Skype 2.0.0.72 ພາສາລາວ

skype ໂປຣແກຣມຍອດນິຍົມບໍ່ວ່າຈະເປັນ chat , videocall , ກໍ່ສາມາດເຮັດໄດ້ດ້ວຍໂປຣແກຣມນີ້ໂປຣແກຣມດຽວ ໂດຍທົ່ວໄປskype ມີພາສາຕ່າງໆໃຫ້ເລືອກຕິດຕັ້ງຢູ່ແລ້ວແຕ່ບໍ່ມີພາສາລາວແລະ au8ustກໍ່ໄດ້ແປໃຫ້ເປັນພາສາລາວ

ມີບັນຫາຢູ່ກໍ່ຄື Skype ບໍ່ຮອງຮັບພາສາລາວໂດຍກົງ ໜາຍຄວາມວ່າເຖິງຈະແປໄດ້ ແຕ່ກໍ່ຕ້ອງອາໄສອ້າງອິງຊື່ພາສາອື່ນ ເຊິ່ງໃນກໍລະນີນີ້ຄື Latvian ນັ້ນເອງ ອັນເປັນສາເຫດມາຈາກໂປຣແກຣມ Skype ເອງ ເຊິ່ງມີຄົນ (ເຂົ້າໃຈວ່າແມ່ນທີມງານ) ອະທິບາຍໄວ້ໃນນີ້

ການແປແມ່ນໃຊ້ Qt Linguist ໂດຍເອົາໄຟລ໌ພາສາຢູ່ໃນ /usr/share/skype/lang ມາແປ

ໃຜຢາກລອງໃຊ້ກໍ່ໂຫລດ skype_20017_lao.zip ໄປລອງໄດ້ເລີຍ ວິທີຕິດຕັ້ງແມ່ນໂຫລດໄປແລ້ວແຕກໄຟລ໌ ຈາກນັ້ນຈະໄດ້ສອງໄຟລ໌ ໃຫ້ເອົາໄປທັບໄຟລ໌ເກົ່າໃນ /usr/share/skype/lang/ (ອາດຈະຕ້ອງໃຊ້ root) ແລ້ວກໍ່ເລືອກພາສາໃນ skype ຈາກນັ້ນ restart skype ກໍ່ເປັນອັນສິ້ນສຸດ ;)

ແຫລ່ງທີ່ມາ: http://au8ust.org

Tags: ,

8 Comments

Leave a Reply

You must be logged in to post a comment.