GNOME Format

clip_image004_0006.jpg

GParted ເປັນໂປຣແກຣມແກ້ໄຂພື້ນທີ່ຮາດດິສ ທີ່ຈັດໄດ້ວ່າໃຊ້ວຽກໄດ້ງ່າຍໃນຂັ້ນຫນື່ງ ຊຸດໂປຣແກຣມນີ້ຖືກລວມເຂົ້າໄປໃນ Linux ຕະກູນທີ່ກ່ຽວຂ້ອງ ກັັບການ recovery disk ຫລາຍໂຕ ສຳຫລັບຫນ້າຕາ GParted ອາດບໍ່ຄຸ້ນຫູຄຸ້ນຕາປານໃດ interface ອາດຈະແປກໆໄປ ແຕ່ມັນກໍ່ຄ້າຍຄືກັນກັບ Partition Magic ຢູ່ຫນ້ອຍຫນື່ງ ຈາກ GPartd GNOME ໄດ້ອອກແບບເຄື່ອງມືຈັດການ USB Disk ໂຕໃຫມ່ເຊີ່ງນອກຈາກຈະຈັດການກັບ USB Disk ໄດ້ແລ້ວຢັງສາມາດໃຊ້ວຽກກັບຮາດດີສຂະຫນາດພົກພາໄດ້ອີກ ໂປຣແກຣມດັ່ງກ່າວຊື່ວ່າ GFloppy ຫລື GNOME Format ເຊີ່ງເປັນອີກຫນື່ງເຄື່ອງມືທີ່ສຳຄັນໃນ GNOME

GFloppy ອອກແບບມາໃຫ້ໃຊ້ວຽກໄດ້ງ່າຍ interface ມີຄົບໃນຫນ້າດຽວ

(more…)

apt-get update ERROR “W: GPG error:”

ມື້ເຊົ້ານີ້ພໍດີ Update Manager ເຕືອນມາວ່າມີການອັບເດດໃຫມ່ມາ
ແຕ່ພໍສັ່ງອັບເດດໄປແລ້ວ ມັນກະບອກວ່າ

W: GPG error: http://ppa.launchpad.net
intrepid Release: The following signatures couldn’t be verified because
the public key is not available: NO_PUBKEY 6B15AB91951DC1E2

ຕາຍບາດນີ້ອັບເດດບໍ່ໄດ້

ຕັດສິນໃຈຖາມ Google ເພີ່ນກະຕອບມາວ່າ
ວິທີ່ແກ້ເປັນແບບນີ້
ໃນ Terminal

sudo gpg –keyserver keyserver.ubuntu.com –recv ເລກຫມາຍ NO_PUBKEY

ຕາມມາດ້ວຍ

sudo gpg –export –armor ຫມາຍເລກ NO_PUBKEY| sudo apt-key add -

ສຸດທ້າຍ ລອງສັ່ງ

sudo apt-get update

ຫມາຍເຫດ ຫມາຍເລກ NO_PUBKEY ແມ່ນຫມາຍເລກທີ່ສະແດງອອດມາຕອນ ERROR ໃນແຕ່ລະເຄື່ອງແມ່ນຈະຕ່າງກັນ ສຳລັບຄອມຂ້າພະເຈົ້າແມ່ນ 6B15AB91951DC1E2

ກໍ່ໄດ້ສັ່ງແບບນີ້

sudo gpg –keyserver keyserver.ubuntu.com –recv 6B15AB91951DC1E2

ຈົບ

Unix time ຈະເປັນເລກ 123456790 ໃນວັນແຫ່ງຄວາມຮັກ

ເປັນທີ່ຮູ້ກັນດີວ່າ Unix time ເລີ່ມນັບເວລາເປັນວິນາທີແຕ່ວັນທີ່ 1 ມັງກອນ 1970 ເປັນຕົ້ນມາ ແລະໃນວັນສຸກທີ່ 13 ກຸມພານີ້ເວລາ 23:31:30 ຕາມເວລາມາດຖານຫລື GMT ເຊິ່ງຊ້າກ່ວາບ້ານເຮົາ 7 ຊົ່ວໂມງ Unix time ຈະເປັນເລກລຽງກັນ 1234567890 ເທື່ອທຳອິດແລະເທື່ອດຽວໃນປະຫວັດສາດ

ສາມາດໃຊ້ perl ໃນການທົດສອບເວລາໄດ້(ທຽບກັບເວລາທ້ອງຖິ່ນ)

perl -e 'print scalar localtime(1234567890),"\n";'

ຂອງເຮົາຈະພໍດີກັບ 6 ໂມງເຄິ່ງຕອນເຊົ້າຂອງວັນແຫ່ງຄວາມຮັກ :)

ທີ່ມາ Gizmodo BN

ດາວໂຫລດວີດີໂອ ຈາກ Youtube ດ້ວຍຄຳສັ່ງດຽວ

ສຳລັບໃຜທີ່ກຳລັງໃຊ້ Linux Ubuntu ຢູ່ຂະນະນີ້ ທີ່ມີຄວາມນິຍົມຊົມຊອບໃນການເບິ່ງວີດີໂອ ຈາກ Youtube ແລະ ວີດີໂອ ບາງໂຕອາດຈະຖືກໃຈທ່ານແລ້ວທ່ານຢາກຈະເກັບໄວ້ ຈະດາວໂຫລດຈາກ youtube ເລີຍກໍບໍ່ໄດ້ (ມີຂ່າວວ່າ youtube ກຳລັງຈະເປີດລິ້ງດາວໂຫລດແລ້ວ) ຈະດາວໂຫລດຜ່ານເວັບໃຫ້ບໍ່ລິການ ບາງຄົນກໍອາດຈະຂີ້ຄ້ານ ສະນັ້ນບໍ່ເວົ້າຫລາຍລະ ມາເບິ່ງກັນເລີຍ

ຂັ້ນຕອນທຳອິດ ເປີດ Terminal ຂຶ້ນມາ

ແລ້ວ sudo apt-get install youtube-dl

ຈາກນັ້ນກໍປ່ອຍໃຫ້ມັນດາວໂຫລດມາ ແລ້ວລໍຖາການຕິດຕັ້ງ

ເມື່ອມັນຕິດຕັ້ງແລ້ວໆ ທ່ານກໍຈະສາມາດໃຊ້ຄຳສັ່ງນີ້

youtube-dl ແລ້ວຕາມດ້ວຍ URL ວີດີໂອຈາກ youtube

youtube-dl http://www.youtube.com/watch?v=cTDln2f0GvQ

ຈາກນັ້ນມັນກໍຈະດາວໂຫລດວີດີມາເກັບໄວ້ໃນຄອມຂອງເຮົາ.

Credit: Session-U

« Previous Page