ຕິດຕັ້ງ package ເມື່ອບໍ່ມີ internet

1. ໄປຫາຄອມທີ່ຕໍເນັດຫລືຮ້ານເນັດແລ້ວຍັດ DesktopCD ລົງໄປແລ້ວບູສມັນຂື້ນມາ
2. ເມື່ອເຂົ້າໄປແລ້ວຈັດການຕິດຕັ້ງPackageທີ່ເຣົາຕ້ອງການຊິ apt-get ຫລືຜ່ານ Synaptic ກໍແລ້ວແຕ່ອາລົມ
3. ຫລັງຈາກນັ້ນເຂົ້າໄປທີ່ /var/cache/apt/archives
4. ຊິເຫັນໄຟສ .deb ຫລາຍໆຫັ້ນແຫລະໃຫ້ກ໊ອບປີ້ໃສ່ FlashDrive ເລີຍ
5. ຫລັງຈາກນັ້ນກໍເອົາໄປໃສ່ເຄື່ອງທີ່ເປັນ ubuntu ຂອງເຣົາ
6. ເປີດterminal ແລ້ວ cd ເຂົ້າໄປຫາ FlashDrive ຂອງເຣົາ
7. ສັ່ງ sudo dpkg -i *.deb
8. ລຽບລ້ອຍໂຮງຮຽນລາວຊ້າ
gedit ເປັນຫລາຍກ່າວທີ່ທ່ານຄິດ
ກ່ອນອື່ນ ສະບາຍດີປີໃຫ່ມຫມົດທຸກຄົນ
ຫລາຍຄົນຄືຊິເຄີຍໃຊ້ edit+ ເຊິ່ງມີຟັງຊັ້ນຫລາຍຢ່າງ, ແຕ່ gedit ທີ່ຕິດມານຳ ubuntu ກໍເຮັດໄດ້ຄືກັນມາເລີ່ມກັນເລີຍ
- ເປີດ gedit ຫລື Text Editor ຂື້ນມາ – Application > Accessories > Text Editor
- ກົດເມນູ Edit > Preferences
- ໃນ Tab View, tick “Display line number” and “Display right margin”
- ໃນ Tab Editor, ປ່ຽນ Tab width ເປັນ 4 ແລະ tick “Enable automatic indentation”
- ໃນ Tab Font & colours, ເລືອກ Colour scheme ຕາມທີ່ທ່ານມັກ
- ໃນ Tab Plugins, tick “External tools” ຫລື plugin ໂຕອື່ນທີ່ທ່ານມັກ
- ມາໃສ່ short-cut ໃນການ compile ແລະ run Java – ie. F2
- ກົດເມນູ Tools > External tools > New > ຂຽນ Java
- ຊ່ອງ Description = … – ແລ້ວແຕ່ທ່ານມັກ
- ກົດຊ່ອງ Shortcut Keys: ແລ້ວ ກົດ F2
- ຊ່ອງ Command(s) =
- ແລ້ວກົດ Close ອອກ
#!/bin/sh
if javac $GEDIT_CURRENT_DOCUMENT_NAME;
then
DESU=`echo ${GEDIT_CURRENT_DOCUMENT_NAME}|cut -d “.” -f 1`
xterm -hold -e java $DESU –working-directory=$GEDIT_CURRENT_DOCUMENT_DIR
fi
ລອງທົດສອບໂດຍການລອງເປີດໄຟຼ java ຂື້ນມາ, ແລ້ວ ກົດ F2

ລອງເອົາທົດລອງກັນເບິ່ງມີບັນຫາແນວໃດ ກະຖາມໄດ້
