laoubuntu linux ພ້ອມໃຊ້ ສຳຫລັບ webserver

Posted on February 26th, 2009, by devsmudger

ສຶບເນື່ອງມາຈາກເຫດການສ່ວນໂຕຂອງຂ້າພະເຈົ້າເອງ ທີ່ປ້ອງກັນບົດບໍ່ຜ່ານ ຄວາມສາມາດມີບໍ່ພໍ ແລະບໍ່ຢາກໃຫ້ໂຄງການດັ່ງກ່ວາຖີ້ມໄປລ່ະລ້າ ລ່າ ລ່າ ລ້າ
ຂ້າພະເຈົ້າຈຶ່ງຂໍຍົກຕໍ່ມາເປັນໂຄງການ ໃນ laoubuntu ເລີຍສະເຫີ່ເຫີ່ ລາຍລະອຽດກໍ່ ຕາມ ລຸ່ມນີ້(ມີການດັດແປງຈາກໂພໂບໂຊແທ້ ເພາະຕ້ອງດັດແປງໃຫ້ເຂົ້າກັບຄວາມຫນ້າຮັກຂອງ ສັງຄົມ ubuntu)

ໂຄງການນີ້ຄືການສ້າງລະບົບປະຕິບັດການຫລືdistribution(distro) ໃຫມ່ຈາກ linux (based on ubuntu)ໃຊ້ ສຳຫລັບການ ສຶກສາ, ຫລືສຳຫລັບຜູ້ທີ່ສົນໃຈການພັດທະນາເວບໄຊ້ດ້ວຍ ພາສາ html, php….(ພາສາອື່ນຯຯຯ) ເຫມາະສຳຫລັບຜູ້ສົນໃຈສຶກ ສາ ນຳໃຊ້ ລະບົບ ປະຕິບັດການ linux. ສາມາດໃຊ້ແບບlive CD ໄດ້(ໃຊ້ໂດຍບໍ່ຕິດຕັ້ງລົງເຄື່ອງ) ແລະໂຕ os ກະວ່າຈະ ໃຫ້ມີຊຸດໂປຣແກຣມທີ່ ຈຳເປັນໃນການສ້າງເວບໄຊ້, ມີ webserver ທີ່ພ້ອມໃຊ້ ພ້ອມນັ້ນຢັງມີຊຸດ application ທີ່ຈຳເປັນຕ່າງໆ(ໂປຣແກຣມທີ່ຈຳເປັນໃຊ້ນອກເຫນືອຈາກໂປຣແກມພື້ນຖານໃນ ubuntu).

