເປັນຜູ້ເຖົ້າ)

    ຍໍ້າອີກເທື່ອ ວ່າໃຫ້ລົງຊື່ພ້ອມອີເມລທີ່ສາມາດຕິດຕໍ່ທ່ານໄດ້ໃນຫ້ອງນີ້ເລີຍເດີ້

  5. larnoy said:

    my info right that is enough ? if not enough please contract me again ……
    trip, will you come to school tomorrow ?

  6. birdflu2007.exe said:

    ແປນຳເດີ້ ເຫີ່ໆໆ ລາຍລະອຽດ ຄືລົມໆກັນທຸກມື້ຫັ້ນລະ

  7. Nina said:

    ພາສາອັງກິດກະພໍໄດ້ຫນ້ອຍຫນຶ່ງ..ແຕ່ວ່າLinuxໃຊ້ຍັງບໍ່ເປັນ^^
    ແຕ່ຢາກມີສ່ວນຮ່ວມນຳ.. :)

  8. devsmudger said:

    -*-

    ບອກເທື່ອທີ່ສາມວ່າ

    ກະລຸນາໂພສ ອີເມລ ໃນກ່ອງຂໍ້ຄວາມນີ້ເດີ້ບໍ່ແມ່ນໃນຊ່ອງໃຫ້ໃສ່ອີເມລ

  9. Lao ubuntu Linux for Laos » GOOGLE Group ຂອງ Lao ubuntu said:

    [...] Linux ໃຫ້ເຫັນເປັນຮູບຮ່າງຄືປະເທດອື່ນ ແປ Gnome ທາງທີມງານຈະມີການຈັດ [...]

  10. au8ust said:

    ມາມະ ມາແປກັນ

  11. Nina said:

    ໂດຍຂະນ້ອບ….
    nss_jetaime@hotmail.com

  12. snapter said:

    ແປແປ… ສູ້ເພື່ອແມ່….

  13. os555 said:

    ເອົາລະ ທິບ ເຮັດໄດ້ດີຫລາຍ ທ້າວ
    ດຽວເລື່ອງແຜນນັ້ນເຮົາຈະຮ່າງອອກມາອີກເທື່ອຫນຶ່ງ

  14. birdflu2007.exe said:

    ຫຸຫຸຫຸ ມີສາວນິນ່າ ມາແປນຳ ບາດນີ້ແຫລະຊິມີກຳລັງໃຈໃນການແປ ອິອິອິ ^^

  15. mixup said:

    ຄັນວ່າເກ່ງ ລອງແປແຂງກັນເບີ່ງດຸຫັ້ນ ແລ້ວຊິເບີ່ງຊື່ໆ ວ່າໃຜເກ່ງ

  16. tolomold said:

    ຈະຊ່ວຍເທົ່າທີ່ຊ່ວຍໄດ້…

  17. Xlao said:

    ຫວັງວ່າທ່ານທີ່ຈະມາແປພາສາລາວນັ້ນຄົງຈົບຫຼັກສູດພາສາລາວຫຼືຈົບປໍສາມມາກ່ອນເນາະ.. ເຄີຍເຂົ້າໄປເບິ່ງມາແລ້ວ, ບາງຄົນແປເປັນພາສາລາວສະໄໝເຈົ້າຟ້າງຸ່ມພຸ້ນ… ອ່ານໄປງົງໄປ… ເຮີໆ…
    ເອົາລະ..ມີເວລາຊິແປຊ່ວຍ..ເປັນແຮງໃຈຊ່ວຍເດີ… ລາວສູ້ໆ..

  18. birdflu2007.exe said:

    ເຫີໆໆໆ ສົງໃສຢູ່ເດີ້ ທ່ານ Xlao ຄົນທີ່ແປແບບນັ້ນຕ້ອງເປັນຜູ້ອາວຸໂສຢູ່ໃນວົງການແນ່ນອນ

  19. loma said:

    ເອົ້າພາຫັນແປຫມົດລະ
    ເຮົາຊິຖ້າຫຍັງວະ?
    ແປແປ :-)

  20. devsmudger said:

    ຖ້າລາຍຊື່ທີ່ແນ່ນອນ

  21. ezboy ( ເລ້ ) said:

    ເຮົາກະບໍ່ເກັ່ງ English ແລະ IT ດ໋ອກ, ແຕ່ຢາກມີສ່ວນຮ່ວມ ແລະກະມັກເລື່ອງ IT

    ຂໍມີສ່ວນຮ່ວມນຳເດີ

  22. loma said:

    ບໍເປັນຫຍັງທ່ານ. ຖ້າໃຜຕ້ອງການມີສ່ວນຮ່ວມນຳ
    ງ່າຍໆພຽງແຕ່ ແປະ email ຂອງທ່ານມານຳ

    57.loma@gamil.com

  23. peaceful said:

    ເອົານຳເດີ້ ຊ່ວຍກັນຄົນລະໄມ້ລະມື ເພື່ອອານາຄົົດ
    ລາວເຮັດລາວໃຊ້ ລາວໄດ້ກຳໄລ

  24. ezboy ( ເລ້ ) said:

