Google Chrome (Unstable) ສຳລັບ Linux ອອກມາແລ້ວ

ຫລັງຈາກທີ່ Google ໄດ້ປ່ອຍ Google Chrome, Browser ທາງເລືອກໃຫ້ແກ່ບັນດານັກທ່ອງໂລກອິນເນັດທາງຝັ່ງ Windows ແລ້ວ ມາເທື່ອນີ້ Google ໄດ້ປ່ອຍ Google Chrome 3.0.198.1 ເວີຊັ້ນສຳລັບ Linux ທີ່ຍັງເປັນລຸ້ນ Unstable ຢູ່ຕອນນີ້ ມາໃຫ້ບັນດາຜູ້ທີ່ໃຊ້ Linux ໄດ້ດາວໂຫລດໄປໃຊ້ກັນແລ້ວ ໂດຍທີ່ຜ່ານມານັ້ນຜູ້ໃຊ້ Linux ໄດ້ໃຊ້ Google Chrome ເວີ່ຊັ້ນຂອງ Windows ໂດຍຜ່ານ Wine ເຊິ່ງຈະວ່າໄປແລ້ວ ມັນກໍບໍ່ໄດ້ອັດທະລົດໃນການໃຊ້ພໍປານໃດ ເພາະຈັ່ງໃດ ມັນກໍເປັນເວີຊັ້ນສຳລັບ Windows , ພໍດີວ່າ ມື້ວານນີ້ໄດ້ເຂົ້າໄປອ່ານບົດຄວາມໃນ ubuntuclub.com ໃນຫົວຂໍ້ທີ່ວ່າ Google Chrome 3 for Ubuntu ກໍເລີຍເກີດຄວາມຕື່ນເຕັ້ນໃນໃຈຢາກຈະລອງກໍເລີຍຈັດການດາວໂຫລດມາລອງໃຊ້ເລີຍ ເປີດ terminal ຂຶ້ນມາ ໂດຍໃຊ້ຄຳສັ່ງດັ່ງນີ້
echo "deb http://dl.google.com/linux/deb/ stable main non-free" | sudo tee -a /etc/apt/sources.list
ດາວໂຫລດໄຟລ໌ຄີຂອງໂປຣແກຣມເພື່ອຢັ້ງຢືນຄວາມສົມບູນໃນການຕິດຕັ້ງໂປຣແກຣມ ດ້ວຍຄຳສັ່ງນີ້:
wget -q https://dl-ssl.google.com/linux/linux_signing_key.pub -O- | sudo apt-key add - & sudo apt-get update
ຫລັງຈາກນັ້ນ ມັນກໍຈະດາວໂຫລດແພັກເກດທີ່ຈຳເປັນທີ່ຈະຕິດຕັ້ງລົງມາຢຸ່ໃນເຄື່ອງຂອງເຮົາ ເມື່ອມັນດາວໂຫລດສຳເລັດຮຽບຮ້ອຍແລ້ວ ເຮົາກໍໃຊ້ຄຳສັ່ງນີ້ ດາວໂຫລດໂປຣແກຣມຫລັກລົງມາໄດ້ເລີຍ
sudo apt-get install google-chrome-unstable
ເຫັນໄດ້ແຈ້ງເລີຍວ່າ ມັນຍັງບໍ່ stable ຢ່າງເຕັມໂຕ ໂດຍສັງເກດຈາກຊື່ຂອງແພັກເກດ
ເມື່ອຕິດຕັ້ງແລ້ວໆ ເຮົາກໍລອງມາທົດສອບນຳກັນ ໂດຍຂ້າພະເຈົ້າໃຊ້ທົດສອບໃນຫນ້າເວັບ Laozaa.com ແລະ Punlao.com ເຮົານີ້ເອງ ມາເບິ່ງຮູບນຳກັນເລີຍ

