ເມື່ອ KDE ມີຢູ່ໃນ Windows

KDE on Windows Project ເປັນໂຄງການ port Qt ໃຫ້ໃຊ້ວຽກໂປຣແກຣມເທິງ KDE ເທິງ MS Windows ໄດ້ ຕອນນີ້ກໍ່ສາມາດໃຊ້ວຽກໄດ້ແລ້ວເທິງ Windows 2000, XP, 2003 และ Vista ຫລັງຈາກ KDE 4.2 ເປີດໂຕໄປເມື່ອວັນທີ່ 27 ມັງກອນທີ່ຜ່ານມາ ທີມງານ KDE on Windows ໄດ້ອອກ RC ຢູ່ Windows ເມື່ອວັນທີ່ 19 ແລະໄດ້ເປີດໃຫ້ທົດສອບ ໂດຍພຸ້ງປະເດັນໄປທີ່ການທົດສອບແລະການພຣີວິວ ເພື່ອແກ້ໄຂຂໍ້ຜິດພາດແລະຕອນນີ້ KDE 4.2 on Windows ກໍ່ເກືອບໆຈະສົມບູນແລ້ວ ຄວາມຄືບຫນ້າຂອງໂຄງການນີ້ Kalinow ຫນື່ງໃນທີມງານໂຄງການ KDE on Windows ໄດ້ນຳເອົາ KDE 4.2 ສຳຫລັບ Windows ມາໃຫ້ເບີ່ງກັນ
process ໃນ Linux
ຄວາມຫມາຍຂອງ process ງ່າຍ ໆ ກໍຄື “ໂປແກມທີ່ກຳລັງເຮັດວຽກຢູ່” ຫລືຈະອະທິບາຍໃຈຄວາມໃຫ້ເລິກລົງໄປອີກກໍຄື “ໂປແກມທີ່ກຳລັງເຮັດວຽກໃນແອດເດສ ນັ້ນ ທີ່ກິນຊັບພະຍາກອນຂອງເຄື່ອງຄືກັນ” ເອົ້າ… ອັນນີ້ອະທິບາຍແບບບໍ່ໄດ້ອ້າງອິງພາສາວິຊາການຫຍັງຫລາຍ ໃນລະບົບ multitasking ຢ່າງພວກ linux ນີ້ ໂປແກມເຮົາສາມາດສັ່ງລັນໄດ້ຫລາຍ ໆ ເທື່ອໃນເວລາດຽວກັນ ເຖິງແມ່ນຈະເປັນໂປແກມຄົນລະຕົວກໍຕາມເຖິງ ໂປແກມທີ່ລັນແຕ່ລະເທື່ອໆນັ້ນ ແມ່ນຈະເປັນຕົວດຽວກັນກໍເອີ້ນວ່າໂປເຊດ ແລະເມື່ອເບີ່ງມາຍັງລະບົບທີ່ເຮັດວຽກແບບ multiuser ຢ່າງເຊັ່ນ UNIX ຫລື Linux ນີ້ ເຮົາສາມາດເຂົ້າມາໃຊ້ງານລະບົບໄດ້ພ້ອມໆກັນຫລາຍໆຄົນບໍ່ໄດ້ລວມ XP ຫລື OS ທີ່ເຮັດວຽກແບບຄົນດຽວເດີ້ນິ
ການເຮັດວຽກງານເຂົ້າມາພ້ອມໆ ກັນຫລາຍຄົນຈາກ network ເຊັ່ນ ຍິງເຂົ້າມາເພື່ອ telnet ລະບົບນັ້ນ ແລະເອີ້ນໃຊ້ໂປແກມຫລືຊັບພະຍາກອນຈາກລະບົບນັ້ນເຊັ່ນ ເຮົາຢູ່ໃນ network ທີ່ມີ UNIX ຢູ່ ເຮົາກໍ telnet ເຂົ້າມາໃຊ້ໂປແກມກວດເຊັກ email ທີ່ຢູ່ໃນ Linux ຊຶ່ງເປັນໂປແກມດຽວກັນກັບທີ່ອີກຄົນໜຶ່ງທີ່ກຳລັງ login ຢູ່ໃຊ້ງານຢູ່ຄືກັນນັ້ນເອງ ນັ້ນສະແດງວ່າໂປແກມດຽວກັນ ແຕ່ເຮັດວຽກກັນຄົນລະ process ນັ້ນເອງ
ອອກມາແລ້ວ KDE 4.2

KDE 4.2ເຊິ່ງມີຊື່ລຸ້ນວ່າ “The answer” ແລະໄດ້ຖືກຕັ້ງໃຫ້ເປັນໂຕຫລັກໃນລຸ້ນ 4.x ໄດ້ປ່ອຍອອກມາແລ້ວ
ຫລັງຈາກ KDE 4.0 ເປີດໂຕມາແຕ່ເດືອນມັງກ່ອນປີກາຍນີ້ ກໍ່ໄດ້ມີການປັງປຸງແກ້ໄຂກັນເລື້ອຍມາຈົນຮອດລຸ້ນ 4.1 ຈົນມາຮອດປັດຈຸບັນກໍ່ໄດ້ມີການແກ້ໄຂສ່ວນຕ່າງໆພ້ອມທັງສ່ວນຂອງການໃຊ້ງານໃຫ້ສະດວກແລະງ່າຍຂື້ນໃນລຸ້ນ 4.2 ນີ້
ສຳຫລັບເຮົາເອງ KDE 4.2 ຢັງບໍ່ໄດ້ລອງເທື່ອ ແຕ່ເບີ່ງຈາກຮູບແລ້ວ ການຈັດການຫນ້າຕາ ການໃຊ້ງານລວມໄປຮອດເມນູ ນັບວ່າຫນ້າສົນໃຈຫລາຍໆ ສຳຫລັບ ເອັບເຟັກນັ້ນປະທັບໃຈມາແຕ່ລຸ້ນ 4.1 ແລ້ວຫວັງວ່າລຸ້ນນີ້ອາດຈະເຮັດໃຫ້ໃຜບາງຄົນລືມ compiz ໄປເລີຍ
ເພີ່ມເຕີມໄດ້ທີ່
http://www.kde.org
ການ format ຄວາມຈຳໃນ linux
ຫລາຍຄົນຄົງສົງໃສວ່າເອ່…ຕອນຄຣິກຂວາຢູ່ລີນຸກເປັນຫຍັງມັນບໍ່ມີຄຳວ່າ format (ເວັ້ນແຕ່ເຮົາຈະເຮັດໃສ່ເອງ)
ນັ້ນກໍ່ເພາະວ່າລະບົບຈັດການຫລືການຈັດລຽງຂໍ້ມູນໃນຫນ່ວຍຄວາມຈຳຂອງລີນຸກ(ext type ) ມັນເປັນລະບົບທີ່ມີຄວາມລະອຽດໃນການເຮັດວຽກຫລືເວົ້າງ່າຍໆ ມັນ ດີ
ອ້າວແລ້ວບາດນີ້ເວລາເຮົາຢາກ format ເດ່ຕ້ອງເຮັດແນວໃດ໋ ຖ້າຫາກຄວາມຈຳດັ່ງກ່າວເປັນ usb mmc …. ພວກນີ້ເດ່ຊິເຮັດແນວໃດ
ຖ້າຫາກວ່າມື້ຫນື່ງຫມູ່ຍືມຍູເອສບີໄປແລ້ວເອົາໄປສຽບກັບວິນໂດ້ກັບມາໄວຣັດເຕັມ ຢາກ ຟໍມາສສສ (ອອກສຽງຕາມos555)
ຊິເຮັດແນວໃດ
