ຄວາມສາມາດໃຫມ່ໃນ Ubuntu 9.04

ອີກບໍ່ດົນ Ubuntu 9.04 ກໍ່ຈະອອກມາໃຫ້ເຮົາໄດ້ໃຊ້ກັນແລ້ວ ແລະຕອນນີ້ Alpha 6 ເຊິ່ງເປັນລະຫັດລຸ້ນສຸດທ້າຍຂອງ Alpha ແລະຈະກ້າວເຂົ້າສູ່ Beta Release ແລະ Release Cadidate ແລະຈົບລົງທີ່ Final Release ຫາກໃຜໂຫລດມາລອງ ກ່ອນຫນ້ານີ້ ຄວາມຮູ້ສຶກຄືຊິບໍ່ຕ່າງຈາກ Intrepid ປານໃດ ແຕ່ຫາກເບີ່ງດີດີແລ້ວຈະມີສິ່ງໃຫມ່ຫລາຍຢ່າງ …
ຄວາມສາມາດໃຫມ່ຂອງ Ubuntu 9.04(jaunty Jackalope)
kernel 2.6.28 ເປັນເຄເນລໃຫມ່ທີ່ມີການປັບປຸງໃຫ້ມີປະສິດຕິພາບ ຮອງຮັບ hardware ໃຫມ່ໆໄດ້ຫລາຍຂື້ນ ເຮັດໃຫ້ ubuntu ລ້ຳຫນ້າເກີນ ລິນຸກ ຕະກູນອື່ນ
- ເພີ່ມຄວາມໄວໃນການບູສ ລະບົບ
- ມີລະບົບປ້ອງກັນ ຮາສດີດ ຈາກແຮງກະທົບພາຍນອກ
- ລະບົບຈັດການຫນ່ວຍຄວາມຈຳດີຂຶ້ນ
- GEM ແມ່ນລຳບົບຈັດສັນຫນ່ວຍຄວາມຈຳຂອງ GPU ໃຫ້ດີຂື້ນ
- ຮອງຮັບລະບົບ ext4
X.Org server 1.6 ລະບົບຈັດການດ້ານ ກຣາບຟິກລຸ້ນລ່າສຸດ
Gnome 2.26 ຫນ້າ GUI ລຸ້ນໃຫມ່
ແລະອີກຫລາຍໆຄວາມສາມາດທີ່ຫນ້າສົນໃຈເອົາເປັນວ່າຖ້າເບີ່ງທ້າຍເດືອນນີ້ແລ້ວກັນວ່າ ກະຕ່າຍ ນ້ອຍຂອງເຮົາຈະເປັນແນວໃດ
ຂອບໃຈ: ubuntuclub
Tags: 9.04, Jaunty Jackalope, ubuntu

ເຄີຍໂຫລດໃຊ້ແລ້ວ..ຄັກດີ