ການປ່ຽນໝ້າ Usplash ໃຫ້ກັບ Linux Ubuntu

ໃນບົດຄວາມນີ້ ແມ່ນຈະມາແນະນຳວິທີການປ່ຽນໝ້າ Usplash ໃຫ້ກັບ Linux Ubuntu ໃຫ້ທ່ານໆເຮົາໆທີ່ກຳລັງ ເບື່ອໝ້າ Usplash ໂຕດັ້ງເດີມທີ່ມາກັບມັນນັ້ນ ໃຫ້ມັນມີສີສັນຫລາຍກວ່າເກົ່າ ແຕ່ສຳລັບໃຜທີ່ຍັງບໍ່ຮູ້ວ່າ Usplash ມັນໜາຍເຖິງຫຍັງກັນແທ້ ສະນັ້ນຂ້າພະເຈົ້າກໍຈະເວົ້າໃຫ້ພໍເຂົ້າໃຈໄດ້ເລີຍວ່າ ໝ້າ Usplash ມັນແມ່ນໝ້າທີ່ເປັນ graphic ແບບ Pre-load ເຊິ່ງຖ້າຫາກວ່າໃຜທີ່ໃຊ້ Windows ກໍຄົງຈະຮູ້ດີວ່າມັນມີລັກສະນະແບບໃດ ນັ້ນກໍຄືເວລາເຮົາ boot ເຄື່ອງຂຶ້ນມາມັນຈະມີໝ້າ Usplash ນີ້ແຫລະຂຶ້ນມາໃຫ້ເຮົາເບິ່ງເພື່ອໃຫ້ເຮົາໄດ້ເຫັນສະຖາ ນະການ boot ເຄື່ອງຂອງມັນແທນທີ່ ທີ່ເຮົາຈະເຫັນເປັນໝ້າ console ທີ່ອາດຈະເຮັດໃຫ້ຄົນທີ່ບໍ່ມັກເບື່ອກັບມັນໄດ້ ສະນັ້ນມາເບິ່ງວິທີການປ່ຽນໝ້າ Usplash ນຳກັນເລີຍ


ໝ້າ Usplash ຂອງ Ubuntu ແບບດັ້ງເດີມ

ກ່ອນອື່ນໜົດເຮົາກໍໄປຫາໝ້າ Usplash ງາມໆຈາກເວັບ http://www.gnome-look.org (ສຳລັບວິທີນີ້ແມ່ນເຮົາປ່ຽນໃນ Gnome Desktop)

ຍົກຕົວຢ່າງວ່າ ເປັນໝ້າ Usplash ໂຕນີ້

ທ່ານກໍສາມາດເຂົ້າໄປໂຫລດເອົາຕາມລິ້ງນີ້ເລີຍ http://www.gnome-look.org/content/show.php/Sunset+Usplash+(Colors)?content=98003
ນາມສະກຸນໄຟລ໌ຂອງມັນຈະເປັນ .so ເຊິ່ງກໍແລ້ວແຕ່ ບາງຄັ້ງມັນກໍເປັນ .deb ມາໃຫ້ເຮົາສາມາດຄລິກຕິດຕັ້ງໄດ້ ເລີຍ ແຕ່ຖ້າຫາກວ່າທ່ານໄປພົບໂຕທີ່ມັນເປັນ .so ກໍໃຊ້ຄຳສັ່ງດັ່ງນີ້

ສຳລັບໃຜທີ່ໃຊ້ resolution ຫນ້າຈໍແບບ 1024 x 768 ແມ່ນໃຫ້ໄປປັບແບບນີ້ກ່ອນໂດຍເປີດ terminal ຂຶ້ນມາແລ້ວໃຊ້ຄຳສັ່ງນີ້

* sudo gedit /boot/grub/menu.lst

ເມື່ອເຂົ້າໄປແລ້ວໃຫ້ຄົ້ນຫາ title ຂອງ kernel ແບບນີ້

title Ubuntu 8.04.2, kernel 2.6.24-23-generic
root (hd1,5)
kernel /boot/vmlinuz-2.6.17-10-generic root=/dev/hda5 ro quiet splash locale=en_EN
initrd /boot/initrd.img-2.6.17-10-generic boot

