laoubuntu linux ພ້ອມໃຊ້ ສຳຫລັບ webserver
ສຶບເນື່ອງມາຈາກເຫດການສ່ວນໂຕຂອງຂ້າພະເຈົ້າເອງ ທີ່ປ້ອງກັນບົດບໍ່ຜ່ານ ຄວາມສາມາດມີບໍ່ພໍ ແລະບໍ່ຢາກໃຫ້ໂຄງການດັ່ງກ່ວາຖີ້ມໄປລ່ະລ້າ ລ່າ ລ່າ ລ້າ
ຂ້າພະເຈົ້າຈຶ່ງຂໍຍົກຕໍ່ມາເປັນໂຄງການ ໃນ laoubuntu ເລີຍສະເຫີ່ເຫີ່ ລາຍລະອຽດກໍ່ ຕາມ ລຸ່ມນີ້(ມີການດັດແປງຈາກໂພໂບໂຊແທ້ ເພາະຕ້ອງດັດແປງໃຫ້ເຂົ້າກັບຄວາມຫນ້າຮັກຂອງ ສັງຄົມ ubuntu)
ໂຄງການນີ້ຄືການສ້າງລະບົບປະຕິບັດການຫລືdistribution(distro) ໃຫມ່ຈາກ linux (based on ubuntu)ໃຊ້ ສຳຫລັບການ ສຶກສາ, ຫລືສຳຫລັບຜູ້ທີ່ສົນໃຈການພັດທະນາເວບໄຊ້ດ້ວຍ ພາສາ html, php….(ພາສາອື່ນຯຯຯ) ເຫມາະສຳຫລັບຜູ້ສົນໃຈສຶກ ສາ ນຳໃຊ້ ລະບົບ ປະຕິບັດການ linux. ສາມາດໃຊ້ແບບlive CD ໄດ້(ໃຊ້ໂດຍບໍ່ຕິດຕັ້ງລົງເຄື່ອງ) ແລະໂຕ os ກະວ່າຈະ ໃຫ້ມີຊຸດໂປຣແກຣມທີ່ ຈຳເປັນໃນການສ້າງເວບໄຊ້, ມີ webserver ທີ່ພ້ອມໃຊ້ ພ້ອມນັ້ນຢັງມີຊຸດ application ທີ່ຈຳເປັນຕ່າງໆ(ໂປຣແກຣມທີ່ຈຳເປັນໃຊ້ນອກເຫນືອຈາກໂປຣແກມພື້ນຖານໃນ ubuntu).
-
ເປົ້າຫມາຍໃນການສ້າງແລະຄວາມເປັນມາ
ເນື່ອງຈາກວ່າລະບົບປະຕິບັດການlinux ເປັນລະບົບປະຕິບັດການopensourceທີ່ສາມາດເອົາມາ ໃຊ້ໄດ້ຟີໂດຍບໍ່ມີ ການຜູກມັດໃດໆພ້ອມນັ້ນຢັງສາມາດເອົາມາດັດ ແປງຫລືແກ້ໄຂໃຫ້ເຫມາະສົມກັບການໃຊ້ວຽກງານຂອງເຮົາ. ດັ່ງນັ້ນເຫັນວ່າການທີ່ຈະນຳເອົາລະບົບປະຕິບັດການນີ້ມາ ແກ້ໄຂເພື່ອໃຫ້ເກີດປະໂຫຍດກັບຜູ້ທີ່ຈະຕ້ອງ ການນຳໄປໃຊ້ໃນວຽກງານດັ່ງກ່າວນອກຈາກຈະໄດ້ຮຽນຮູ້ການໃຊ້ລະບົບ linux ແລ້ວການທີ່ ນຳເອົາພຽງແຕ່ CDແຜ່ນດຽວ(ສາມາດເອົາໃສ່ usbໄດ້) ແລ້ວເອົາໄປ ບູສ(boot) ເທິງຄອມພິວເຕີ້ເຄື່ອງໃດ໋ຫນື່ງຫລັງຈາກ ນັ້ນເຮົາສາມາດ ໃຊ້ວຽກ ຫລື ແມ້ແຕ່ webserverໄດ້ເລີຍຈະເປັນການດີຖ້າຫາກຕ້ອງການ ຕິດຕັ້ງຖາວອນກໍ່ບໍ່ຍາກຕໍ່ການຕິດຕັ້ງ ກິນຊັບພະຍາກອນເຄື່ອງບໍ່ຫລາຍ ສະດວກກັບ developer ທີ່ພັດທະນາ web programing ທີ່ບໍ່ຕ້ອງມາເສຍເວລາຕິດຕັ້ງ ເວບເຊີ່ເວີ້ຫລືລະບົບປະຕິບັດການລວມທັງມາຕິດຕັ້ງ ບຣາ ບຣາ ບຣາ ເພື່ອ ຈະໃຫ້ຄອມເຮົາ ເຮັດວຽກໄດ້. ນອກຈາກ ໄດ້ໃຊ້ webserver ແລະເຄື່ອງມື ໃນການພັດທະນາ ແລ້ວ ກໍ່ຈະລວມ application ທີ່ຈຳເປັນຕໍ່ການ ເບີ່ງຫນັງຟັງເພງຫລີ້ນເນັດ ອື່ນໆ ອີກ(ລາຍລະອຽດ package ຈະ list ໃຫມ່ອີກເທື່ອ) (more…)
