Archive for April, 2009

Ubuntu 9.04 installation & review

ຫລັງຈາກທີ່ຄ່ອຍຖ້າກັນມາຫລາຍເດືອນໃນທີ່ສຸດ ubuntu 9.04 Jaunty Jackalope, ກໍໄດ້ເປີດໂຕອອກມາ. Download iso file ຂອງ ubuntu ມາແລ້ວກະ burn ໃສ່ CD/DVD ໄດ້ຕາມໃຈມັກ ຫລື ໃຜທີ່ສາມາບູດຈາກ USB Thumbdrive ໄດ້ກະແນະນຳ http://lubi.sourceforge.net/unetbootin.html
ມາເລີມກັນເລີຍ, ຫນ້າຕ່າງທຳກອິດກໍທຳການເລືອກພາສາພາແລະແບບການໃຊ້ງານ ບໍ່ມີຫຍັງຕ່າງຈາກເວີຊັ້ນກ່ອນໆ

ຫນຶ່ງໃນສິ່ງທີ່ຕ່າງຈາກເວີຊັ້ນກ່ອນໆແມ່ນຫນ້າ usplash ແລະຄວາມໄວ້ໃນການບູດ

Ubuntu 9.04 ອອກແລ້ວ ໃນ Code name :Jaunty Jackalope

ໃນວັນທີ່ 23 / 04 / 2009. ອຸບັນຕູ 9.04 ໄດ້ອອກມາເວີຊັ່ນເຕັມ ເພື່ອໃຫ້ພີ່ນ້ອງແຟນໆ ອຸບັນຕູໄດ້ຊື່ນຊົມກັບ ເວີຊັ່ນໃຫມ່
ເຊິ່ງໃນນີ້ທາງທີມພັດທະນາໄດ້ກ່າວວ່າ ໃນເວີຊັ່ນນີ້ໄດ້ມີການປັບປຸງລະບົບຕ່າງໃຫ້ດີຂຶ້ນຫລາຍກວ່າເກົ່າເຊັ່ນ

ການບູດເຄື່ອງທີ່ໄວຂຶ້ນ
ການສະຫນັບສະຫນູນຢ່າງເຕັມຮູບແບບກັບ notebook/PC ບາງຫຍີ່ຫໍ້
ປັບປຸງລະບົບການ hibernate
ການສະຫລັບ 3G / Wifi ໄດ້ດີຂຶ້ນ ແລະ ສະຫນັບສະຫນູນ ບັນດາ card ຕ່າງໆໄດ້ຫລາຍຂຶ້ນ
ອ່ານລາຍລະອຽດເພີ່ມເຕີມໄດ້ທີ່
http://www.ubuntu.com/products/whatisubuntu/904features

ເອົາເປັນວ່າພີ່ນ້ອງທ່ານໃດຢາກລອງກໍອັບເກຣດໄດ້ເລີຍ
ຫລື ທ່ານໃດຢາກຂໍແຜ່ນມາໄວ້ເປັນທີ່ລະນຶກກໍ່ສາມາດຂໍໄດ້ທີ່
https://shipit.ubuntu.com/

ຕັ້ງ Web server ງ່າຍໆກັບ apt-get

ປະຈຸບັນ linux ນັບມື້ນັບພັດທະນາໃຫ້ໃຊ້ວຽກໄດ້ງ່າຍກ່ອນເກົ່າບໍ່ວ່າຈະເປັນ ຕະກູນໃດ ນັບແຕ່ການຕິດຕັ້ງ application ຮອດ configuration
ຈາກແຕ່ກ່ອນການຈະເຮັດ webserver ອາດເປັນເລື່ອງຢາກ ຕ້ອງໄດ້ຕິດນັ້ນຕັ້ງນີ້ກ່ວາຈະໄດ້ຕ້ອງນຳກັນເອົາແທ້ເອົາວ່າ
ເອົາລະມື້ນີ້ພໍດີໄດ້ເຮັດ webserver ກໍ່ເລີບເອົາມາແປະໆໄວ້ how-to
>terminal
ຕັ້ງ apache ກັນກ່ອນ
root@debian:~$ apt-get install apache2
ຕໍ່ດ້ວຍ php
root@debian:~$ apt-get install php5 libapache2-mod-php5 php5-xsl php5-gd php-pear
ແລະ mysql server ຖ້າມັນຖາມ password ກໍ່ໃສ່ໄປ (root ຂອງ mysql)
root@debian:~$ apt-get install mysql-server
ລົງໂມດທີ່ຈຳເປັນ
root@debian:~$ apt-get install libapache2-mod-auth-mysql php5-mysql mysql-admin
ແລະ sql controlpanel ຍອດນິຍົມ
root@debian:~$ apt-get install phpmyadmin
ພຽງເທົ່ານີ້ທ່ານກໍ່ມີ webserver ພ້ອມໃຊ້ແລ້ວ

Ubuntu: For Desktops, Servers, Netbooks and in the cloud