ເປີດບອດໃຫມ່

ສະບາຍດີພໍ່ແມ່ພີ່ນ້ອງທີ່ເຄົາລົບຮັກ ຕອນນີ້ທາງ laoubuntu ມີກະດານສົນທະນາ
ຫລືເວບບອດ ໄວ້ໃຫ້ລົມກັນແລ້ວເອົາເປັນວ່າໃຜມີບັນຫາ ຂ້ອງໃຈຫລືຢາກຖາມຫຍັງກໍ່ເຊີນເຂົ້າໄປຖາມໄດ້

ກົດໆໆໆໆ ກົດເລີຍ

ພວກເຮົາບໍ່ໄດ້ຮູ້ຫມົດທຸກຢ່າງແຕ່ສິ່ງໃດທີ່ພວກເຮົາຮູ້ເຮົາກໍ່ເອົາມາແລກປ່ຽນກັນ

ດ້ວຍຮັກ

ທີມງານ ລາວຢູ່ເທິງຕູ້(laoubuntu)

Laoubuntu ທີມ ຖືກຈັບຈູດ

ຄິດມາແລ້ວເປັນຕາຫົວ ຕອນໄປເທຣນນີ້ງ 11 ເກີດມີເຫດການຈັບຈູດກັນເກີດຂື້ນຕອນຊ່ວງພັກເບກທ່ຽງພາກັນຢ່າງອອກມາດີໆ
ກໍ່ມີຄົນຢ່າງມາແລ້ວວ່າ “ทางนี้หน่อยครับ” ເອີ່ເຮົາກໍ່ຢ່າງໄປ
ຢູ່ດີໆກໍ່ມາສຳພາດຖາມເລື່ອງທົ່ວໄປລາຍລະອຽດຕາມລີ້ງ ນີ້

ຫລັງຈາກແລ້ວຈຶ່ງຮູ້ວ່າແມ່ນລາຍການຈາກ

fukduk.tv

ໂອ່ພະພຸດທະເຈົ້າ

ແລ້ວອ້າຍທີ່ໃສ່ຫນ້າກາກໃນລາຍການກໍ່ແມ່ນຄົນທີ່ສຳພາດວະຫະຫ່າ ໄດ້ເຫັນຫນ້າ
ແຕ່ເສຍດາຍທີ່ຖ່າຍຮູບບໍ່ຕິດ

1 2 3
4 dsc_0087 dsc_0084
dsc_0083 ບໍ່ວ່າຈັ່ງໃດ໋ ມຸມໃດ໋ກໍ່ບໍ່ທັນ ຫລົບໄວດີແທ້

ການ Chmod


ໃນການເບີ່ງແຍງຮັກສາເຄື່ອງ Server ຫລືແມ້ແຕ່ການເບີ່ງແຍງຮັກສາເວບໄຊ້ທົ່ວໄປສິ່ງສຳຄັນອັນດັບຕົ້ນໆຄືຊິຫນີບໍ່ພົ້ນການຮັກສາ ຄວາມປອດໄພ ເພາະຖ້າຫາກຖືກຜູ້ບໍ່ປະສົງດີເຂົ້າມາລັກແລະທຳລາຍຂໍ້ມູນຂອງເຮົາຄົງຈະເປັນເລື່ອງທີ່ບໍ່ດີແນ່ນອນ ເຊິ່ງວິທີປ້ອງກັນມີຫລາຍໆ ວິທີ ແຕ່ລຳດັບທຳອິດທີ່ເຮົາຄວນຄຳນືງເຖິງ ກໍ່ຄືສິດການເຂົ້າເຖິງຂໍ້ມູນດັ່ງກ່າວ ເພາະຖ້າເຮົາບໍ່ຄຳນືງເຖິງຈຸດນີ້ການເຂົ້າມາຂອງຜຼ້ມີເປົ້າຫມາຍທີ່ຈະໂຈມຕີກໍ່ເປັນເລື່ອງທີ່ງ່າຍຂື້ນມາຫລາຍເຕີບ