Debian GNU/Linux 5.0 ອອກແລ້ວ

ເມື່ອວັນແຫ່ງຄວາມຮັກຜ່ານມາ Lenny ຫລື Debian GNU/Linux 5.0 ກໍ່ໄດ້ອອກມາໃຫ້ເຮົາສຳພັດກັບມັນແລ້ວ ຫລັງຈາກທີ່ໄດ້ງຽບມາດົນເຖິງ 22 ເດືອນ Debian ເປັນ Linux distribution ດຽວທີ່ສະຫນັບສະຫນຸນຊີພີຍູເຖິງ 12 ແບບລວມໄປຮອດການທີ່ມີ Windows Manager ແບບ KDE, GNOME, Xfce ແລະ LXDE ອີກນຳ ໃນເວີຊັ້ນນີ້ສະຫນັບສະຫນຸນການເຮັດວຽກກັບ FSH 2.3 ແລະການພັດທະນາຊ໊ອບແວເທິງ LSB Debian GNU/Linux ສາມາດເຮັດວຽກເທິງອຸປະກອນແບບ Palmtop ແລະອຸປະກອນມືຖືໄປຈົນຮອດ supercomputer ແລະນີ້ເອງກໍ່ຄືຂໍ້ໄດ້ປປຽບຂອງ Debian ສະຫນັບສະຫນຸນ CPU ເຖິງ 12 ສະຖາປັດຕະຍະກຳເຊັ່ນ Sun SPARC (sparc), HP Alpha (alpha), Motorola/IBM PowerPC (powerpc), Intel IA-32 (i386), IA-64 (ia64), HP PA-RISC (hppa), MIPS (mips, mipsel), ARM (arm, armel), IBM S/390 (s390), and AMD64 and Intel EM64T (amd64). Lenny ຢັງເພີ່ມການສະຫນັບສະຫນຸນ Marvell Orion platform ທີ່ໃຊ້ໃນອຸປະກອນບັນທຶກຂໍ້ມູນອີກນຳ ນັ້ນກໍ່ຫມາຍຄວາມວ່າ ອຸປະກອນບັນຖືກຂໍ້ມູນແບບ QNAP Turbo, HP Media Vault mv2120 ແລະ Buffalo Kurobox Pro ກໍ່ສາມາດໃຊ້ Debian GNU/Linux 5.0 ໄດ້ຄືກັນ
ທີ່ມາ – debian.org ແລະ thaiopensource.org
ໂຄງການແປ opensource ເປັນພາສາລາວ
ຂ້າພະເຈົ້າໃນນາມຕາງຫນ້າ ທີມງານ ລາວຊ້າ ຂໍເຊີນຊວນພໍ່ແມ່ພີ່ນ້ອງ ເຂົ້າຮ່ວມໂຄງການແປ ຊອບແວຣ ຕ່າງໆ ໃນຄອມພຶວເຕີ້ໃຫ້ເປັນພາສາລາວ ເຊິ່ງຕອນນີ້ແມ່ນພວກເຮົາກຳລັງຈະເລີ່ມໂຄງການແປ Open Office 3.0 ໃຫ້ເປັນພາສາລາວ ແລະ ໂປຣແກຣມອື່ນໆ ທີ່ເປັນລະບົບເປີດເປີຍຊອດໂຄດ ຫລັງຈາກແປສຳເລັດ ແລ້ວ ພວກເຮົາຈະໄດ້ເຮັດເປັນ Lao Language Pack ອອກມາໃຫ້ ພີ່ນ້ອງຄົນລາວເຮົາໄດ້ໃຊ້ກັນແບບຟຣີໆ
ແຕ່ເນື່ອງຈາກວ່າ ກຳລັງຄົນເຮົາຍັງບໍ່ພຽງບໍເພາະມັນມີຫລາຍຄຳສັບ ສະນັ້ນທາງທີມງານຈຶງໄດ້ອອກມາປະກາດຫາອາສາສະຫມັກທີ່ຈະເຂົ້າຮ່ວມໂຄງການແປດັ່ງກ່າວ
Skype 2.0.0.72 ພາສາລາວ
skype ໂປຣແກຣມຍອດນິຍົມບໍ່ວ່າຈະເປັນ chat , videocall , ກໍ່ສາມາດເຮັດໄດ້ດ້ວຍໂປຣແກຣມນີ້ໂປຣແກຣມດຽວ ໂດຍທົ່ວໄປskype ມີພາສາຕ່າງໆໃຫ້ເລືອກຕິດຕັ້ງຢູ່ແລ້ວແຕ່ບໍ່ມີພາສາລາວແລະ au8ustກໍ່ໄດ້ແປໃຫ້ເປັນພາສາລາວ
(more…)
