directory ທີ່ຈຳເປັນໃນລະບົບ linux / unix

ເຂົ້າເລື່ອງກັນເລີຍເນາະ

/ (root) ຄື directory ຂອງ root
/bin = ເປັນ directory ໃຊ້ເກັບຄຳສັ່ງທົ່ວໄປ ລວມທັງຄຳສັ່ງ utilities ຂອງລະບົບນຳ
/dev = ເປັນບ່ອນເກັບ device file ສຳຫລັບໄວ້ອ້າງອີງເຖິງອຸປະກອນ ໂດຍອຸປະກອນທຸກໆ ໂຕຈະມີ file ອ້າງອີງເຊັ່ນ /dev/tty1 ແປວ່າ serial port(com2)
/boot = ເປັນບ່ອນເກັບ ເຄີເນລ ແລະໄຟລ໌ທີ່ຈຳເປັນຕໍ່ການ boot ຂອງລະບົບ
/etc = ເປັນ directory ຫນື່ງທີ່ສຳຄັນຕໍ່ລະບົບ ໃຊ້ໄວ້ເກັບຄຳສັ່ງເພິ່ມເຕີມ ແລະໃຊ້ເກັບໄຟລຂໍ້ມູນປະເພດການຕັ້ງຄ່າ (configuration)
/proc = ເປັນບ່ອນເກັບ ຂໍ້ມູນໃນຕອນທີ່ໂຕປະມວນຜົນ (process) ກຳລັງເຮັດວຽກຢູ່
/home = ແມ່ນ directory ພື້ນຖານທົ່ວໄປ ຂອງ user ໃນລະບົບ
/sbin = ແມ່ນບ່ອນເກັບຄຳສັ່ງໃນການເບີ່ງແຍງລະບົບຕ່າງໆ
/tmp = ບ່ອນເກັບເອກະສານ ຫລື ໄຟລ ຊົ່ວຄາວຂອງ user ລະບົບ
/var = directory ເກັບຂໍ້ມູນທີ່ມີການປ່ຽນແປງຕະຫລອດເວລາເຊັ່ນ /var/log
/usr = ແມ່ນ directory ໃຊ້ໃນການ ຕັ້ງຄ່າລະບົບ ແລະໂປຣແກຣມສ່ວນຫລາຍຈະຖືກເກັບໄວ້ນີ້
/lib = ບ່ອນເກັບ library ແບບ dynamic ທີ່ຂຽນດ້ວຍພາສາ c ປຽບໄດ້ກັບ dll ໃນ ວິນໂດ້
/usr/bin = directory ໄວ້ເກັບຄຳສັ່ງທົ່ວໄປ
/usr/sbin = directory ໄວ້ເກັບຊຸດຄຳສັ່ງກ່ຽວກັບລະບົບ network
/lost+found = ໄວ້ເກັບກຳກ່ຽວກັບ error ຂອງ disk
/media = ຄຶືກັນກັບ /dev ແຕ່ໂຕນີ້ຈະກ່ຽວກັບອຸປະກອນ ເກັບຂໍ້ມູນ ເຊັ່ນ /media/cdrom , /media/disk1

ນັ້ນກໍ່ຄື directory ທີ່ຈຳເປັນຕ້ອງມີ ແລະຮູ້ໄວ້, ສຳຫລັບຜູ້ເບີ່ງແຍງລະບົບ ຫລືຜູ້ໃຊ້ ຖ້າຫາກຮູ້ວ່າສີ່ງທີ່ເຮົາຫາຢູ່ມັນຢູ່ໃສ ແລະຖືກຈັດການແບບໃດ ມັນກໍ່ເປັນເລື່ອງ່າຍທີ່ເຮົາຈະຊອກຫາ ແກ້ໄຂ ແລະຮັກສາ ມັນ

Tags: , , , , , , , , , ,

This entry was posted on Saturday, January 9th, 2010 at 3:10 pm and is filed under ຮຽນຮູ້ລະບົບພື້ນຖານ linux / unix. You can follow any responses to this entry through the RSS 2.0 feed. You can leave a response, or trackback from your own site.

One Response to “directory ທີ່ຈຳເປັນໃນລະບົບ linux / unix”

  1. Деденево said:

    Очень интересно!!! Только не очень могу понять как часто обновляется ваш блог?

Leave a Reply




Message:

Ubuntu: For Desktops, Servers, Netbooks and in the cloud