ຈະເຫັນໄດ້ວ່າ Google Chrome ສາມາດສະແດງຜົນພາສາລາວໄດ້ດີ ໂດຍບໍ່ມີປັນຫາຫຍັງ

ແລະ ໃນພັນລາວກໍເຊັ່ນກັນ ບໍ່ມີປັນຫາຫຍັງໃນການສະແດງຜົນພາສາລາວ
ນອກຈາກນີ້ ໃນ Google Chrome ເວີຊັ້ນຂອງ Linux ນີ້ ມັນຍັງສາມາດປ່ຽນ Theme ໃຫ້ເຂົ້າກັບ GTK Theme ຂອງ Gnome desktop ໄດ້ນຳອີກ ໂດຍກົດທີ່ປຸ່ມ set to GTK+ Theme ແລະ ທ່ານກໍສາມາດເຂົ້າໄປຫາ Theme ອື່ນໄດ້ເພີ່ມເຕີມໄດ້ອີກ
ໂດຍກົດທີ່ປຸ່ມ Get Themes ຖ້າຢາກຈະກັບມາໃຊ້ Theme ດັ້ງເດີມຂອງ Chrome ກໍກົດທີ່ປຸ່ມ Reset to default Theme

ນີ້ແມ່ນເລກລຸ້ນຂອງ Chrome ເວີຊັ້ນນີ້

ສ່ວນໃນເລື້ອງຂອງການສະແດງຜົນທາງດ້ານ multimedia ກໍບໍ່ມີປັນຫາຫຍັງ ຖ້າຫາກວ່າທ່ານໃດເຂົ້າເວັບທີ່ມີວີດີໂອ ຢ່າງ youtube ແລ້ວມັນບໍ່ສະແດງຜົນອອກມາ ກໍໃຫ້ທ່ານໃຊ້ຄຳສັ່ງລຸ່ມນີ້ ໃຫ້ມັນໄປເປີດ ສະຄລິບທາງດ້ານນີ້ໃຫ້ມັນເຮັດວຽກກ່ອນ
google-chrome --enable-plugins --enable-greasemonkey --enable-user-scripts --enable-extensions
ຖ້າຫາກວ່າທ່ານຍັງບໍ່ທັນໄດ້ມີ plugins ພວກນີ້ຢູ່ໃນເຄື່ອງຂອງທ່ານ ທ່ານກໍສາມາດດາວໂຫລດໂດຍໃຊ້ຄຳສັ່ງນີ້ ລົງມາຕິດຕັ້ງໃນເຄື່ອງຂອງທ່ານ (ສຳລັບຄົນໃຊ້ Ubuntu)
sudo apt-get install gnome-mplayer gecko-mediaplayer
ເຖິງວ່າ Google Chrome ເວີຊັ້ນນີ້ ຈະຍັງບໍ່ທັນ Stable ກໍຕາມ ແຕ່ເຖິງຈັ່ງໃດຂ້າພະເຈົ້າກໍພໍໃຈທີ່ມັນສາມາດ ທີ່ຈະສະແດງພາສາລາວ ອອກມາຢ່າງຖືກຕ້ອງ ໂດຍບໍ່ມີຂໍ້ຜິດພາດໃດໆ ແລະ ມັນຍັງສາມາດທີ່ສະແດງຜົນຂໍ້ມູນ multimedia ໄດ້ນຳອີກ ເຊິ່ງພວກເຮົາກໍຖ້າເບິ່ງຕໍ່ໄປວ່າ ເວີຊັ້ນເຕັມມັນຈະມີຫຍັງພິເສດເພີ້ມຂຶ້ນມາອີກ
ຖ້າໃຜດາວໂຫລດໄປໃຊ້ແລ້ວ ມີປັນຫາແນວໃດກໍມາແຈ້ງໃຫ້ກັນຮູ້ແນ່ເດີ້ບັນດາທ່ານ.
ປ.ລ ຮູບທີ່ສະແດງຜົນພາສາລາວທາງເທິງອາດຈະນ້ອຍ ຖ້າໃຜບໍ່ເຫັນ ກໍເຂົ້າໄປເບິ່ງຮູບໃຫຍ່ໆແບບເຕັມຕາໄດ້ທີ່
Credit by somjate http://www.ubuntuclub.com/node/1454