  1. ເປົ້າຫມາຍໃນການສ້າງແລະຄວາມເປັນມາ

ເນື່ອງຈາກວ່າລະບົບປະຕິບັດການlinux ເປັນລະບົບປະຕິບັດການopensourceທີ່ສາມາດເອົາມາ ໃຊ້ໄດ້ຟີໂດຍບໍ່ມີ ການຜູກມັດໃດໆພ້ອມນັ້ນຢັງສາມາດເອົາມາດັດ ແປງຫລືແກ້ໄຂໃຫ້ເຫມາະສົມກັບການໃຊ້ວຽກງານຂອງເຮົາ. ດັ່ງນັ້ນເຫັນວ່າການທີ່ຈະນຳເອົາລະບົບປະຕິບັດການນີ້ມາ ແກ້ໄຂເພື່ອໃຫ້ເກີດປະໂຫຍດກັບຜູ້ທີ່ຈະຕ້ອງ ການນຳໄປໃຊ້ໃນວຽກງານດັ່ງກ່າວນອກຈາກຈະໄດ້ຮຽນຮູ້ການໃຊ້ລະບົບ linux ແລ້ວການທີ່ ນຳເອົາພຽງແຕ່ CDແຜ່ນດຽວ(ສາມາດເອົາໃສ່ usbໄດ້) ແລ້ວເອົາໄປ ບູສ(boot) ເທິງຄອມພິວເຕີ້ເຄື່ອງໃດ໋ຫນື່ງຫລັງຈາກ ນັ້ນເຮົາສາມາດ ໃຊ້ວຽກ ຫລື ແມ້ແຕ່ webserverໄດ້ເລີຍຈະເປັນການດີຖ້າຫາກຕ້ອງການ ຕິດຕັ້ງຖາວອນກໍ່ບໍ່ຍາກຕໍ່ການຕິດຕັ້ງ ກິນຊັບພະຍາກອນເຄື່ອງບໍ່ຫລາຍ ສະດວກກັບ developer ທີ່ພັດທະນາ web programing ທີ່ບໍ່ຕ້ອງມາເສຍເວລາຕິດຕັ້ງ ເວບເຊີ່ເວີ້ຫລືລະບົບປະຕິບັດການລວມທັງມາຕິດຕັ້ງ ບຣາ ບຣາ ບຣາ ເພື່ອ ຈະໃຫ້ຄອມເຮົາ ເຮັດວຽກໄດ້. ນອກຈາກ ໄດ້ໃຊ້ webserver ແລະເຄື່ອງມື ໃນການພັດທະນາ ແລ້ວ ກໍ່ຈະລວມ application ທີ່ຈຳເປັນຕໍ່ການ ເບີ່ງຫນັງຟັງເພງຫລີ້ນເນັດ ອື່ນໆ ອີກ(ລາຍລະອຽດ package ຈະ list ໃຫມ່ອີກເທື່ອ)

ຫົວຂໍ້ທີ່ຈະດຳເນີນງານ

  • ວາງແຜນຂັ້ນຕອນການດຳເນີນງານ

  • ສ້າງBase linux ເພື່ອເປັນຖານໃນການສ້າງ

  • list package ທີ່ໄດ້ໃຊ້ແລະ ຈຳເປັນໃນການສ້າງ

  • ທົດສອບລະບົບ

  • ແກ້ໄຂສ່ວນທີ່ຜິດພາດ

  • ສ້າງລະບົບທີ່ສົມບູນ

  1. ລະດັບຄາດຫມາຍ

ການຄາດຫມາຍຂອງໂຄງການຄືສາມາດໄດ້ໃຊ້ liveCD linux ທີ່ລວມເອົາຊຸດໂປຣແກຣມທີ່ພ້ອມໃຊ້ສຳຫລັບນັກ develop ແລະຜູ້ໃຊ້ທົ່ວໄປ ສຳຫລັບຜູ້ທີ່ ຈະນຳໄປໃຊ້ແມ່ນ ສາມາດ ເອົາ .iso ໄປໃສ່ໃນແຜ່ນ CD ຫລືສາມາດເອົາໄປໃສ່ໃນ usb ແລະເອົາໄປໃຊ້ໄດ້ເລີຍ, ບໍ່ຈຳເປັນ ຕ້ອງຕິດຕັ້ງ ລົງຄວາມຈຳຂອງທ່ານຫລືຖ້າຢາກຕິດຕັ້ງກໍ່ສາມາດເຮັດໄດ້ ພຽງທໍ່ນີ້ກໍ່ສາມາດໃຊ້ linux ແລະຢັງສາມາດໃຊ້ເພື່ອພັດທະນາເວບໄຊ້ ໄດ້ງ່າຍໆ

