laozaa ລະດົມພົນຮ່ວມໃຈແປ “ຫມາປີ້ງ”

ອັນນີ້ແມ່ນອ້າງອີງຈາກຄຳເວົ້າຂອງ au8ust

ຕອນນີ້ໂຄງການແປ Firefox ໄດ້ຄືບໜ້າໄປຫຼາຍແລ້ວ ຫຼ້າສຸດແມ່ນສາມາດ compile ເປັນ .xpi ທີ່ໃຊ້ໄດ້ກັບທຸກ OS ໄດ້ແລ້ວ ບໍ່ວ່າທ່ານຈະໃຊ້ Firefox ໃນ Windows ໃນ Mac OS X ຫຼືໃນ Linux ເຊັ່ນ Ubuntu, Fedora, etc.. ທ່ານກໍ່ສາມາດນຳໃຊ້ Firefox ພາສາລາວໄດ້ຢ່າງງ່າຍດາຍພຽວລົງ addon ພາສາລາວເພີ່ມເທົ່ານັ້ນ!!

ຮູບດ້ານເທິງ (ສະກົດ ເຄື່ອງ ຜິດ .. ຂໍອະໄພ ຟ້າວໂພດ) ເປັນການທົດສອບແບບໜ້າ About ຂອງ Firefox ເຊິ່ງຫຼັງຈາກແປແລ້ວ ໆ ກໍ່ຈັດການ compile ແລະທົດສອບ ປະກົດວ່າໃຊ້ໄດ້ບໍ່ມີຜິດພາດ (ອັນທີ່ຈິງມີ) ເຊິ່ງກໍ່ສາມາດສະຫຼຸບໄດ້ວ່າ ບັນຫາດ້ານເທັກນິກໃນການແປນັ້ນ ຖືກຈັດການຮຽບຮ້ອຍແລ້ວ

ແລ້ວເຫຼືອບັນຫາຫຍັງ? (more…)

ການປ່ຽນໝ້າ Usplash ໃຫ້ກັບ Linux Ubuntu

ໃນບົດຄວາມນີ້ ແມ່ນຈະມາແນະນຳວິທີການປ່ຽນໝ້າ Usplash ໃຫ້ກັບ Linux Ubuntu ໃຫ້ທ່ານໆເຮົາໆທີ່ກຳລັງ ເບື່ອໝ້າ Usplash ໂຕດັ້ງເດີມທີ່ມາກັບມັນນັ້ນ ໃຫ້ມັນມີສີສັນຫລາຍກວ່າເກົ່າ ແຕ່ສຳລັບໃຜທີ່ຍັງບໍ່ຮູ້ວ່າ Usplash ມັນໜາຍເຖິງຫຍັງກັນແທ້ ສະນັ້ນຂ້າພະເຈົ້າກໍຈະເວົ້າໃຫ້ພໍເຂົ້າໃຈໄດ້ເລີຍວ່າ ໝ້າ Usplash ມັນແມ່ນໝ້າທີ່ເປັນ graphic ແບບ Pre-load ເຊິ່ງຖ້າຫາກວ່າໃຜທີ່ໃຊ້ Windows ກໍຄົງຈະຮູ້ດີວ່າມັນມີລັກສະນະແບບໃດ ນັ້ນກໍຄືເວລາເຮົາ boot ເຄື່ອງຂຶ້ນມາມັນຈະມີໝ້າ Usplash ນີ້ແຫລະຂຶ້ນມາໃຫ້ເຮົາເບິ່ງເພື່ອໃຫ້ເຮົາໄດ້ເຫັນສະຖາ ນະການ boot ເຄື່ອງຂອງມັນແທນທີ່ ທີ່ເຮົາຈະເຫັນເປັນໝ້າ console ທີ່ອາດຈະເຮັດໃຫ້ຄົນທີ່ບໍ່ມັກເບື່ອກັບມັນໄດ້ ສະນັ້ນມາເບິ່ງວິທີການປ່ຽນໝ້າ Usplash ນຳກັນເລີຍ


ໝ້າ Usplash ຂອງ Ubuntu ແບບດັ້ງເດີມ

ກ່ອນອື່ນໜົດເຮົາກໍໄປຫາໝ້າ Usplash ງາມໆຈາກເວັບ http://www.gnome-look.org (ສຳລັບວິທີນີ້ແມ່ນເຮົາປ່ຽນໃນ Gnome Desktop)

