ການຕິດຕັ້ງ Virtual Box + USB support on Ubuntu host / xp guest
ເນື່ອງຈາກຕົວຂ້າພະເຈົ້າເອງກໍ່ເຄີບພົບບັນຫານີ້ຄືກັນກໍເລີຍໄດ້ຄົ້ນຄວາຊອກຫາຄຳຕອບມາ ແລ້ວກໍເອົາມາຂຽນໄວ້ໃຫ້ພີ່ນ້ອງໄດ້ອ່ານນຳກັນ
ອ່ານຕໍ່ກົດທີ່ນີ້
ກ່ອນອື່ນໃຫ້ໄປ ດາວໂຫລດເອົາໄຟລຕິດຕັ້ງມາກ່ອນ ທີ່ນີ້
ສຳລັບທີ່ລົງໃນ ອຸບັນຕແມ່ນໃຫ້ໂຫລດເອົາໄຟລທີ່ເປັນ .deb ເດີ້ພີ່ນ້ອງ
ໂຫລດມາແລ້ວກໍໃຫ້ຕິດຕັ້ງໄປຕາມຂັ້ນຕອນເນາະ ງ່າຍເລີຍ install > next next
ຫລັງຈາກສຳເລັດແລ້ວໃຫ້ທຳການເພີ່ມ user ຂອງເຣົາເຂົ້າໄປໃນ ກຸ່ມຂອງ vbox ດ້ວຍຄຳສັ່ງ
sudo adduser username vboxusers
username ແມ່ນຊື່ຜູ້ໃຊ້ງານໃນເຄື່ອງຂອງເຮົາເອງ ເຊັ່ນຂອງຂ້າພະເຈົ້າແມ່ນ os555
sudo adduser os555 vboxusers
ຫລັງຈາກນັນ້ໃຫ້ທຳການ cat ເບິ່ງ group ID ຂອງ vbox
ດ້ວຍຄຳສັ່ງ
sudo cat /etc/group
ໃຫ້ສັງເກດທີ່ vboxusers:x:127:os555,root ນີ້ຫມາຍຄວາມວ່າ group ID= 127 ແລະ ມີ user os555 , root ໃນກຸ່ມນີ້ນຳ
ຕາມມາດ້ວຍເພີ່ມ USB support ໃຫ້ກັບ fstab ດ້ວຍຄຳສັ່ງ
sudo gedit /etc/fstab
ຈະເປີດຫນ້າ gedit ຂຶ້ນມາໃຫ້
ໃຫ້ທ່ານເພີ່ມຄຳສັ່ງນີ້ລົງໄປ
none /proc/bus/usb usbfs devgid=127,devmode=664 0 0
devgid=127 ໃຫ້ປ່ຽນ ຕາມ group ID ຂອງທ່ານໃຫ້ຖືກຕ້ອງ
ຕໍ່ໄປນີ້ແມ່ນການເປີດໃຫ້ usb ເຮັດວຽກໃນເວລາເປີດເຄື່ອງ
ດ້ວຍຄຳສັ່ງ
sudo gedit /etc/init.d/mountdevsubfs.sh
ແລ້ວໃຫ້ເພີ່ມຄຳສັ່ງນີ້ລົງໄປ
#Magic to make /proc/bus/usb work
mkdir -p /dev/bus/usb/.usbfs
domount usbfs “” /dev/bus/usb/.usbfs -obusmode=0700,devmode=0600,listmode=0644
ln -s .usbfs/devices /dev/bus/usb/devices
mount –rbind /dev/bus/usb /proc/bus/usb
ແບບໃນຮູບ
ຕໍ່ໄປແມ່ນໃຫ້ສິດກັບ ກຸ່ມ ຂອງ vboxusers ໃນການໃຊ້ງານ usb ດ້ວຍຄຳສັ່ງ
