ດາວໂຫລດວີດີໂອ ຈາກ Youtube ດ້ວຍຄຳສັ່ງດຽວ

ສຳລັບໃຜທີ່ກຳລັງໃຊ້ Linux Ubuntu ຢູ່ຂະນະນີ້ ທີ່ມີຄວາມນິຍົມຊົມຊອບໃນການເບິ່ງວີດີໂອ ຈາກ Youtube ແລະ ວີດີໂອ ບາງໂຕອາດຈະຖືກໃຈທ່ານແລ້ວທ່ານຢາກຈະເກັບໄວ້ ຈະດາວໂຫລດຈາກ youtube ເລີຍກໍບໍ່ໄດ້ (ມີຂ່າວວ່າ youtube ກຳລັງຈະເປີດລິ້ງດາວໂຫລດແລ້ວ) ຈະດາວໂຫລດຜ່ານເວັບໃຫ້ບໍ່ລິການ ບາງຄົນກໍອາດຈະຂີ້ຄ້ານ ສະນັ້ນບໍ່ເວົ້າຫລາຍລະ ມາເບິ່ງກັນເລີຍ

ຂັ້ນຕອນທຳອິດ ເປີດ Terminal ຂຶ້ນມາ

ແລ້ວ sudo apt-get install youtube-dl

ຈາກນັ້ນກໍປ່ອຍໃຫ້ມັນດາວໂຫລດມາ ແລ້ວລໍຖາການຕິດຕັ້ງ

ເມື່ອມັນຕິດຕັ້ງແລ້ວໆ ທ່ານກໍຈະສາມາດໃຊ້ຄຳສັ່ງນີ້

youtube-dl ແລ້ວຕາມດ້ວຍ URL ວີດີໂອຈາກ youtube

youtube-dl http://www.youtube.com/watch?v=cTDln2f0GvQ

ຈາກນັ້ນມັນກໍຈະດາວໂຫລດວີດີມາເກັບໄວ້ໃນຄອມຂອງເຮົາ.

Credit: Session-U

3 Comments

Leave a Reply

You must be logged in to post a comment.