ການສົ່ງຂໍ້ຄວາມ twitter ຜ່ານ command line ໃນ Linux Ubuntu

ທຸກໆມື້ນີ້ ໃນວົງການຂອງຄົນທີ່ຄຸກຄີຢູ່ກັບ internet ແລະ computer ບໍ່ມີໃຜທີ່ຈະບໍ່ຮູ້ twitter ອີກແລ້ວ ຫລື ບາງຄົນກໍ ອາດຈະຍັງບໍ່ທັນຮູ້ກັນເທື່ອ ເຊິ່ງໃນຂະນີ້ກະແສຂອງ twitter ແມ່ນມາແຮງຫລາຍ ເຊິ່ງໃຜໆກໍພາກັນມີ profile ຂອງ twitter ກັນທັງນັ້ນ ແລະ ທີມງານຢູ່ໃນເວັບແຫ່ງນີ້ຂອງພວກເຮົາກໍມີກັນຫມົດທຸກຄົນແລ້ວເຊັ່ນກັນ ເຊີ່ງ twitter ກໍເປັນຊ່ອງທາງຫນຶ່ງເຮັດໃຫ້ພວກເຮົາໄດ້ສື່ສານກັນໄດ້ທຸກໆທີ່ ທຸກໆເວລາ (ທີ່ມີອຸປະກອນ ແລະ ອິນເທີເນັດ ເຂົ້າເຖິງ) ມາໃນມື້ນີ້ ຂ້າພະເຈົ້າຈະມາແນະນຳວິທີການ tweet ຂໍ້ຄວາມ ໂດຍຜ່ານ command line ໃນ Linux Ubuntu ເຊິ່ງວິທີ ດັ່ງກ່າວນີ້ ຂ້າພະເຈົ້າກໍໄດ້ໄປເຫັນໃນລາຍການກ່ຽວກັບ Linux Ubuntu ຢູ່ລາຍການຫນຶ່ງ ຊື່ວ່າລາຍການ Session-U ຂອງທາງ fukduk tv ເຊິ່ງເປັນໂທລະພາບ ທີ່ເຜີຍແຜ່ອອກທາງອິນເທີເນັດ ເຊິ່ງວິທີດັ່ງກ່າວນີ້ ຂ້າພະເຈົ້າເຫັນວ່າ ມັນມີ ປະໂຫຍດທີ່ດີຫລາຍສຳລັບຄົນທີ່ມັກໃນການໃຊ້ command line ຂ້າພະເຈົ້າກໍເລີຍເອົາມາຂຽນເປັນບົດຄວາມໃຫ້ທຸກໆຄົນໄດ້ຮູ້ນຳກັນ ເອົາລະ ບາດນີ້ ເຮົາມາເລີ່ມກັນເລີຍ

ຂັ້ນທຳອິດກໍເປີດ terminal ຂຶ້ນມາ ແລ້ວ ພິມຄຳສັ່ງນີ້ ລົງໄປ
sudo apt-get install curl
ຫລັງຈາກກົດ enter ລະບົບກໍຈະດາວໂຫລດແພັກເກດນີ້ມັນຕິດຕັ້ງໃນເຄື່ອງຂອງເຮົາ ເມື່ອມັນຕິດຕັ້ງໂຕເອງແລ້ວໆ ເຮົາກໍມາໃຊ້ຄຳສັ່ງນີ້
curl -u user:password -d status=" " http://twitter.com/statuses/update.xml
ບ່ອນຊ່ອງຫວ່າງ ຂອງ status ນັ້ນແມ່ນໃຫ້ເຮົາພິມຂໍ້ຄວາມທີ່ເຮົາຕ້ອງການ tweet ລົງໄປ ຫລັງຈາກນັ້ນ ກໍກົດ enter
ກໍຈະເປັນແບບນີ້

ສຳລັບວິທີນີ້ມັນອາດຈະຫຍຸ້ງຍາກ ແລະ ບໍ່ສະດວກສຳລັບຄົນທີ່ບໍ່ມັກໃຊ້ command line ກັນ ເພາະກວ່າຈະ tweet ໄດ້ ເຮົາກໍຕ້ອງໄດ້ພິມກັນຍາວເລີຍ ແຕ່ກໍເປັນອີກວີທີຫນຶ່ງທີ່ຮູ້ໄວ້ກໍດີ ບໍ່ເສຍຫາຍຫຍັງ

Credit by : http://fukduk.tv/9/50

2 Comments

  • [...] ທີ່ ທວີສຜ່ານ command ເບີ່ງມັນຄືຊິສັບສົນແລ້ວ [...]

  • ແນ່ນອນຢູ່ແລ້ວທ່ານ ເບິ່ງຄືວ່າມັນຈະສັບສົນ ແຕ່ສຳລັບໃຜທີ່ມັກໃຊ້ command line ແລ້ວ ຈະຮູ້ສຶກວ່າມັນມ່ວນດີ ແຕ່ຖ້າໃຜບໍ່ສະດວກກໍໃຊ້ ໂປຣແກຣມຈຳພວກ client ທົ່ວໄປກໍໄດ້ ສຳລັບວິທີດັ່ງກ່າວນີ້ກໍເອົາໄວ້ເປັນຄວາມຮູ້ເສີມ.

Leave a Reply

You must be logged in to post a comment.