ການສົ່ງຂໍ້ຄວາມ twitter ຜ່ານ command line ໃນ Linux Ubuntu

ທຸກໆມື້ນີ້ ໃນວົງການຂອງຄົນທີ່ຄຸກຄີຢູ່ກັບ internet ແລະ computer ບໍ່ມີໃຜທີ່ຈະບໍ່ຮູ້ twitter ອີກແລ້ວ ຫລື ບາງຄົນກໍ ອາດຈະຍັງບໍ່ທັນຮູ້ກັນເທື່ອ ເຊິ່ງໃນຂະນີ້ກະແສຂອງ twitter ແມ່ນມາແຮງຫລາຍ ເຊິ່ງໃຜໆກໍພາກັນມີ profile ຂອງ twitter ກັນທັງນັ້ນ ແລະ ທີມງານຢູ່ໃນເວັບແຫ່ງນີ້ຂອງພວກເຮົາກໍມີກັນຫມົດທຸກຄົນແລ້ວເຊັ່ນກັນ ເຊີ່ງ twitter ກໍເປັນຊ່ອງທາງຫນຶ່ງເຮັດໃຫ້ພວກເຮົາໄດ້ສື່ສານກັນໄດ້ທຸກໆທີ່ ທຸກໆເວລາ (ທີ່ມີອຸປະກອນ ແລະ ອິນເທີເນັດ ເຂົ້າເຖິງ) ມາໃນມື້ນີ້ ຂ້າພະເຈົ້າຈະມາແນະນຳວິທີການ tweet ຂໍ້ຄວາມ ໂດຍຜ່ານ command line ໃນ Linux Ubuntu ເຊິ່ງວິທີ ດັ່ງກ່າວນີ້ ຂ້າພະເຈົ້າກໍໄດ້ໄປເຫັນໃນລາຍການກ່ຽວກັບ Linux Ubuntu ຢູ່ລາຍການຫນຶ່ງ ຊື່ວ່າລາຍການ Session-U ຂອງທາງ fukduk tv ເຊິ່ງເປັນໂທລະພາບ ທີ່ເຜີຍແຜ່ອອກທາງອິນເທີເນັດ ເຊິ່ງວິທີດັ່ງກ່າວນີ້ ຂ້າພະເຈົ້າເຫັນວ່າ ມັນມີ ປະໂຫຍດທີ່ດີຫລາຍສຳລັບຄົນທີ່ມັກໃນການໃຊ້ command line ຂ້າພະເຈົ້າກໍເລີຍເອົາມາຂຽນເປັນບົດຄວາມໃຫ້ທຸກໆຄົນໄດ້ຮູ້ນຳກັນ ເອົາລະ ບາດນີ້ ເຮົາມາເລີ່ມກັນເລີຍ

ຂັ້ນທຳອິດກໍເປີດ terminal ຂຶ້ນມາ ແລ້ວ ພິມຄຳສັ່ງນີ້ ລົງໄປ
sudo apt-get install curl
ຫລັງຈາກກົດ enter ລະບົບກໍຈະດາວໂຫລດແພັກເກດນີ້ມັນຕິດຕັ້ງໃນເຄື່ອງຂອງເຮົາ ເມື່ອມັນຕິດຕັ້ງໂຕເອງແລ້ວໆ ເຮົາກໍມາໃຊ້ຄຳສັ່ງນີ້
curl -u user:password -d status=" " http://twitter.com/statuses/update.xml
ບ່ອນຊ່ອງຫວ່າງ ຂອງ status ນັ້ນແມ່ນໃຫ້ເຮົາພິມຂໍ້ຄວາມທີ່ເຮົາຕ້ອງການ tweet ລົງໄປ ຫລັງຈາກນັ້ນ ກໍກົດ enter
ກໍຈະເປັນແບບນີ້

ສຳລັບວິທີນີ້ມັນອາດຈະຫຍຸ້ງຍາກ ແລະ ບໍ່ສະດວກສຳລັບຄົນທີ່ບໍ່ມັກໃຊ້ command line ກັນ ເພາະກວ່າຈະ tweet ໄດ້ ເຮົາກໍຕ້ອງໄດ້ພິມກັນຍາວເລີຍ ແຕ່ກໍເປັນອີກວີທີຫນຶ່ງທີ່ຮູ້ໄວ້ກໍດີ ບໍ່ເສຍຫາຍຫຍັງ

