Ubuntu 9.04 installation & review
ຫລັງຈາກທີ່ຄ່ອຍຖ້າກັນມາຫລາຍເດືອນໃນທີ່ສຸດ ubuntu 9.04 Jaunty Jackalope, ກໍໄດ້ເປີດໂຕອອກມາ. Download iso file ຂອງ ubuntu ມາແລ້ວກະ burn ໃສ່ CD/DVD ໄດ້ຕາມໃຈມັກ ຫລື ໃຜທີ່ສາມາບູດຈາກ USB Thumbdrive ໄດ້ກະແນະນຳ http://lubi.sourceforge.net/unetbootin.html
ມາເລີມກັນເລີຍ, ຫນ້າຕ່າງທຳກອິດກໍທຳການເລືອກພາສາພາແລະແບບການໃຊ້ງານ ບໍ່ມີຫຍັງຕ່າງຈາກເວີຊັ້ນກ່ອນໆ


ຫນຶ່ງໃນສິ່ງທີ່ຕ່າງຈາກເວີຊັ້ນກ່ອນໆແມ່ນຫນ້າ usplash ແລະຄວາມໄວ້ໃນການບູດ

ແລະຫນ້າ Login ກໍອອກມາແບບ Theme ມືດ, ງາມໄປອີກ ແບບ

ທຳການ Login ເຂົ້າລະບົບໄດ້ເລີຍ, ໂດຍຄ່າ default ຂອງຜູ້ໃຊ້ແມ່ນ ubuntu ລະຫັດແມ່ນ ບໍ່ມີ – ກົດ Enter ເຂົ້າລະບົບໂລດ

ນອກຈາກ wallpaper ທີ່ເນັ້ນໂທນສີຕັບຫມູອ່ອນຕາມສະຕາຍ ubuntu ແລ້ວຮູ້ສຶກວ່າລະບົບໄວຂຶ້ນທັງໃນດ້ານ effect ເປີດປິດ application ຕ່າງໆ. ບໍ່ເວົ້າຍາວມາ ຕິດຕັ້ງກັນເລີຍດີກວ່າ
໑. Double click ທີ່ icon Install ຢູ່ທີ່ຫນ້າ Desktop, ແລ້ວກໍເລືອກພາສາ, ຂພຈ ຍັງບໍ່ເຄີຍໄດ້ລອງພາສາລາວເທື່ອ ທ່ານໃດລອງແລ້ວໄປຈັ່ງໃດກະ comment ໃຫ້ກັນອ່ານກະດີ

໒. ເລືອກ Timezone ຕາມເຂດປະເທດ, ປະເທດລາວແມ່ນ +7 GMT.

໓. ເລືອກ Layout ຂອງ keyboard

໔. ແບ່ງ Harddisk ຂອງທ່ານທີ່ຈະຕິດຕັ້ງ ubuntu ລົງໄປ, ຖ້າໃຜບໍ່ມັກຫລາຍເລື່ອງກະ ເລືອກ Use the entire harddisk – ລະວັງຂໍ້ມູມເກົ່າຂອງທ່ານອາດຖືກລຶບໄດ້. ແຕ່ສຳລັບຜູ້ທີ່ມີສອງ, ສາມ, ສີ່… ລະບົບ ແນະນຳໃຫ້ເລືອກ Specify patitions manually (Advance).

໕. ແບ່ງ patition ຕາມຄວາມເຫມາະສົມຂອງທ່ານ, ແຕ່ ຂພຈ ແນະນຳໃຫ້ແຍກ Mount point /home ໃຫ້ເປັນ patition ຫນຶ່ງຕ່າງຫາກເພາະ ໃນກໍລະນີ້ທີ່ລະບົບທ່ານລົ້ມຫລືທ່ານຕ້ອງການລົງລະບົບໃຫ່ມ. ທ່ານຈຶ່ງບໍ່ຕ້ອງໄດ້ config ຄ່າສ່ວນຕົວຂອງທ່ານໃຫ່ມ, ຍົກຕົວຢ່າງເຊັ່ນ Firefox ມັນຈະຍັງຮັກສາ bookmark ແລະ ຄ່າຕ່າງໆຂອງມັນໄວ້.
ອີກຢ່າງທີ່ມີມາໃຫ່ມໃນເວີຊັ້ນນີ້ແມ່ນ ext4 file system. ເຊຶ່ງມັນເປັນ backward compatible ຂອງ ext3ນອກຈາກຈະມີປະສິດທິພາບທີ່ສູງກ່ວາແລະຍັງມີ feature ຕ່າງໆ, ອ່ານເພີ່ມຕື່ມ http://en.wikipedia.org/wiki/Ext4

໖. ບໍ່ມີຫຍັງຕ່າງຈາກກ່ອນເລືອກ username ແລະ password, ແລະຫນ້າ summary ຂອງລະບົບ


໗. ນັ່ງຖ້າຈົນກວ່າລະບົບຕິດຕັ້ງແລ້ວກໍທຳການ Reboot ລະບົບຂື້ນມາໃຊ້ງານ.