ໃນບົດຄວາມນີ້ກໍ່ເລີຍຈະມາເວົ້າເຖິງຄຳສັ່ງພື້ນຖານໃນການຈຳກັດສິດຂອງຂໍ້ມູນ ເຄື່ອງມືທີ່ວ່ານີ້ແມ່ນ chmod ນັ້ນເອງ

ວິທີໃຊ້
1. cd ເຂົ້າໄປໃນໂຟນເດີ້ທີ່ຕ້ອງການ
2. ls -l ເພື່ອເບີ່ງຊື່ແລະPermission ທີ່ຖືກກຳນົດໄວ້ຢູ່ແລ້ວຈະເຫັນອອກມາເປັນແບບນີ້
rwxr-xr-x 50 dev dev 4096 2008-11-04 19:22 dev
ເຊິ່ງໃນສ່ວນນີ້ສິດໄດ້ອະທິບາຍວ່າເຈົ້າຂອງເຮັດໄດ້ທຸກຢ່າງ ນອກນັ້ນ ເບີ່ງໄດ້ ໃຊ້ໄດ້ ແຕ່ບໍ່ມີສິດແກ້ໄຂ

ວິທີອ່ານ Permission
ຈາກທີ່ເຮົາໄດ້ເບີ່ງຂໍ້ມູນດ້ວຍຄຳສັ່ງls -l ເຮົາຈະເຫັນແຕ່ລະໄຟສມີຄ່າບອກ -rwxr-xr-x ເຊິ່ງວ່າຈຸດນີ້ຈະເປັນໂຕບອກເຮົາວ່າ
ໃຜສາມາດມາເຮັດຫຍັງໄດ້ແນ່ ຖດຍຊຸດໂຕອັກສອນດັ່ງກ່າວມີວິທີເບີ່ງດັ່ງນີ້ ໃຫ້ສັງເກດວ່າຊຸດ -rwxr-xr-x ສາມາດແບ່ງເປັນ 4 ຊຸດໄດ້ດັ່ງນີ້ – | rwx | r-x | r-x ແລະທັງຫມົດມີຄວາມຫມາຍດັ່ງນີ້
1. ຊຸດທຳອິດຈະບອກເຖິງສິ່ງທີ່ໄຟສນັ້ນເປັນ ເຊັ່ນ ລີ້ງ ໄຟສ ຫລື ໂຟນເດີ້
2. ສິດທີ່ເຈົ້າຂອງສາມາດກະທຳກັບໄຟສນັ້ນໄດ້
3. ສິດທີ່ກຸ່ມສາມາດກະທຳກັບໄຟສນັ້ນໄດ້
4. ສິດທີ່ຄົນອື່ນສາມາດກະທຳກັບໄຟສນັ້ນໄດ້

ແລ້ວອັນທີ່ rwx ມີຄວາມຫມາຍແບບນີ້
r = read ອ່ານໄດ້
w = write ສາມາດຂຽນລົງໄປໄດ້
x = execute ຫມາຍເຖິງສາມາດປະມວນຜົນໄດ້

ຖ້າຢາກມອບສິດກໍ່ພຽງແຕ່ chmod a+r file-name ຊິ່ງ a ສາມາດແທນໄດ້ດ້ວຍu (user = ເຈົ້າຂອງ), g (group = ກຸ່ມ), o (other = ຄົນອື່ນ) ສ່ວນຕຳແຫນ່ງຂອງໂຕ r ກໍ່ສາມາດແທນໄດ້ດ້ວຍ w ຫລື x

thanks:: gumara

Laoubuntu on fukduk.tv

ອອກມາແບບມິດໆ ສຸ້ມໆ ກັນ ກັນລາຍການ ໂທລະພາບ ອອນລາຍສາຍເລືອດ Open Source (Session U 2.0 : Outside) ກັບຕອນທີ່ວ່າ ” Build up a Fortune ” ທາງລາຍການເພິ່ນກະໄດ້ມາສຳພາດ ທີມງານ ລາວອຸບັນຕູ ຂອງພວກເຮົາ
ໄປຟັງສຽງສຳພາດກັນໄດ້ເລີຍ

ຂໍ້ມູນເພີ່ມເຕີມໄດ້ທີ່

http://fukduk.tv/9/029

« Previous PageNext Page »