ແລ້ວໃຫ້ຕື່ມ vga=791 ເຂົ້າໄປໃຫ້ຢູ່ຫລັງຄຳວ່າ splash locale=en_EN vga=791

title Ubuntu 8.04.2, kernel 2.6.24-23-generic
root (hd1,5)
kernel /boot/vmlinuz-2.6.17-10-generic root=/dev/hda5 ro quiet splash locale=en_EN vga=791
initrd /boot/initrd.img-2.6.17-10-generic boot

ເມື່ອເຮັດຕາມຂັ້ນຕອນນີ້ແລ້ວກໍ save ແລ້ວກໍປິດອອກຈາກນັ້ນເລີຍ (ສຳລັບຂັ້ນຕອນທີ່ກ່າວມານັ້ນ ມັນອາດຈະບໍ່ໄດ້ຕັ້ງຄ່າຕາຍໂຕສະເໜີໄປ ເຊິ່ງມັນກໍຂຶ້ນກັບໝ້າ Usplash ທີ່ເຮົາຈະນຳມາຕິດຕັ້ງ ເວລາເຂົ້າໄປດາວໂຫລດ ທ່ານກໍສັງເກດດີໆວ່າຄົນທີ່ເອົາມາໂພສນັ້ນເຂົາແນະນຳວິທີການຕັ້ງ resolution ໜ້າຈໍກັນແນວໃດ ເຊິ່ງບາງຄັ້ງວີທີນີ້ເຮົາອາດບໍ່ຈຳເປັນມາຕັ້ງຄ່າມັນກໍໄດ້)

ເມື່ອສຳເລັດຂັ້ນຕອນນັ້ນແລ້ວ ເຮົາກໍມາຕໍ່ດ້ວຍຄຳສັ່ງນີ້

* cd

ໃຊ້ຄຳສັ່ງນີ້ເພື່ອເຂົ້າຫາ directory ທີ່ຢູ່ຂອງ usplash

* cd home/youruser/Desktop ຖ້າຫາກວ່າມັນຢູ່ໝ້າ desktop ກໍໃຊ້ຄຳສັ່ງນີ້

ຈາກນັ້ນກໍ copy ມັນເຂົ້າໄປໃນ directory ຂອງ usplash

ໂດຍໃຊ້ຄຳສັ່ງນີ້

* sudo cp usplash-theme-sunset.so /usr/lib/usplash

ໃຊ້ຄຳສັ່ງນີ້ເພື່ອທຳການຕິດຕັ້ງ

*sudo update-alternatives –install /usr/lib/usplash/usplash-artwork.so usplash-artwork.so /usr/lib/usplash/usplash-theme-sunset.so 10

ຫລັງຈາກນັ້ນກໍໃຊ້ຄຳສັ່ງນີ້ ເພື່ອປ່ຽນໝ້າ Usplash ເຊິ່ງມັນຈະເປັນເມນູໃຫ້ເຮົາເລືອກ

* sudo update-alternatives –config usplash-artwork.so

ແລ້ວກໍເຮັດຕາມທີ່ມັນບອກໄດ້ເລີຍ

ແລ້ວກໍມາອັບເດດລະບົບໂດຍຄຳສັ່ງນີ້ອີກ

* sudo update-initramfs -u

ເມື່ອມັນອັບເດດແລ້ວໆ ເຮົາກໍມາທົດລອງເບິ່ງໝ້າ Usplash ທີ່ຫາກໍໄດ້ຕິດຕັ້ງມັນໄປ ໂດຍຄຳສັ່ງນີ້

* sudo usplash -c

ຈາກນັ້ນກໍກົດ ctrl+alt+F7 ເພື່ອກັບມາໝ້າ Desktop ຂອງເຮົາຄືເກົ່າ

ແລ້ວໝ້າ Usplash ເຮົາກໍຈະເປັນດັ່ງນີ້

Before

After

ມາຮອດຂັ້ນຕອນນີ້ຖືວ່າເປັນອັນສຳເລັດເສັດສິ້ນພິທີ ໃຜມີປັນຫາບໍ່ເຂົ້າໃຈແນວໃດກໍສາມາດໂພສຖາມໄດ້.

Leave a Reply

You must be logged in to post a comment.