ເມື່ອ sony ໃຊ້ linux

ໃຜບໍ່ເຊື່ອກໍ່ຕ້ອງເຊື່ອງເມື່ອ Sony DSC-G3 ທີ່ມີຄວາມລະອຽດ 10 Megapixel ມີ Wi-Fi ແຕ່ໂຕກ້ອງພັດໃຊ້ Busybox Linux ທີ່ງານ Las Vegas Consumer Electronics Show Sony ເປີດໂຕກ້ອງດິຈິຕອລ Cyber-shot ລຸ້ນໃຫມ່ ລຸ້ນ DSC-G3 ມາພ້ອມກັບເລນຊູມ 4 ເທົ່າ ມີ touch display ໃຫຍ່ 3.5 ນີ້ວພ້ອມກັບຄວາມຈຳພາຍໃນໂຕເຄື່ອງ 4 GB ແລະສາມາດເພີ່ມຄວາມຈຳພາຍນອກໄດ້
ຄຸນນະສົມບັດເບີ່ງທົ່ວໆໄປແລ້ວກໍ່ຫນ້າສົນໃຈລະດັບຫນື່ງເທົ່ານັ້ນແຕ່ທີ່ຫນ້າຕື່ນເຕັ້ນໄປກ່ອນນັ້ນ ມັນຢູ່ທີ່ລະບົບທີ່ກ້ອງໃຊ້ຄື Busybox ມາພ້ອມ Linux Kernel 2.6.11 ສຳຫລັບ Access Linux Platform (ALP). APL ລຸ້ນນີ້ໃຊ້ Kernel ທີ່ມີລະຫັດວ່າ 2.6.11-alp Woozy Beaver ຫາກໃຜຮູ້ຈັກ Garnet OS ເທິງ Palm ໄດ້ Garnet OS ກໍ່ຄືຜົນງານຂອງ Access-Company ເຈົ້າດຽວກັນນີ້ເອງ ນອກຈາກ Gernet OS ແລ້ວ Access Linux Platform ຢັງໄດ້ຖືກນຳໄປໃຊ້ກັບມືຖື MID, TV Settop Box ຫລືແມ້ແຕ່ Navagator System ໃນລົດ

ນອກຈາກສິ່ງຕ່າງໆທີ່ໄດ້ພັນລະນາມາແລ້ວມັນຢັງມີ Wi-Fi ເຮັດໃຫ້ທ່ານສາມາດອັບໂຫລດຮູບພາບທີ່ທ່ານຖ່າຍຈາກທຸກຫົນແຫ່ງ ລົງສູ່ອາລະບັ້ມອອນໄລຂອງທ່ານເຊັ່ນ Picasa, Shutterfly, Photobuket ຫລືອັບ video ໄປ Youtube, Dailymotion ໄດ້ຢ່າງງ່າຍດາຍໂດຍບໍ່ຕ້ອງອາໄສອຸປະກອນອື່ນໆ ສຳຫລັບ Source Code ຂອງ Kernel, Busybox ແລະໂປຣແກຣມອື່ນໆ ທີ່ຢູ່ໃນຫ້ອງສາມາດດາວຖຫລດໄດ້ຈາກຫນ້າ Source Code Distribution Services ຂອງ Sony ໄດ້ເລີຍ

ສຳຫລັບຂໍ້ມູນເພີ່ມເຕີມ Linux Pro Magazine, DSC-G3 Cyber-shot® Digital Camera , Access Linux Platform
ທີ່ມາ : thaiopensource.org
ເມື່ອ MSN ບໍ່ຢາກຄົບກັບ pidgin
ສອງສາມມື້ກ່ອນຜ່ານມາມີຫລາຍຄົນມີບັນຫາໃນການ login ເຂົ້າ account ຂອງ hotmail ໃນ pidgin
ເຮົາເອງກໍ່ເປັນເຊັ່ນດຽວກັນ ເລີຍຫາວິທີທາງໄປມານຳກຸກໂກ້ ກໍ່ມີຫລາຍຄົນບອກປ່ຽນນັ້ນແປງນີ້
ເຊັ່ນ ດາວເກດເວີ່ຊັ້ນຂອງ pidgin ແກ້ສ່ວນທີ່ຄ້າງ –disable-msnp15 option ອື່ນໆໆໆ ອີກ
ເຮົາບໍ່ໄປເຮັດໃຫ້ມັນຢາກຂະຫນາດນັ້ນ ເມື່ອເຮົາມີ apt-get ເປັນຫຍັງຕ້ອງ apt-get ວະ
ເອົາເປັນວ່າເຮົາບໍ່ຮູ້ມັນຝັງເລິກລົງໃນສະຫມອງໄປລະ
sudo apt-get install msn-pecan
or
sudo aptitude install msn-pecan
ເພື່ອແກ້ບັນຫາທຸກຢ່າງ. ສາມາດອ່ານລາຍລະອຽດໄດ້ເພີ່ມເຕີມ http://code.google.com/p/msn-pecan/
ປລ. ຄວາມສາມາດບາງຢ່າງອາດຫນ້ອຍລົງ ເຊັ່ນ emotion plugin etc…..
ຫວຽດນາມອອກຄຳສັ່ງຫນ່ວຍງານລັດຕ້ອງໃຊ້ linux
![]()
ກະຊວງວິດທະຍາສາດ ຂອງຫວຽດນາມໄດ້ອອກມາປະກາດ ຄຳສັ່ງ ພາຍໃນໃຫມ່ (Administrative Ruling ບໍ່ແມ່ນກົດຫມາຍ ນະໂຍບາຍຫລືຂໍຄວາມຮ່ວມມື ແຕ່ເປັນຄຳສັ່ງ) ທີ່ຕ້ອງການເພີ່ມການໃຊ້ວຽກໂປຣແກຣມເສລີ ພາຍໃນປະເທດໃນຫນ່ວຍງານຂອງລັດທະບານທັງຫມົດ
ໂດຍຈາກຄຳສັ່ງນີ້ ເຊີເວີ້ຂອງລັດທະບານທັງຫມົດຈະຕ້ອງຣັນຢູ່ລະບົບ linux ເທົ່ານັ້ນ ກຳນົດພາຍໃນ ໓0 ເດືອນຫົກ ປີນີ້ ແລະຫນ່ວຍງານຂອງລັດທັງຫລາຍ(໗0%)ຈະຕ້ອງໃຊ້ OpenOffice.org, Mozilla Firefox, Mozilla Thunderbird ພາຍໃນທ້າຍປີນີ້
ກັບມາຍ້ອນເບີ່ງບ້ານເຮົາ ປານໃດ໋ພາກລັດຈະໃຫ້ຄວາມສຳຄັນຫລາຍຂື້ນກ່ອນນີ້ແນ່ ອ້າຍນ້ອງຂ້າງໆ ກໍ່ນຳໄປກ່ອນລະໃດ໋?
ປລ. ຂະຫນາດປະກາດໃຫ້ພິມເອກະສານເປັນ unicode ຍັງພິມ saysetthaLao ມາຢູ່
ທີ່ມາ BN
ຂອງແທ້ Slashdot