ເທົ່ານີ້ທ່ານກໍມີລະບົບປະະຕບັດການເພີ່ມໃຊ້ວຽກແບບບໍ່ຕ້ອງເສຍເງິນຄ່າລິຄະສິດ.
ເຮົາລອງມາເບິ່ງຈຸດເດັ່ນໃຫ່ມໆຂອງ 9.04.
Kernel
ໃນ 9.04 ນີ້ໃຊ້ 2.6.28-11.37 kernel ທີ່ພັດທະນາມາຈາກ 2.6.28.8. ເວົ້າງ່າຍໆແມ່ນມັນ support ext4 filesystem, ທີ່ມີລະບົບຈັດການຫນ່ວຍຄວາມຈຳທີ່ດີຂື້ນ, ລະບົບກັນສະເທືອນທີ່ດີຂື້ນ ແລະຈຸດເດັ່ນອີກຫລວງຫລາຍ
Desktop Manager
Gnome 2.26 ແມ່ນເປັນ desktop manager ຕົວຫລັກໃນເວີ້ຊັ້ນນີ້. Gnome 2.26 ມາພ້ອມກັບການປັບປຸງໃນຫລາຍໆດ້ານແລະຈຸດເດັ່ນໆຂອງມັນແມ່ນ:
- Brasero ທີ່ເປັນໂປຼແກຼມຂຽນ CD ຂອງ Nautilus
- ປັບປຸງການຈັດການກັບຫລາຍ monitors, ແບບວ່າສາມາດຮອງຮັບ multi monitor ໄດ້ດີຂື້ນ
- Evolution ສາມາດຮອງຮັບ Microsoft Outlook Personal Folders (PST files) ທີ່ລວມທັງ E-mail, contacts, appointments, tasks and journal entries. ແລະຍັງມີ Microsoft Exchange’s MAPI protocol, ທີ່ສາມາດໃຊ້ Evolution’s ກັບ Exchange servers ຂອງ Microsoft ໄດ້ຢ່າງງ່າຍດ່າຍ.
Ext4 Filesystem
Ubuntu 9.04 ແມ່ນໃຊ້ Ext4 filesystem. Ext4 ສາມາດຮອງຮັບ file ຂະຫນາດໃຫ່ຍ (1 exabytes ແລະ ຂະຫນາດ file ເຖິງ 16 terabytes), ເປັນ backward compatible ຂອງ ext3, ເຊິ່ງສາມາດ mount ext3 and ext2 filesystems ເປັນ ext4 ແລະຍັງເພີ່ມຄວາມໄວຂອງ filesystem checking.
Software
Open Office 3.0
ໃນເວີຊັ້ນ 8.10, Open Office 3.0 ຍັງບໍ່ທັນອອກມາແບບສົມບູນເທື່ອ ສະນັ້ນ Open Office 3.0.1 ຈຶ່ງຖືກພັດທະນາເອົາໃຊ້ໃນ Ubuntu 9.04.
Session Manager ປ່ຽນຊື່ເປັນ Startup Applications
ໃນເວີຊັ້ນທີ່ຜ່ານໆມາ, ຖ້າທ່ານຕ້ອງການປ່ຽນ startup applications, ທ່ານຕ້ອງໄປປ່ຽນຢູ່ Session Manager. ແຕ່ໃນ Ubuntu 9.04, Session Manager ໄດ້ປ່ຽນຊື່ມາເປັນ Startup Applications, ເພາະວ່າບໍ່ຢາກໃຫ້ເກີດຄວາມສັບສົນສຳລັບຜູ້ເລີ່ມຕົ້ນໃຊ້.
Computer Janitor
ເປັນໂປຼແກຼມໃຫ່ມໃນ Ubuntu. ຫນ້າທີ່ຂອງມັນແມ່ນຊ່ວຍໃນການຊອກແລະລຶບ packages ທີ່ບໍ່ຈຳເປັນອອກໄປ. ມັນຍັງສາມາດໃຫ້ຄຳແນະນຳທີ່ເຫມາະສົມກັບລະບົບຂອງທ່ານ.

Look and Feel
New usplash screen

New login screen

New notification style

New default wallpapers


New desktop themes
Dust theme

Dust Sand theme

New Wave theme

ຂໍ້ມູມສຳລັບ review: http://maketecheasier.com/whats-new-in-ubuntu-904-jaunty-jackalope/2009/04/20

