ການ Chmod
ໃນການເບີ່ງແຍງຮັກສາເຄື່ອງ Server ຫລືແມ້ແຕ່ການເບີ່ງແຍງຮັກສາເວບໄຊ້ທົ່ວໄປສິ່ງສຳຄັນອັນດັບຕົ້ນໆຄືຊິຫນີບໍ່ພົ້ນການຮັກສາ ຄວາມປອດໄພ ເພາະຖ້າຫາກຖືກຜູ້ບໍ່ປະສົງດີເຂົ້າມາລັກແລະທຳລາຍຂໍ້ມູນຂອງເຮົາຄົງຈະເປັນເລື່ອງທີ່ບໍ່ດີແນ່ນອນ ເຊິ່ງວິທີປ້ອງກັນມີຫລາຍໆ ວິທີ ແຕ່ລຳດັບທຳອິດທີ່ເຮົາຄວນຄຳນືງເຖິງ ກໍ່ຄືສິດການເຂົ້າເຖິງຂໍ້ມູນດັ່ງກ່າວ ເພາະຖ້າເຮົາບໍ່ຄຳນືງເຖິງຈຸດນີ້ການເຂົ້າມາຂອງຜຼ້ມີເປົ້າຫມາຍທີ່ຈະໂຈມຕີກໍ່ເປັນເລື່ອງທີ່ງ່າຍຂື້ນມາຫລາຍເຕີບ
ໃນບົດຄວາມນີ້ກໍ່ເລີຍຈະມາເວົ້າເຖິງຄຳສັ່ງພື້ນຖານໃນການຈຳກັດສິດຂອງຂໍ້ມູນ ເຄື່ອງມືທີ່ວ່ານີ້ແມ່ນ chmod ນັ້ນເອງ
ວິທີໃຊ້
1. cd ເຂົ້າໄປໃນໂຟນເດີ້ທີ່ຕ້ອງການ
2. ls -l ເພື່ອເບີ່ງຊື່ແລະPermission ທີ່ຖືກກຳນົດໄວ້ຢູ່ແລ້ວຈະເຫັນອອກມາເປັນແບບນີ້
rwxr-xr-x 50 dev dev 4096 2008-11-04 19:22 dev
ເຊິ່ງໃນສ່ວນນີ້ສິດໄດ້ອະທິບາຍວ່າເຈົ້າຂອງເຮັດໄດ້ທຸກຢ່າງ ນອກນັ້ນ ເບີ່ງໄດ້ ໃຊ້ໄດ້ ແຕ່ບໍ່ມີສິດແກ້ໄຂ
ວິທີອ່ານ Permission
ຈາກທີ່ເຮົາໄດ້ເບີ່ງຂໍ້ມູນດ້ວຍຄຳສັ່ງls -l ເຮົາຈະເຫັນແຕ່ລະໄຟສມີຄ່າບອກ -rwxr-xr-x ເຊິ່ງວ່າຈຸດນີ້ຈະເປັນໂຕບອກເຮົາວ່າ
ໃຜສາມາດມາເຮັດຫຍັງໄດ້ແນ່ ຖດຍຊຸດໂຕອັກສອນດັ່ງກ່າວມີວິທີເບີ່ງດັ່ງນີ້ ໃຫ້ສັງເກດວ່າຊຸດ -rwxr-xr-x ສາມາດແບ່ງເປັນ 4 ຊຸດໄດ້ດັ່ງນີ້ - | rwx | r-x | r-x ແລະທັງຫມົດມີຄວາມຫມາຍດັ່ງນີ້
1. ຊຸດທຳອິດຈະບອກເຖິງສິ່ງທີ່ໄຟສນັ້ນເປັນ ເຊັ່ນ ລີ້ງ ໄຟສ ຫລື [...]
Category: