ໂຄງສ້າງຂອງລະບົບ unix/linux
ເກັບຕົກມາຈາກງານ release party ພໍດີມີຄົນຖາມວ່າ kernel ມັນແມ່ນຫຍັງ ເຮົາກໍ່ເວົ້າໆໄປຜ່ານໆ ເອົາເປັນວ່າມື້ນີ້ມາຊ້ຳຄືນອີກເທື່ອກໍ່ແລ້ວກັນ
ໃນລະບົບ unix / linux ນັ້ນໂດຍພື້ນຖາມມັນຈະມີຫລັກການເຮັດວຽກທີ່ຄືກັນໂດຍອາໄສ kernel ເປັນໂຕເຊື່ອມລະຫວ່າງ apps ກັບ shell ໄປຈົນຮອດ ອຸປະກອນຕ່າງໆ ແບ່ງອອກເປັນ ສີ່ ລຳດັບແບບນີ້
application
V
kernel
V
shell
V
hardware
application : ຄືສ່ວນໂປຣແກຣມຕ່າງໆ ທີ່ຜູ້ພັດທະນາຫລືຜູ້ໃຊ້ ຂຽນຂື້ນມາຫລື ຕິດຕັ້ງເພື່ອໃຊ້ງານ ກໍ່ແລ້ວແຕ່ ເຊັ່ນ pelr, php, c.. ເປັນຕົ້ນ
kernel : ຄືສ່ວນທີ່ໃຊ້ຄວບຄຸມການເຮັດວຽກຂອງລະບົບທັງຫມົດ ໂຕເຄເນລຈະຂື້ນຢູ່ກັບອຸປະກອນຂອງແຕ່ລະລຸ້ນ ເຊັ່ນ i386
shell : ຄື command interpreter ທີ່ເປັນໂຕກາງໄວ້ຖ້າຮັບຄຳສັ່ງຈາກຜູ້ໃຊ້ວຽກຜ່ານທາງ ຄີບອດແລ້ວແປຄຳສັ່ງຕ່າງໆ ໃຫ້ເປັນພາສາເຄື່ອງ ນອກຈາກນີ້ແລ້ວມັນຍັງມີຄວາມສາມາດໃນການຂຽນໂປຣແກຣມ (shell script) ເຊິ່ງກໍ່ຄືການນຳເອົາຄຳສັ່ງຕ່າງໆໃນລະບົບມາຂຽນໃຫ້ເປັນ ໂປຣແກຣມນັ້ນເອງ
hardware : ອັນນີ້ຄືຊິບໍ່ຕ້ອງອະທິບາຍຫຍັງຫລາຍ ມັນກໍ່ຄືອຸປະກອນຕ່າງໆ ທີ່ປະກອບມາເປັນຄອມພິວເຕີ ນັ້ນແຫລະ ເຊັ່ນ cpu ເປັນຕົ້ນ
ນັ້ນກໍ່ຄືໂຄງສ້າງຫລັກໆ ໃນລະບົບ linux / unix ທີ່ຕ້ອງມີເພື່ອປະກອບມາເປັນລະບົບປະຕິບັດການ
Tags: application, hardware, kernel, linux, shell, system, unix


January 12th, 2010 at 10:56 pm
Kernel is the only way through which the programs (all programs including shell) can access the hardware. Its a layer between the appliation programs and hardware. It is the core of most of the operating systems and manages everything including the communication between the hardware and software.
January 12th, 2010 at 11:00 pm
ຕາມທີ່ຂ້າພະເຈົ້າເຂົ້າໃຈ ໜ້າຈະແມ່ນ application ຫຼື shell ເຊື່ອມຕໍ່ກັບ hardware ຜ່ານທາງ kernel
January 13th, 2010 at 12:51 am
ຂ້າພະເຈົ້າກໍ່ຫມາຍຄວາມວ່າແບບນັ້ນ ບໍ່ແມ່ນຫວາ?
February 7th, 2010 at 2:45 pm
ແຕ່ຂໍ້ຄວາມ ແລະ ຮູບປະກອບ ຂອງທ່ານອະທິບາຍຢູ່ຂ້າງເທີງ ຮູ້ສຶກວ່າບໍ່ໄດ້ໝາຍຄວາມວ່າແນວນັ້ນ