ຫມົດຢຸກ Dreamweaver

Dreamweaver ຖືວ່າເປັນໂປຣແກຣມສຸດນິຍົມໂຕຫນື່ງ ບໍ່ມີນັກພັດທະນາເວບຄົນໃດບໍ່ຮູ້ຈັກ Dreamweaver ເປັນຂອງ Adobe ແລະມັນມີຫນ້າທີ່ເປັນທັງ Web Design ແລະ Web Application ແຕ່ຫາກວ່າໂປຣແກຣມດັ້ງກ່າວເປັນແບບຕ້ອງເສິຍເງິນຊື້ມາ ແລະຫາກມື້ຫນື່ງທ່ານຊອກຫາ Application ໃນການພັດທະນາ ແບບຟຣິໆ Opensource Software ກໍ່ຄືທາງອອກຂອງຄຳຕອບທ່ານເພາະມັນມີ Application IDE ອີກຫລາຍໆໂຕທີ່ເຫມາະສົມແລະສາມາດໃຊ້ແທນ Dreamweaver ໄດ້
1. PHP Eclipse
ອັນນີ້ເຫມາະກັບການສ້າງຫລືໃຊ້ກັບ ພວກ PHP Object Oriented ແຕ່ຖ້າເອົາໄປໃຊ້ກັບ Dynamic HTML ແລະ CSS ກໍ່ບໍ່ເຫມາະປານໃດ
2. Quanta Plus
ໃຊ້ແທນ Dreamweaver ໄດ້ເລີຍຖ້າຫາກວ່າທ່ານໃຊ້ Dynamic HTML ເກັ່ງໂດຍບໍ່ອາໃສ Table ຜູ້ຂຽນຄິດວ່າດີກ່າວ Dreamweaver ເພາະ FTP ຄ່ອນຂ້າງດີກ່ວາ
3. Netbean IDE
ອັນນີ້ເອົາໄວ້ຂຽນ Ruby On Rail ກັບ Java ແຕ່ຖ້າຈະເອົາໄປຂຽນ ROR ກໍ່ໃຊ້ໄດ້ເລິບ
Web Developer ທົ່ວໄປຄິດວ່າ Quanta Plus ເຫມາະສົມທີ່ສຸດເພາະມີ Dynamic HTML, Code Hint, Code Hilight ແລະມີລະບົບ Project ຮ່ວມກັບ FTP ອີກນຳ
ນອກຈາກໂປຣແກຣມສາມໂຕທີ່ກ່າວມາຂ້າງເທິງແລ້ວ ກໍ່ຢັງມີ software ອີກຫລາຍໂຕໃຫ້ເລືອກໃຊ້ແລະຄວາມສາມາດກໍ່ແຕກຕ່າງກັນໄປເຊັ່ນ Seamonke, bluefish ເປັນຕົ້ນ
Laozaa Project
ໂຄງການນີ້ເປັນໂຄງການຂອງ ທາງ laozaa ແລະຂ້າພະເຈົ້າກໍ່ຖືວ່າເປັນໂຄງການຂອງ laoubuntu ນຳເພາະວ່າ…..
ຜ່ານໄປ 1 ອາທິດຫລັງຈາກທີ່ໄດ້ອອກແບບສຳຫລວດໄປແລ້ວທີ່ ກະທູ້
http://laozaa.com/thread-6874-1-1.html
ປາກົດເຫັນວ່າ ສຽງສ່ວນໃຫຍ່ແມ່ນ ສະມາຊິກໃຫ້ຄວາມສົນໃຈກັບງານແປໂອເພິ່ນຊອດຫລາຍກ່ອນ
ເຊັ່ນທີ່ເຫັນກັນເດັ່ນໆ ແມ່ນໂປຣແກຣມ Mozila FireFox ແລະ ຂ້າພະເຈົ້າກໍ່ຖືວ່າເປັນການດີ ຫາກອ້າຍນ້ອງ ສະມາຊິກທີມງານສົນໃຈ
ດັ່ງນັ້ນກ່ອນທີ່ຈະເລີ່ມໂຄງການນີ້ຂ້າພະເຈົ້າຈຶ່ງໄດ້ກັບມາຂໍຄວາມຫມັ້ນໃຈກັບສະມາຊິກກ່ອນວ່າ ໂຄງການທຳອິດຂອງພວກເຮົາ ຄື: ແປ Mozila FireFox ເປັນພາສາລາວ
ເຊິ່ງຈຸດປະສົງຫລັກ ກໍ່ຄື
*ເພື່ອໃຫ້ປະຊົນລາວໄດ້ມີໂປຣແກຣມເວັບບຣາວເຊີ ຂອງດີໆ ທີ່ຟຣີ ໄວ້ໃຊ້ເປັນພາສາລາວ *
ເອົາເປັນວ່າຫາກສະມາຊິກທ່ານໃດ ສົນໃຈເຂົ້າຮ່ວມຂໍໃຫ້ສະແດງຕົວ ແລະ ຕິດຕາມຂ່າວຈາກພວກເຣົາໄດ້ທີ່ນີ້ເລີຍ
ຫລັງຈາກໄດ້ສະມາຊິກຈຳນວນຫນຶ່ງແລ້ວ ທາງທີມງານຈະໄດ້ນັດ ປະຊຸມກັບ ທີ່ປຶກສາ ອາວຸໂສ ກໍຄື ທ່ານ ນິນ ນັ້ນເອງ
ແລ້ວແຜນກໍຈະເລີ່ມ ຄາດວ່າຈະໃຊ້ເວລາບໍ່ດົນ ຫາກພີ່ນ້ອງເຮົາມາຊ່ວຍກັນ ເພື່ອຈະໄດ້ສຳເລັດໂຄງການນີ້
ພີ່ນ້ອງໃຜສົນໃຈແດ່?? ອອກຄຳເຫັນດ່ວນ
ດ້ວຍຄວາມຮັກແພງ
A-Z Index of the Linux BASH command line
alias Create an alias apropos Search Help manual pages (man -k) apt-get Search for and install software packages (Debian) aspell Spell Checker awk Find and Replace text, database sort/validate/index b bash GNU Bourne-Again SHell bc Arbitrary precision calculator language bg Send to background break Exit from a loop builtin Run a shell builtin bzip2 Compress or decompress named file(s) (more...)
ubuntu 9.10
ອີກບໍ່ດົນ Jaunty Jackalope ຫລື ubuntu 9.04 ໂຕເຕັມກໍ່ຈະອອກມາມາແລ້ວ(ທ້າຍເດືອນ4)ແລະ Mark Shuttleworth ກໍ່ບໍ່ຖ້າຫຍັງ ປະກາດແຜນ Ubuntu 9.10 ເຊີ່ງມີລະຫັດວ່າ Karmic Koala ເຊິ່ງນັກພັດທະນາວາງແຜນພັດທະນາຄວາມສາມາດຂອງ cloud ສຳຫລັບ Ubuntu Server ເພີ່ມປະສິດຕິພາບໃຫ້ຄວາມໄວການ boot ຂອງ Ubuntu Desktop ແລະພັດທະນາ distro ສຳຫລັບ netbook ຕໍ່ໄປ. Ubuntu ເປັນ distro ທີ່ອອກລຸ້ນໃຫມ່ທຸກໆ 6 ເດືອນ ເຊິ່ງ Kamic Koala ເປັນລຸ້ນຫລັງຈາກ Jaunty Jackalope (Ubuntu 9.04).
ສຳຫລັບ Kamic Koala ລຸ້ນ Server Canonical ວາງແຜນພັດທະນາໃຫ້ Ubuntu Server ເປັນ distro ລະດັບ first class ເຊິ່ງ Kamic ຖືກວາງແຜນໃຫ້ສະຫນັບສະຫນຸນ cloud computing ແລະທີ່ແນ່ນອນຄືຈະມີ standard ubuntu server ສຳຫລັບ Amazon Machine Image (AMI) ເຊິ່ງເປັນ profile ໃຫ້ເລືອກສຳຫລັບຜູ້ໃຊ້ Amazon EC2 platform ແລະ Ubuntu Server ຢັງຈະຊັບພອດ Eucalyptus project ອີກນຳ
ໃຜເປັນແຟນ ubuntu ກໍ່ຕິດຕາມກັນໄດ້ ແລະຫວັງວ່າຈັກມື້ຫນຶ່ງ ubuntu ຈະກາຍມາເປັນ OS ຕົວເລືອກທຳອິດຂອງຜູ້ໃຊ້ ຄອມພິວເຕີ້
ຮຽບຮຽງຈາກ thaiopensource