Credit by : http://fukduk.tv/9/50

how to use find command

 sudo find / -type f -name *.jpg  -exec cp {} . \;

find . -type f -size +10000 -exec ls -al {} \;
find . -atime +1 -type f -exec mv {} TMP \; # mv files older then 1 day to dir TMP
find . -name "-F" -exec rm {} \;   # a script error created a file called -F
find . -exec grep -i "vds admin" {} \;
find . \! -name "*.Z" -exec compress -f {} \;
find . -type f \! -name "*.Z" \! -name ".comment" -print | tee -a /tmp/list
find . -name *.ini
find . -exec chmod 775 {} \;
find . -user xuser1 -exec chown -R user2 {} \;
find . -name ebtcom*
find . -name mkbook
find . -exec grep PW0 {} \;
 (more...)

Google Chrome (Unstable) ສຳລັບ Linux ອອກມາແລ້ວ

Google Chrome logo

ຫລັງຈາກທີ່ Google ໄດ້ປ່ອຍ Google Chrome, Browser ທາງເລືອກໃຫ້ແກ່ບັນດານັກທ່ອງໂລກອິນເນັດທາງຝັ່ງ Windows ແລ້ວ ມາເທື່ອນີ້ Google ໄດ້ປ່ອຍ Google Chrome 3.0.198.1 ເວີຊັ້ນສຳລັບ Linux ທີ່ຍັງເປັນລຸ້ນ Unstable ຢູ່ຕອນນີ້ ມາໃຫ້ບັນດາຜູ້ທີ່ໃຊ້ Linux ໄດ້ດາວໂຫລດໄປໃຊ້ກັນແລ້ວ ໂດຍທີ່ຜ່ານມານັ້ນຜູ້ໃຊ້ Linux ໄດ້ໃຊ້ Google Chrome ເວີ່ຊັ້ນຂອງ Windows ໂດຍຜ່ານ Wine ເຊິ່ງຈະວ່າໄປແລ້ວ ມັນກໍບໍ່ໄດ້ອັດທະລົດໃນການໃຊ້ພໍປານໃດ ເພາະຈັ່ງໃດ ມັນກໍເປັນເວີຊັ້ນສຳລັບ Windows , ພໍດີວ່າ ມື້ວານນີ້ໄດ້ເຂົ້າໄປອ່ານບົດຄວາມໃນ ubuntuclub.com ໃນຫົວຂໍ້ທີ່ວ່າ Google Chrome 3 for Ubuntu ກໍເລີຍເກີດຄວາມຕື່ນເຕັ້ນໃນໃຈຢາກຈະລອງກໍເລີຍຈັດການດາວໂຫລດມາລອງໃຊ້ເລີຍ ເປີດ terminal ຂຶ້ນມາ ໂດຍໃຊ້ຄຳສັ່ງດັ່ງນີ້

(more…)

ເມື່ອລືມ mysql password

ປັນຫານີ້ຄືຈະເກີດກັບຫລາຍໆທ່ານ(ໂຕເອງ)ກໍຄືມີຫລາຍຍູດເຊີ້ຫລາຍໆພາສເວີດແລ້ວລືມ(ວິນໂດ້ກໍແລ້ວໄປLINUXນີ້ຕິ) ບໍຍອມຈົດ
ຂີ້ຄ້ານມັກງ່າຍວ່າຊັ້ນເທາະ

ເລື່ອງມັນກໍເກີດມາຈາກລືມນີ້ແຫລະເລີຍຫາກູກໂກ້……..ຜົນທີ່ໄດ້ redhat , slackware,FreeBSD ຣ້ວຍບໍມີ Debian ເວີ້ຍຫນ້າແຖວທ້າຍໆ

ເຍ້:::::::: UBUNTU DEBIAN

Run ຄຳສັ່ງ reconfig mysql (ຕ້ອງເປັນ Root )

# sudo dpkg-reconfigure mysql-server-5.0 ແລ້ວກົດ Enter

ຖ້າປືດຫນື່ງຈະຖາມໃຫ້ໃສ່ Password ໃຫມ່ທ່ານກໍໃສ່ Password ໃຫມ່ກົດ Enter ຈົບ

ຈັກຫນ້ອຍຫນື່ງ Service ກໍຈະ Restart ໃຫ້ auto ທ່ານກໍສາມາດໃຊ້ງານຕໍໄດ້ແລ້ວ