GNOME Format

clip_image004_0006.jpg

GParted ເປັນໂປຣແກຣມແກ້ໄຂພື້ນທີ່ຮາດດິສ ທີ່ຈັດໄດ້ວ່າໃຊ້ວຽກໄດ້ງ່າຍໃນຂັ້ນຫນື່ງ ຊຸດໂປຣແກຣມນີ້ຖືກລວມເຂົ້າໄປໃນ Linux ຕະກູນທີ່ກ່ຽວຂ້ອງ ກັັບການ recovery disk ຫລາຍໂຕ ສຳຫລັບຫນ້າຕາ GParted ອາດບໍ່ຄຸ້ນຫູຄຸ້ນຕາປານໃດ interface ອາດຈະແປກໆໄປ ແຕ່ມັນກໍ່ຄ້າຍຄືກັນກັບ Partition Magic ຢູ່ຫນ້ອຍຫນື່ງ ຈາກ GPartd GNOME ໄດ້ອອກແບບເຄື່ອງມືຈັດການ USB Disk ໂຕໃຫມ່ເຊີ່ງນອກຈາກຈະຈັດການກັບ USB Disk ໄດ້ແລ້ວຢັງສາມາດໃຊ້ວຽກກັບຮາດດີສຂະຫນາດພົກພາໄດ້ອີກ ໂປຣແກຣມດັ່ງກ່າວຊື່ວ່າ GFloppy ຫລື GNOME Format ເຊີ່ງເປັນອີກຫນື່ງເຄື່ອງມືທີ່ສຳຄັນໃນ GNOME

GFloppy ອອກແບບມາໃຫ້ໃຊ້ວຽກໄດ້ງ່າຍ interface ມີຄົບໃນຫນ້າດຽວ

GNOME Format ມີເປົ້າຫມາຍວ່າຕ້ອງການໂປຣແກຣມທີ່ສາມາດ format external memory media ແບບ USB disk, SD/MMC flash card ທີ່ສາມາດໃຊ້ວຽກໄດ້ງ່າຍ GNOME Format ມາພ້ອມກັບ user interface ທີ່ງ່າຍຕໍ່ການໃຊ້ວຽກ ພ້ອມຄວາມສາມາດທີ່ເຊື່ອມໂຍງກັບ HAL ເພື່ອກວດຫາອຸປະກອນໄດ້ດ້ວຍໂຕເອງ ເພື່ອໃສ່ SD/MMC/USB Disk ເຂົ້າໄປໃນເຄື່ອງ ນອກຈາກການໃຊ້ວຽກທີ່ສະດວກ GNOME Format ຢັງລວມເອົາຄວາມສາມາດເຂົ້າລະຫັດຂໍ້ມູນໃນລະດັບ LUKS ເອົາໄວ້ນຳ ເຮັດໃຫ້ສະບາຍໃຈໄດ້ວ່າຂໍ້ມູນຂອງທ່ານນັ້ນຈະບໍ່ຖືກລັກ

ທີ່ມາ – Phoronix ແລະ thaiopensource.org

Tags: , ,

This entry was posted on Tuesday, February 10th, 2009 at 4:18 pm and is filed under Apps ນ່າສົນໃຈ. You can follow any responses to this entry through the RSS 2.0 feed. You can leave a response, or trackback from your own site.

Leave a Reply




Message:

Ubuntu: For Desktops, Servers, Netbooks and in the cloud