(more…)

ຄວາມສາມາດໃຫມ່ໃນ Ubuntu 9.04

ອີກບໍ່ດົນ Ubuntu 9.04 ກໍ່ຈະອອກມາໃຫ້ເຮົາໄດ້ໃຊ້ກັນແລ້ວ ແລະຕອນນີ້ Alpha 6 ເຊິ່ງເປັນລະຫັດລຸ້ນສຸດທ້າຍຂອງ Alpha ແລະຈະກ້າວເຂົ້າສູ່ Beta Release ແລະ Release Cadidate ແລະຈົບລົງທີ່ Final Release ຫາກໃຜໂຫລດມາລອງ ກ່ອນຫນ້ານີ້ ຄວາມຮູ້ສຶກຄືຊິບໍ່ຕ່າງຈາກ Intrepid ປານໃດ ແຕ່ຫາກເບີ່ງດີດີແລ້ວຈະມີສິ່ງໃຫມ່ຫລາຍຢ່າງ …

ຄວາມສາມາດໃຫມ່ຂອງ Ubuntu 9.04(jaunty Jackalope)

kernel 2.6.28 ເປັນເຄເນລໃຫມ່ທີ່ມີການປັບປຸງໃຫ້ມີປະສິດຕິພາບ ຮອງຮັບ hardware ໃຫມ່ໆໄດ້ຫລາຍຂື້ນ ເຮັດໃຫ້ ubuntu ລ້ຳຫນ້າເກີນ ລິນຸກ ຕະກູນອື່ນ

  • ເພີ່ມຄວາມໄວໃນການບູສ ລະບົບ
  • ມີລະບົບປ້ອງກັນ ຮາສດີດ ຈາກແຮງກະທົບພາຍນອກ
  • ລະບົບຈັດການຫນ່ວຍຄວາມຈຳດີຂຶ້ນ
  • GEM ແມ່ນລຳບົບຈັດສັນຫນ່ວຍຄວາມຈຳຂອງ GPU ໃຫ້ດີຂື້ນ
  • ຮອງຮັບລະບົບ ext4

X.Org server 1.6 ລະບົບຈັດການດ້ານ ກຣາບຟິກລຸ້ນລ່າສຸດ

Gnome 2.26 ຫນ້າ GUI ລຸ້ນໃຫມ່

ແລະອີກຫລາຍໆຄວາມສາມາດທີ່ຫນ້າສົນໃຈເອົາເປັນວ່າຖ້າເບີ່ງທ້າຍເດືອນນີ້ແລ້ວກັນວ່າ ກະຕ່າຍ ນ້ອຍຂອງເຮົາຈະເປັນແນວໃດ

ຂອບໃຈ: ubuntuclub


ແກ້ໄຂ XML ດ້ວຍ Amaya

Amaya ເປັນຊ້ອບແວທີ່ພັດທະນາໂດຍທີມ W3C ເຊິ່ງເປັນທັງໂປຣແກຣມແກ້ໄຂເວບແລະຄົ້ນຫາເວບໃນໂຕ ຈຸດປະສົງຂອງ W3C ຄືຕ້ອງການເຄື່ອງມືທີ່ພັດທະນາໄດ້ຕາມ technology ທີ່ W3C ກຳນົດ ຖ້າທ່ານຄິດຫາ HTML editor ແບບ Dreamweaver ລືມໄປໄດ້ເພາະ Amaya ໃຫ້ທ່ານຫລາຍກ່ວານັ້ນ ດ້ວຍຄວາມສາມາດໃນການແກ້ໄຂເອກະສານ XML, XHTML, MathML ແລະ SVG ເຮັດໃຫ້ລືມເຄື່ອງມືພັດທະນາເວບແບບເກົ່າໆໄປໄດ້ເລີຍ Amaya ຍັງສາມາດແກ້ໄຂເອກະສານໄດ້ຫລາກຫລາຍ ດ້ວຍຄວາມສາມາດທີ່ເປັນໄດ້ທັງ browser ແລະ editor, ເຮົາສາມາດຕັ້ງ Amaya ເທິງ Windows, Linux ແລະ Mac ໄດ້ເພາະມັນເປັນ ໂອ່ເພັນຊ໊ອດ

ດາວໂຫລດໄດ້ທີ່ http://www.w3.org/Amaya/

ທີ່ມາ thaiopensource

Next Page »