    ຢູ່ແບບຟອມທີ່ຈະຂຽນຄອມເມັ້ນຄືເຫັນມີບ່ອນໃຫ້ໃສ່ e-mail ຊັ້ນດ໋ອກ ກະເລີຍບໍ່ໄດ້ໃສ່, ຕອນນີ້ກັບມາໃສ່ໃໝ່

    aiyeasyboy@gmail.com

  25. kop29 said:

    Please in form me, kop_29@yahoo.com or kop_29@hotmail.com

  26. ໂປ້ said:

    ຂໍຮ່ວມມືນຳ… ຂ້ອຍກາສົນໃຈກ່ຽວກັບ open source . ດຽວນີ້ກາໃຊ້ linux ຢູ່ແຕ່ບໍ່ຄ່ອຍເກັ່ງປານໃດ, ສຳລັບ ubuntu ກາເຄີຍເຫັນແຕ່ບໍ່ໄດ້ໃຊ້.
    ເພື່ອຄົນລາວຮັກຄົນລາວ, ມາພັດທະນາລາວ Lao ubuntu ນຳກັນ.
    Lao ubuntu ຄວາມພູມໃຈຂອງຄົນລາວ.
    ແຕ່ວ່າກາຢາກຂໍແຜ່ນ ubuntu ມາລົງສິໄດ້ບໍ່ນໍ?????
    ເປັນແນວໃດລະຕິດຕໍ່ມາເດີ : sandp_0268@yahoo.com
    (020 7717525)

  27. loma said:

    ດີໆ ມາຮ່ວມກັນຫລາຍໆຄົນ :)
    ສຳລັບ ubuntu ທ່ານສາມາດດາວໂຫລດໄດ້ທີ່
    http://www.ubuntu.com/getubuntu/download (ຖ້າເນັດໄວ)

    ຫືລ ຈະຂໍເປັນ cd ຈາກ ubuntu ແບບບໍ່ຕ້ອງຈ່າຍຫຍັງກະຍັງໄດ້
    https://shipit.ubuntu.com/ (ຕ້ອງໃຊ້ເວລາຖ້າດົນໝ້ອຍໝຶ່ງ 6-8 ອາທິດ)

    ຫືລ ທ່ານສາມາດນຳ cd ຫລື flash drive ຂອງທ່ານມາ copy ນຳພວກເຮົາ
    ສອບຖາມລາຍລະອຽດຕ່າງໆໄດ້ທີ່ບອດ
    http://www.laoubuntu.com/forum/

  28. devsmudger said:

    ຈິດຈັດໄປແລ້ວ ອິອິ

  29. Yo w4rlock said:

    ມາມະ ແປ ແປ ແປ ເອົ່າພີ່ນ້ອງພ້ອມກັນແປເດີຊ່ວຍໆກັນເພື່ອຊາດລາວເຮົາ
    “keep walking transalate together”ກ້າວໄປແປພ້ອມໆກັນກ້າວຕໍ່ໄປ!!!

  30. Yo w4rlock said:

    ລືມອີ່ແມວໂຕເອງ ອິອິອິ^_^ “snapterku@gmail.com

  31. devsmudger said:

    ຫຶຫຶ ອອກມາຈາກແອກການປົກຄອງ ໄດ້ລະຫວາ

  32. nujtxeeg said:
  33. mong said:

    ດີດີ ເປັນການພັດທະນາເພື່ອຄົນລາວເລີຍ ຄວາມຄິດດີ ມີຈິດໃຈເຜືອແພ ແນວນີ້ລະຄົນລາວແທ້ໆໆໆໆ ຍາກມີສ່ວນຮ່ວມນຳ

  34. Yo w4rlock said:

    ຍັງເທື່ອສ໋ຽວຍັງບໍ່ອອກເທື່ອ

  35. kpho said:

    I am working on open source for many years, I started to learn Linux with system administration work on early version of Redhat …that is right! it will take more time for translation the whole thing including application on Ubuntu into Lao, and need good teamwork but this is very interesting project for ICT development in Lao. I would like to share some knowledge in FOSS. Please inform me if I can help something. thanks

  36. Os said:

    @kpho

    Niceee kpho Welcome to Community of Lao linux user

  37. mad said:

    แล้วเขมร(ไทย)อย่างข้อยสิช่วยแปลได้บ่หนอ อยากมีส่วนร่วมออกเวอร์ชั่นลาวเต็มๆ มือใดบอกหน่อยเด้อ สิโลดมาใช้

  38. deth_laoteen said:

    ຢາກໄປສຶກສາ Ubuntu ລະກະແປນຳກະຍັງທັນຢູ່ຫວາ

  39. au8ust said:

    ເອີ້.. ລົງຊື່ແລ້ວເຮັດແນວໃດຕໍ່ 555

  40. savoklinux said:

    ສະບາຍດີ ທຸກຄົນ
    ຂ້າພະເຈົ້າເປັນຄົນນຶ່ງທີ່ສົນໃຈກ່ຽວກັບພາສາລາວ ທີ່ໃຊ້ໃນລະບົບຄອມພິວເຕີ ແລະ ເຫັນ Webboard ນີ້ກໍຢາກປະກອບສ່ວນ

  41. johnny said:

    ຂໍຮ່ວມກິດຈະກຳນຳແດ່ໃດ້ບໍ່ ອ້າຍໆທັ້ງຫຼາຍ ^^’

Leave a Reply




Message:

Ubuntu: For Desktops, Servers, Netbooks and in the cloud