fedora 11
ວ່າໄປແລ້ວ linux ຕະກູນ rpm ມັນກໍ່ເປັນທີ່ຮູ້ຈັກຂອງກຸ່ມຜູ້ໃຊ້ ລິນູກທົ່ວໄປ ຫາກຊິຖາມວ່າ distro ໃດຍອດນິຍົມຄົງຫນີບໍ່ພົ້ນຄວາມບ້າລຳຫ່ຳຂອງ redhat
ແຕ່ວ່າຊ່ວງສາມສິ່ປີຜ່ານມາທຸກຢ່າງມັນປ່ຽນໄປເຣັດໃຫ້ linux ກາຍເປັນທຸລະກິດແຕ່ເຖິງແນວໃດນັກພັດທະນາ ກໍ່ບໍ່ໄດ້ປ່ອຍໃຫ້ອຸດົມການຂອງໂຕເອງເປັນຫມັນແຕ່ຢ່າງໃດ
ກັບພັດທະນາ distro ທີ່ມິຄວາມສະຖຽນເກີນກວ່າຫລືຊິວ່າດີກ່ວາກໍ່ເປັນໄດ້….
ດັ່ງທີ່ຫລາຍທ່ານຮູ້ ubuntu ເປັນສຸດຍອດ linux OS ໃນປັດຈຸບັນແຊງຫນ້າລຸ້ນລຸງແບບ debian ແບບ ບໍ່ຢ້ານ
ເຖິງຢ່າງນັ້ນ linux ໃນສາຍ rpm ກໍ່ພະຍາຍາມ ດຶງຄວາມສາມາດອອກມາສູ້ເລື້ອຍໆ ທີ່ຄຸ້ນໆ ຫູກໍ່ຄົງເປັນ fedora…
ແມ່ນແລ້ວ fedora ແມ່ນ os ທີ່ຂ້າພະເຈົ້າຄິດວ່າມັນສົມບູນສຸດໆ ໃນຕະກຸນ ລີນຸກທັງມວນ (ຄວາມມັກສ່ວນໂຕ)
ແລະໃຊ້ວຽກໄດ້ດີຫລາຍໆ ມີຊ່ວງຫນຶ່ງທີ່ ຄຽດໃຫ້ ubuntu ແບບຮຸນແຮງກໍ່ກິກກັບ fedora ນີ້ແຫລະ
ເອົາລະນອກເລື່ອງມາດົນ ອີກບໍ່ພໍທໍ່ໃດມື້ fedora11 ໃນ code name leonidas ກໍ່ຈະປະກົດໂຕອອກມາໃຫ້ເຣົາໄດ້ຊື່ຊົມກັນ
ໄດ້ຍິນຂ່າວວ່າ ຈະມີການປັບປຸງໃຫ້ມີ ຄວາມສະຖຽນ ເພື່ມຂື້ນ ການເຂົ້າກັນງ່າຍລະຫວ່າງຜູ້ໃຊ້ແລະລະບົບ RPM ເວີ່ຊັ້ນ 4.7 ທີ່ຈະຊ່ວຍຫລຸດຄວາມຊັບຊ້ອນຂອງ package ລົງ
ຄວາມໄວໃນການບູສ ແລະ ເລື່ອງການໃຊ້ ພະລັງງານລົງ ນອກນັ້ນ ກໍ່ຢັງມີ desktop ໃຫ້ເລືອກໃຊ້ຕັ້ງສາມຊະນິດບໍ່ວ່າ GNOME 2.26, KDE 4.2 ແລະ Xfce 4.6.
ແລະທີ່ສຳຄັນກັບເລື່ອງ ດັງໆຜ່ານມາຄື filesys ທີ່ເປັນ etx4 ໃນລີລິສ ນີ້ຈະເຮັດເປັນຄ່າເລື່ມຕົ້ນຂອງການຕິດຕັ້ງເລີຍ
ໃຜສົນໃຈອົດບໍ່ໄດ້ກໍ່ໂຫລດ beta ມາລອງເບີ່ງກອ່ນກໍ່ໄດ້ ແຕ່ໂຕປ່ອຍແທ້ ກໍ່ອີກປະມານ 20 ມື້ ກົດທີ່ ຮູບດ້ານເທິງໄດ້ເລີຍ