ເອົາເປັນວ່າຂໍວາງ ທີ່ມາແລະລະດັບຄາດຫມາຍໄວ້ກ່ອນເພາະຊ່ວງນີ້ເມື່ອຍໆ ທໍ້ໆແລ້ວ ຮູ້ສຶກວ່າເຮັດຫຍັກໍ່ຖືກປະຕິເສດຕະຫລອດ ເອົາລະໃຜສົນໃຈເຂົ້າຮ່ວມພັດ ທະນາໂຄງການນີ້ກໍ່ ຄອມເມັ້ນ ຄອມເມັ້ນ ໄວ້ ສ່ວນການເຄື່ອນໄຫວກໍ່ຕິດຕາມໃນເວບນີ້ແຫລະ ແຕ່ຈາກນີ້ໄປອີກປະມານ 4 ເດືອນຂ້າພະເຈົ້າຄືຊິໄປໆມາມາ ບໍ່ໄດ້ມາເລື້ອຍໆ ຄືແຕ່ກ່ອນແລ້ວເພາະວຽກສ່ວນໂຕ ແລະວຽກຫາເງິນລ້ຽງປາກທ້ອງແດ່ ຢັງເລື່ອງໂຄງການຈົບຊັ້ນອີກ ຕອນນີ້ ຢັງຄິດໂຄງການໃຫມ່ບໍ່ໄດ້ເລີຍ ເອົາເປັນວ່າຝາກອ້າຍນ້ອງເບີ່ງ ສັງຄົມນ້ອຍໆ ນີ້ໃຫ້ແດ່ເດີ້

ດ້ວຍຮັກ

ທິບ

Tags: , ,

Please leave a comment

  1. loma Says:

    ເອົ້ານ່າທິບ ຊີວິດມັນກະຈັ່ງຊີ້ແລະ ມີຂື້ນມີລົງ ອົດໆດ່ຽວກະຜ່ານໄປ :)

  2. birdflu2007.exe Says:

    ຊີວິດມັນກະແນວນີ້ແຫລະ ທິບ ຍ່ອມມີອຸປະສັກ ຂ້ອຍເຫັນໃຈເຈົ້າອີ້ຫລີ -_-

  3. projectzero Says:

    ເຣົາກະສົນໃຈຢູ່ເເຕ່ບໍຣູ້ວາຈະເລີ່ມຈັ່ງໃດນະຫາກະຣຽນໃຊ້ນະເເຕ່ເປັນ project ທີດີຫາຍ

  4. devsmudger Says:

    ເອົາເປັນວ່າ ໃຜຢາກໃຫ້ອອກມາເປັນແບບໃດກໍ່ ໃຫ້ຄຳເຫັນໄດ້ ເພາະ ເຮົາຈະໄດ້ເອົາມາໃມຊ້ ນຳກັນ ໃຫ້ມັນເປັນລະບົບຂອງທຸກຄົນ :)

  5. deth_laoteen Says:

    ເອົາແບບ live CD + all Software update + ໂປຣແກມທີ່ຈຳເປັນສຳລັບການໃຊ້ງານ + modify interface ແບບລາວໆ + gnome ພາສາລາວ(ຖ້າມັນແລ້ວ) + ອື່ນໆ ຍັງຄິດບໍ່ອອກເທື່ອ

  6. devsmudger Says:

    ເລື່ອງໂປຮແກຮມທີ່ໃຊ້ງານ ຄິດວ່າຈະລົມກັນອີກເທື່ອ ເພາະໂປຣແກຣມໃຊ້ວຽກຂອງແຕ່ລະຄົນບໍ່ຄືກັນ
    ອີກຢ່າງຢາກໃຫ້ມັນ ອອກມາແລ້ວບໍ່ກາຍ 700M

  7. latouy Says:

    ເຈົ້າຂອງກະຫາກະລົງ ຮຽນໃຊ້ຢູ່
    ຄັນຊິກ້າວໄປຢູ່ຂັ້ນນັກພັດທະນາເປັນໄປບໍ່ໄດ້ດອກ
    ແຕ່ກະຍັງຢາກຊ່ວຍ ຢາກມີສ່ວນຮ່ວມຢູ່
    ຫາກມີຫັຍງທີ່ຂ້າພະເຈົ້າສາມາດເຮັດໄດ້ກະຂໍໃຫ້ບອກໂລດບໍ່ຕ້ອງເກງໃຈ
    ແຕ່ເລື່ອງຄວາມຮູ້ນັ້ນບໍ່ໃຫ້ກ່າວເຖິງ ຫາກະເປີດກັບປິດເປັນ
    ຢາກຊ່ວຍ…….ຢາໃຊ້ນຳ ອິອິ

Leave a Comment

You must be logged in to post a comment.