Posted on March 25th, 2009, by devsmudger
ອັນນີ້ແມ່ນອ້າງອີງຈາກຄຳເວົ້າຂອງ au8ust ຕອນນີ້ໂຄງການແປ Firefox ໄດ້ຄືບໜ້າໄປຫຼາຍແລ້ວ ຫຼ້າສຸດແມ່ນສາມາດ compile ເປັນ .xpi ທີ່ໃຊ້ໄດ້ກັບທຸກ OS ໄດ້ແລ້ວ ບໍ່ວ່າທ່ານຈະໃຊ້ Firefox ໃນ Windows ໃນ Mac OS X ຫຼືໃນ Linux ເຊັ່ນ Ubuntu, Fedora, etc.. ທ່ານກໍ່ສາມາດນຳໃຊ້ Firefox ພາສາລາວໄດ້ຢ່າງງ່າຍດາຍພຽວລົງ addon ພາສາລາວເພີ່ມເທົ່ານັ້ນ!! ຮູບດ້ານເທິງ (ສະກົດ ເຄື່ອງ ຜິດ .. ຂໍອະໄພ ຟ້າວໂພດ) ເປັນການທົດສອບແບບໜ້າ About ຂອງ Firefox ເຊິ່ງຫຼັງຈາກແປແລ້ວ ໆ ກໍ່ຈັດການ compile ແລະທົດສອບ ປະກົດວ່າໃຊ້ໄດ້ບໍ່ມີຜິດພາດ (ອັນທີ່ຈິງມີ) ເຊິ່ງກໍ່ສາມາດສະຫຼຸບໄດ້ວ່າ ບັນຫາດ້ານເທັກນິກໃນການແປນັ້ນ ຖືກຈັດການຮຽບຮ້ອຍແລ້ວ ແລ້ວເຫຼືອບັນຫາຫຍັງ?
Tags: Firefox, project, translate
Category:
Posted on March 25th, 2009, by birdflu2007.exe
ໃນບົດຄວາມນີ້ ແມ່ນຈະມາແນະນຳວິທີການປ່ຽນໝ້າ Usplash ໃຫ້ກັບ Linux Ubuntu ໃຫ້ທ່ານໆເຮົາໆທີ່ກຳລັງ ເບື່ອໝ້າ Usplash ໂຕດັ້ງເດີມທີ່ມາກັບມັນນັ້ນ ໃຫ້ມັນມີສີສັນຫລາຍກວ່າເກົ່າ ແຕ່ສຳລັບໃຜທີ່ຍັງບໍ່ຮູ້ວ່າ Usplash ມັນໜາຍເຖິງຫຍັງກັນແທ້ ສະນັ້ນຂ້າພະເຈົ້າກໍຈະເວົ້າໃຫ້ພໍເຂົ້າໃຈໄດ້ເລີຍວ່າ ໝ້າ Usplash ມັນແມ່ນໝ້າທີ່ເປັນ graphic ແບບ Pre-load ເຊິ່ງຖ້າຫາກວ່າໃຜທີ່ໃຊ້ Windows ກໍຄົງຈະຮູ້ດີວ່າມັນມີລັກສະນະແບບໃດ ນັ້ນກໍຄືເວລາເຮົາ boot ເຄື່ອງຂຶ້ນມາມັນຈະມີໝ້າ Usplash ນີ້ແຫລະຂຶ້ນມາໃຫ້ເຮົາເບິ່ງເພື່ອໃຫ້ເຮົາໄດ້ເຫັນສະຖາ ນະການ boot ເຄື່ອງຂອງມັນແທນທີ່ ທີ່ເຮົາຈະເຫັນເປັນໝ້າ console ທີ່ອາດຈະເຮັດໃຫ້ຄົນທີ່ບໍ່ມັກເບື່ອກັບມັນໄດ້ ສະນັ້ນມາເບິ່ງວິທີການປ່ຽນໝ້າ Usplash ນຳກັນເລີຍ ໝ້າ Usplash ຂອງ Ubuntu ແບບດັ້ງເດີມ ກ່ອນອື່ນໜົດເຮົາກໍໄປຫາໝ້າ Usplash ງາມໆຈາກເວັບ http://www.gnome-look.org (ສຳລັບວິທີນີ້ແມ່ນເຮົາປ່ຽນໃນ Gnome Desktop)
Category: