ubuntu 9.10
ອີກບໍ່ດົນ Jaunty Jackalope ຫລື ubuntu 9.04 ໂຕເຕັມກໍ່ຈະອອກມາມາແລ້ວ(ທ້າຍເດືອນ4)ແລະ Mark Shuttleworth ກໍ່ບໍ່ຖ້າຫຍັງ ປະກາດແຜນ Ubuntu 9.10 ເຊີ່ງມີລະຫັດວ່າ Karmic Koala ເຊິ່ງນັກພັດທະນາວາງແຜນພັດທະນາຄວາມສາມາດຂອງ cloud ສຳຫລັບ Ubuntu Server ເພີ່ມປະສິດຕິພາບໃຫ້ຄວາມໄວການ boot ຂອງ Ubuntu Desktop ແລະພັດທະນາ distro ສຳຫລັບ netbook ຕໍ່ໄປ. Ubuntu ເປັນ distro ທີ່ອອກລຸ້ນໃຫມ່ທຸກໆ 6 ເດືອນ ເຊິ່ງ Kamic Koala ເປັນລຸ້ນຫລັງຈາກ Jaunty Jackalope (Ubuntu 9.04).
ສຳຫລັບ Kamic Koala ລຸ້ນ Server Canonical ວາງແຜນພັດທະນາໃຫ້ Ubuntu Server ເປັນ distro ລະດັບ first class ເຊິ່ງ Kamic ຖືກວາງແຜນໃຫ້ສະຫນັບສະຫນຸນ cloud computing ແລະທີ່ແນ່ນອນຄືຈະມີ standard ubuntu server ສຳຫລັບ Amazon Machine Image (AMI) ເຊິ່ງເປັນ profile ໃຫ້ເລືອກສຳຫລັບຜູ້ໃຊ້ Amazon EC2 platform ແລະ Ubuntu Server ຢັງຈະຊັບພອດ Eucalyptus project ອີກນຳ
ໃຜເປັນແຟນ ubuntu ກໍ່ຕິດຕາມກັນໄດ້ ແລະຫວັງວ່າຈັກມື້ຫນຶ່ງ ubuntu ຈະກາຍມາເປັນ OS ຕົວເລືອກທຳອິດຂອງຜູ້ໃຊ້ ຄອມພິວເຕີ້
ຮຽບຮຽງຈາກ thaiopensource
Tags: 9.04, 9.10, Jaunty Jackalope, Karmic Koala, ubuntu


March 10th, 2009 at 12:33 pm
ขอบคุณมากเลยครับที่ พี่แนะนำ ubuntu