ຫວຽດນາມອອກຄຳສັ່ງຫນ່ວຍງານລັດຕ້ອງໃຊ້ linux
![]()
ກະຊວງວິດທະຍາສາດ ຂອງຫວຽດນາມໄດ້ອອກມາປະກາດ ຄຳສັ່ງ ພາຍໃນໃຫມ່ (Administrative Ruling ບໍ່ແມ່ນກົດຫມາຍ ນະໂຍບາຍຫລືຂໍຄວາມຮ່ວມມື ແຕ່ເປັນຄຳສັ່ງ) ທີ່ຕ້ອງການເພີ່ມການໃຊ້ວຽກໂປຣແກຣມເສລີ ພາຍໃນປະເທດໃນຫນ່ວຍງານຂອງລັດທະບານທັງຫມົດ
ໂດຍຈາກຄຳສັ່ງນີ້ ເຊີເວີ້ຂອງລັດທະບານທັງຫມົດຈະຕ້ອງຣັນຢູ່ລະບົບ linux ເທົ່ານັ້ນ ກຳນົດພາຍໃນ ໓0 ເດືອນຫົກ ປີນີ້ ແລະຫນ່ວຍງານຂອງລັດທັງຫລາຍ(໗0%)ຈະຕ້ອງໃຊ້ OpenOffice.org, Mozilla Firefox, Mozilla Thunderbird ພາຍໃນທ້າຍປີນີ້
ກັບມາຍ້ອນເບີ່ງບ້ານເຮົາ ປານໃດ໋ພາກລັດຈະໃຫ້ຄວາມສຳຄັນຫລາຍຂື້ນກ່ອນນີ້ແນ່ ອ້າຍນ້ອງຂ້າງໆ ກໍ່ນຳໄປກ່ອນລະໃດ໋?
ປລ. ຂະຫນາດປະກາດໃຫ້ພິມເອກະສານເປັນ unicode ຍັງພິມ saysetthaLao ມາຢູ່
ທີ່ມາ BN
ຂອງແທ້ Slashdot
Tags: Firefox, Open Source, Software, Vietnam


January 8th, 2009 at 6:34 pm
ອີກ ໕ ປີຈັກຊິມີຢູ່ບ້ານເຮົາບໍ?
January 9th, 2009 at 10:38 am
ເຫີ່ເຫີ່ ຈົນຫົວງອກພຸ້ນກະຊິເປັນແນວໃດ໋ບຸ