Archive for January, 2010

directory ທີ່ຈຳເປັນໃນລະບົບ linux / unix

ເຂົ້າເລື່ອງກັນເລີຍເນາະ

/ (root) ຄື directory ຂອງ root
/bin = ເປັນ directory ໃຊ້ເກັບຄຳສັ່ງທົ່ວໄປ ລວມທັງຄຳສັ່ງ utilities ຂອງລະບົບນຳ
/dev = ເປັນບ່ອນເກັບ device file ສຳຫລັບໄວ້ອ້າງອີງເຖິງອຸປະກອນ ໂດຍອຸປະກອນທຸກໆ ໂຕຈະມີ file ອ້າງອີງເຊັ່ນ /dev/tty1 ແປວ່າ serial port(com2)
/boot = ເປັນບ່ອນເກັບ ເຄີເນລ ແລະໄຟລ໌ທີ່ຈຳເປັນຕໍ່ການ boot ຂອງລະບົບ
/etc = ເປັນ directory ຫນື່ງທີ່ສຳຄັນຕໍ່ລະບົບ ໃຊ້ໄວ້ເກັບຄຳສັ່ງເພິ່ມເຕີມ ແລະໃຊ້ເກັບໄຟລຂໍ້ມູນປະເພດການຕັ້ງຄ່າ (configuration)
/proc = ເປັນບ່ອນເກັບ ຂໍ້ມູນໃນຕອນທີ່ໂຕປະມວນຜົນ (process) ກຳລັງເຮັດວຽກຢູ່
/home = ແມ່ນ directory ພື້ນຖານທົ່ວໄປ ຂອງ user ໃນລະບົບ
/sbin = ແມ່ນບ່ອນເກັບຄຳສັ່ງໃນການເບີ່ງແຍງລະບົບຕ່າງໆ
/tmp = ບ່ອນເກັບເອກະສານ [...]

ໂຄງສ້າງຂອງລະບົບ unix/linux

ເກັບຕົກມາຈາກງານ release party ພໍດີມີຄົນຖາມວ່າ kernel ມັນແມ່ນຫຍັງ ເຮົາກໍ່ເວົ້າໆໄປຜ່ານໆ ເອົາເປັນວ່າມື້ນີ້ມາຊ້ຳຄືນອີກເທື່ອກໍ່ແລ້ວກັນ
ໃນລະບົບ unix / linux ນັ້ນໂດຍພື້ນຖາມມັນຈະມີຫລັກການເຮັດວຽກທີ່ຄືກັນໂດຍອາໄສ kernel ເປັນໂຕເຊື່ອມລະຫວ່າງ apps ກັບ shell ໄປຈົນຮອດ ອຸປະກອນຕ່າງໆ ແບ່ງອອກເປັນ ສີ່ ລຳດັບແບບນີ້
application
V
kernel
V
shell
V
hardware
application : ຄືສ່ວນໂປຣແກຣມຕ່າງໆ ທີ່ຜູ້ພັດທະນາຫລືຜູ້ໃຊ້ ຂຽນຂື້ນມາຫລື ຕິດຕັ້ງເພື່ອໃຊ້ງານ ກໍ່ແລ້ວແຕ່ ເຊັ່ນ pelr, php, c.. ເປັນຕົ້ນ
kernel : ຄືສ່ວນທີ່ໃຊ້ຄວບຄຸມການເຮັດວຽກຂອງລະບົບທັງຫມົດ ໂຕເຄເນລຈະຂື້ນຢູ່ກັບອຸປະກອນຂອງແຕ່ລະລຸ້ນ ເຊັ່ນ i386
shell : ຄື command interpreter ທີ່ເປັນໂຕກາງໄວ້ຖ້າຮັບຄຳສັ່ງຈາກຜູ້ໃຊ້ວຽກຜ່ານທາງ ຄີບອດແລ້ວແປຄຳສັ່ງຕ່າງໆ ໃຫ້ເປັນພາສາເຄື່ອງ ນອກຈາກນີ້ແລ້ວມັນຍັງມີຄວາມສາມາດໃນການຂຽນໂປຣແກຣມ (shell script) ເຊິ່ງກໍ່ຄືການນຳເອົາຄຳສັ່ງຕ່າງໆໃນລະບົບມາຂຽນໃຫ້ເປັນ ໂປຣແກຣມນັ້ນເອງ
hardware : ອັນນີ້ຄືຊິບໍ່ຕ້ອງອະທິບາຍຫຍັງຫລາຍ ມັນກໍ່ຄືອຸປະກອນຕ່າງໆ ທີ່ປະກອບມາເປັນຄອມພິວເຕີ ນັ້ນແຫລະ [...]

Ubuntu: For Desktops, Servers, Netbooks and in the cloud