sudo chown -R root:vboxusers /proc/bus/usb
ຫລັງຈາກນັ້ນກໍ່ໃຫ້ ເປີດໂປຣແກຣມ virtual Box ຂຶ້ນມາ ແລ້ວເລືອກທີ່ເຄື່ອງ xp ທີ່ເຮົາຕ້ອງການຈະຕັ້ງຄ່າ
ແລ້ວໄປທີ່ settings
ຈະປາກົດຫນ້າຕ່າງ settings ຂຶ້ນມາໃຫ້ ໃຫ້ທຳການຫມາຍເອົາ enable IO APIC ແບບໃນຮູບ
ແລ້ວໄປທີ່ usb ແລ້ວເລືອກເອົາ enable USB ເພື່ອໃຫ້ USB ທຳງານ ແລ້ວກົດ ok
ຕໍ່ໄປໃຫ້ ບູດເຂົ້າມາໃນເຄື່ອງ xp ທີ່ໄດ້ຕັ້ງຄ່າໄວ້ແລ້ວນັ້ນ
ແລ້ວໄປທີ່ devices ແລ້ວໄປທີ່ install Guest Addition
ຈະປາກົດຫນ້າຕ່າງ ແບບນີ້ຂຶ້ນມາໃຫ້ ໃຫ້ທ່ານທຳການຕິດຕັ້ງໄປຈົນກວ່າຈະແລ້ວ
ບໍ່ມີຫຍັງຫລາຍ next ຢ່າງດຽວ
ເມື່ອສຳເລັດແລ້ວ ໂປຣແກຣມຈະຖາມໃຫ້ restart computer ໃຫ້ທຳການ restart ໄປກ່ອນ
ຫລັງຈາກທີ່ retart ຂຶ້ນມາແລ້ວທົດລອງໃຊ້ເບິ່ງ
ຄລິກຂວາທີ່ ຣູບ usb ທີ່ມຸມຂວາ ຈະປາກົດວ່າມີ usb ທີ່ກຳລັງເຊື່ອມຕໍ່ ກັບເຄື່ອງເຣົາຢູ່ນະປະຈຸບັນຂຶ້ນມາໃຫ້ເລືອກ
ເມື່ອເລືອກແລ້ວ ວິນໂດວກໍຈະ ທ້ວງວ່າເຫັນ usb device
ຫລັງຈາກທີ່ໂຫລດແລ້ວ ກໍ່ຈະປາກົດ USB Drive ຂຶ້ນມາໃຫ້ ແລ້ວ
ເປັນອັນວ່າຈົບພິທີອລ້ວເນາະພໍ່ແມ່ພີ່ນ້ອງ
ຫາກບໍ່ໄດ້ກໍລອງ restart ເຄື່ອງໃຫມ່ລອງເບິ່ງ
ສຳລັບ usb ອັນໃດທີ່ໃຊ້ເລື້ອຍໆ ທ່ານສາມາດເພີ່ມໄວ້ໃນ Filter ກໍໄດ້
ແບບວ່າເວລາສຽບແລ້ວຈະໄດ້ເຫັນເລີຍບໍ່ຕ້ອງມາ ເລືອກໃຫມ່











ໂອ໊ດເມບຂິງໆ
ລອງແລ້ວບໍ່ໄດ້ວະໂອ໊ດ
ຢາກບອກວ່າ ເຮັດຕາມທຸກຂັ້ນຕອນແລ້ວ ມັນບໍ່ໄດ້ດັ່ງໃຈຄິດ
@birdflu2007.exe @devsmudger
ເປັນແນວໃດນະ ເບີດ ບອກອາການແດ່
ຂອງເຮົາຕາມນີ້ລະ ແລ້ວມັນກະໄດ້
ເຮົາລືມລີສະຕາສ ຄອມ -*- ຕອນນີ້ໄດ້ແລ້ວ
ທິບຫ້ຽນ
ຂອງເຮົາຄລິກ install Guest Addition ລະມັນບໍ່ຂຶ້ນຫຍັງມາໃຫ້ ມິດເອົາຊື່ໆ ກະເລີຍວ່າບໍ່ໄດ້
ຕັ້ງໄດ້ລະ ຢູ່ບໍ່ຢູ່ ມັນຫາກໄດ້ເອງມັນ
ເບີດກະຫ້ຽນ ຄືກັນ