ການ format ຄວາມຈຳໃນ linux

ຫລາຍຄົນຄົງສົງໃສວ່າເອ່…ຕອນຄຣິກຂວາຢູ່ລີນຸກເປັນຫຍັງມັນບໍ່ມີຄຳວ່າ format (ເວັ້ນແຕ່ເຮົາຈະເຮັດໃສ່ເອງ)
ນັ້ນກໍ່ເພາະວ່າລະບົບຈັດການຫລືການຈັດລຽງຂໍ້ມູນໃນຫນ່ວຍຄວາມຈຳຂອງລີນຸກ(ext type ) ມັນເປັນລະບົບທີ່ມີຄວາມລະອຽດໃນການເຮັດວຽກຫລືເວົ້າງ່າຍໆ ມັນ ດີ

ອ້າວແລ້ວບາດນີ້ເວລາເຮົາຢາກ format ເດ່ຕ້ອງເຮັດແນວໃດ໋ ຖ້າຫາກຄວາມຈຳດັ່ງກ່າວເປັນ usb mmc …. ພວກນີ້ເດ່ຊິເຮັດແນວໃດ
ຖ້າຫາກວ່າມື້ຫນື່ງຫມູ່ຍືມຍູເອສບີໄປແລ້ວເອົາໄປສຽບກັບວິນໂດ້ກັບມາໄວຣັດເຕັມ ຢາກ ຟໍມາສສສ (ອອກສຽງຕາມos555)
ຊິເຮັດແນວໃດ

ບໍ່ເປັນຫຍັງມັນມີວິທີຂອງມັນ
ເອົາແຫລະຖ້າຫາກວ່າແມ່ນຍູເອສບີ ກໍ່ຈັດການສຽບບູເອສບີແລ້ວ go to Terminal ກັນເລີຍ
ພິມ df -h
ເພື່ອ list ເບີ່ງຫນ່ວຍຄວາມຈຳທັງຫມົດກໍ່ຊິໄດ້ປະມານນີ້

Filesystem Size Used Avail Use% Mounted on
/dev/sda1 16G 11G 4.0G 74% /
varrun 248M 140K 248M 1% /var/run
varlock 248M 4.0K 248M 1% /var/lock
udev 248M 68K 248M 1% /dev
devshm 248M 64K 248M 1% /dev/shm
gvfs-fuse-daemon 16G 11G 4.0G 74% /home/dev/.gvfs
/dev/sdb2 36G 33G 2.6G 93% /media/disk
/dev/sdb1 40G 36G 3.4G 92% /media/disk-1
/dev/sda5 20G 12G 8.7G 57% /media/disk-2
/dev/sdc1 125M 16M 109M 13% /media/SNI77ER

ສັງເກດວ່າຍູເອສບີເຮົາແມ່ນ /dev/sdc1 125M 16M 109M 13% /media/SNI77ER
ສັ່ງ unmount usb ກ່ອນດ້ວຍ
* umount /dev/sdc1

ຕໍ່ດ້ວຍ
* mkdosfs /dev/sdc1 (ກໍລະນີຢາກໃຫ້ເປັນ fat)
ຫລື
* mkfs /dev/sdc1 (filetype linux)

ແນະນຳວ່າໃຫ້ເລືອກ mkdosfs ດີກ່ວາເພາະຍູເອສບີຄົນອື່ນໃຊ້ນຳ ເຫີ່ເຫີ່
ນອກຈາກ mkfs ແລະ mkdosfs ແລ້ວຢັງມີຄຳສັ່ງອື່ນໆອີກເຊັ່ນ
fs, badblocks, fsck, mkdosfs, mke2fs, mkfs.bfs, mkfs.ext2,
mkfs.ext3, mkfs.minix, mkfs.msdos, mkfs.vfat, mkfs.xfs,mkfs.xiafs..

ລາຍລະອຽດເພື່ມເຕີມ man mkfs

Tags: , , ,

Leave a Reply

You must be logged in to post a comment.