ການ Chmod
ໃນການເບີ່ງແຍງຮັກສາເຄື່ອງ Server ຫລືແມ້ແຕ່ການເບີ່ງແຍງຮັກສາເວບໄຊ້ທົ່ວໄປສິ່ງສຳຄັນອັນດັບຕົ້ນໆຄືຊິຫນີບໍ່ພົ້ນການຮັກສາ ຄວາມປອດໄພ ເພາະຖ້າຫາກຖືກຜູ້ບໍ່ປະສົງດີເຂົ້າມາລັກແລະທຳລາຍຂໍ້ມູນຂອງເຮົາຄົງຈະເປັນເລື່ອງທີ່ບໍ່ດີແນ່ນອນ ເຊິ່ງວິທີປ້ອງກັນມີຫລາຍໆ ວິທີ ແຕ່ລຳດັບທຳອິດທີ່ເຮົາຄວນຄຳນືງເຖິງ ກໍ່ຄືສິດການເຂົ້າເຖິງຂໍ້ມູນດັ່ງກ່າວ ເພາະຖ້າເຮົາບໍ່ຄຳນືງເຖິງຈຸດນີ້ການເຂົ້າມາຂອງຜຼ້ມີເປົ້າຫມາຍທີ່ຈະໂຈມຕີກໍ່ເປັນເລື່ອງທີ່ງ່າຍຂື້ນມາຫລາຍເຕີບ
ໃນບົດຄວາມນີ້ກໍ່ເລີຍຈະມາເວົ້າເຖິງຄຳສັ່ງພື້ນຖານໃນການຈຳກັດສິດຂອງຂໍ້ມູນ ເຄື່ອງມືທີ່ວ່ານີ້ແມ່ນ chmod ນັ້ນເອງ
ວິທີໃຊ້
1. cd ເຂົ້າໄປໃນໂຟນເດີ້ທີ່ຕ້ອງການ
2. ls -l ເພື່ອເບີ່ງຊື່ແລະPermission ທີ່ຖືກກຳນົດໄວ້ຢູ່ແລ້ວຈະເຫັນອອກມາເປັນແບບນີ້
rwxr-xr-x 50 dev dev 4096 2008-11-04 19:22 dev
ເຊິ່ງໃນສ່ວນນີ້ສິດໄດ້ອະທິບາຍວ່າເຈົ້າຂອງເຮັດໄດ້ທຸກຢ່າງ ນອກນັ້ນ ເບີ່ງໄດ້ ໃຊ້ໄດ້ ແຕ່ບໍ່ມີສິດແກ້ໄຂ
ວິທີອ່ານ Permission
ຈາກທີ່ເຮົາໄດ້ເບີ່ງຂໍ້ມູນດ້ວຍຄຳສັ່ງls -l ເຮົາຈະເຫັນແຕ່ລະໄຟສມີຄ່າບອກ -rwxr-xr-x ເຊິ່ງວ່າຈຸດນີ້ຈະເປັນໂຕບອກເຮົາວ່າ
ໃຜສາມາດມາເຮັດຫຍັງໄດ້ແນ່ ຖດຍຊຸດໂຕອັກສອນດັ່ງກ່າວມີວິທີເບີ່ງດັ່ງນີ້ ໃຫ້ສັງເກດວ່າຊຸດ -rwxr-xr-x ສາມາດແບ່ງເປັນ 4 ຊຸດໄດ້ດັ່ງນີ້ – | rwx | r-x | r-x ແລະທັງຫມົດມີຄວາມຫມາຍດັ່ງນີ້
1. ຊຸດທຳອິດຈະບອກເຖິງສິ່ງທີ່ໄຟສນັ້ນເປັນ ເຊັ່ນ ລີ້ງ ໄຟສ ຫລື ໂຟນເດີ້
2. ສິດທີ່ເຈົ້າຂອງສາມາດກະທຳກັບໄຟສນັ້ນໄດ້
3. ສິດທີ່ກຸ່ມສາມາດກະທຳກັບໄຟສນັ້ນໄດ້
4. ສິດທີ່ຄົນອື່ນສາມາດກະທຳກັບໄຟສນັ້ນໄດ້
ແລ້ວອັນທີ່ rwx ມີຄວາມຫມາຍແບບນີ້
r = read ອ່ານໄດ້
w = write ສາມາດຂຽນລົງໄປໄດ້
x = execute ຫມາຍເຖິງສາມາດປະມວນຜົນໄດ້
ຖ້າຢາກມອບສິດກໍ່ພຽງແຕ່ chmod a+r file-name ຊິ່ງ a ສາມາດແທນໄດ້ດ້ວຍu (user = ເຈົ້າຂອງ), g (group = ກຸ່ມ), o (other = ຄົນອື່ນ) ສ່ວນຕຳແຫນ່ງຂອງໂຕ r ກໍ່ສາມາດແທນໄດ້ດ້ວຍ w ຫລື x
thanks:: gumara


ຂໍເຕີມແດ່ນ້ອຍຫນຶ່ງ, ເຮົາສາມາກຳນົດສິດໂດຍໃສ່ຕົວເລກກະໄດ້ເຊິ່ງວ່າ
- = 0
x = 1
w = 2
r = 4
ເຊິ່ງວິທີ່ນີ້ຈະມີເລກສາມໂຕຄື
ເລກໂຕທີ່ 1 = ສິດທີ່ຂອງເຈົ້າຂອງ
ເລກໂຕທີ່ 2 = ສິດທີ່ຂອງກຸ່ມ
ເລກໂຕທີ່ 3 = ສິດທີ່ຂອງຄົນອື່ນ
ຕົວຢ່າງ chmod 750 myFile
ເລກທຳອິດ 7 = 4(r) + 2(w) +1(x) = rwx
ເລກທີ່ສອງ 5 = 4(r) + 0(-) +1(x) = r-x
ເລກທີ່ສາມ 0 = 0(-) + 0(-) +0(-) = —
ເຊິ່ເຮົາຢາກໃດສິດໃດກະມີແຕ່ບວກຄ່າ rwx ແລ້ວກຳນົດໃຫ້ຕາມກຸ່ມເທົ່ານັ້ນ
ຂໍມູມເພີ່ມເຕີ່ມ man chmod
ໂອ່ຈິດຂໍ້ມູນເພີ່ມເຕີມ man chmod