ມາອັບເກຣດ Ubuntu 10.04 ໃຫ້ເປັນ Ubuntu 10.10 ກັນດີກວ່າ.
ຫ່າງຫາຍກັນໄປດົນ ບໍ່ໄດ້ອັບເດດຫຍັງ ມາມື້ນີ້ຂ້າພະເຈົ້າຈະພາພວກທ່ານມາອັບເກຣດ Ubuntu 10.04 ເປັນ 10.10 ນຳກັນ ສຳລັບ Ubuntu 10.10 ກໍໄດ້ປ່ອຍອອກມາໃຫ້ດາວໂຫລດກັນຮຽບຮ້ອຍແລ້ວ ຖ້າຫາກໃຜຢາກລອງກໍສາມາດໄປດາວໂຫລດທີ່ www.ubuntu.com ໄດ້ເລີຍ ສຳລັບໃຜທີ່ມີ Ubuntu 10.04 ກໍສາມາດເຮັດຕາມຂັ້ນຕອນດັ່ງນີ້ໄດ້ເລີຍ
ເປີດ Update Manager (System > Administration > Update Manager):

ໃນ Update Manager, ຄລິກທີ່ Settings… button (ປຸ່ມທີ່ຢູ່ມຸມຊ້າຍຕ່ຳສຸດ):

ກັບມາທີ່ Update Manager, ຄລິກທີ່ປຸ່ມ Check ເພື່ອກວດສອບຫາອັບເດດແພັກເກດ ແລະ distribution releases:
ໃນ software sources ທີ່ແທັບ Update ໃຫ້ທ່ານໄປປັບເປັນ Normal releases ຢູ່ບ່ອນ releases upgrade

Update Manager ຈະສະແດງປຸ່ມອັບເກຣດ distribution release (10.10) ໃຫ້ທ່ານໄດ້ເຫັນ. ຄລິກປຸ່ມ Upgrade ເພື່ອເລີ່ມຕົ້ນອັບເກຣດ:

ແລ້ວຈະມີຫນ້າຕ່າງຄຳອະທິບາຍກ່ຽວກັບການອັບເກຣດ Ubuntu 10.10 ອອກມາໃຫ້ທ່ານໄດ້ອ່ານ,ຈາກນັ້ນກໍຄລິກທີ່ປຸ່ມ Upgrade ອີກຄັ້ງ

ມາຮອດນີ້ແມ່ນສະແດງໃຫ້ເຫັນວ່າ ການອັບເກຣດໄດ້ເລີ່ມຕົ້ນຂຶ້ນແລ້ວ,ຈາກນັ້ນລະບົບຈະຖາມລະຫັດ ໃຫ້ທ່ານໃສ່ລະຫັດຂອງທ່ານຕາມປົກກະຕິ
ກຳລັງກຽມການອັບເກຣດ

ຄລິກທີ່ປຸ່ມອັບເກຣດອີກຄັ້ງເພື່ອເລີ່ມຕົ້ນການອັບເກຣດ ,ຈາກນີ້ໄປຈະເປັນການດາວໂຫລດແພັກເກດທັງຫມົດຂອງ 10.10 ມາໄວ້ໃນເຄື່ອງຂອງເຮົາ ຈະຊ້າຈະໄວ ມັນກໍຂຶ້ນກັບອິນເຕີເນັດຂອງທ່ານແລ້ວຕອນນີ້.

ກຳລັງດາວໂຫລດແພັກເກດລົງມາ ໃຫ້ທ່ານໄປນອນຖ້າໄດ້ເລີຍ ຫລື ວ່າໄປເຮັດແນວອື່ນກ່ອນກໍໄດ້ ເພາະມັນໃຊ້ເວລາດົນພໍສົມຄວນ ໃນຂັ້ນຕອນນີ້

ມາຮອດຂັ້ນຕອນນີ້ ຈະເປັນການຕິດຕັ້ງແພັກເກດທີ່ໄດ້ດາວໂຫລດມາທັງຫມົດ ທີ່ໄດ້ດາວໂຫລດລົງມາ ເຊິ່ງກໍໃຊ້ເວລາໃນການຕິດຕັ້ງດົນພໍສົມຄວນ ຂຶ້ນກັບຄວາມໄວໃນການປະມວນຜົນໃນຄອມຂອງທ່ານ

ໃນຂະທີ່ກຳລັງຕິດຕັ້ງແພັກເກດລະບົບຈະມີການຖາມວ່າຕ້ອງເຮັດແນວໃດກັບໄຟລ໌ເກົ່າໆເປັນໄລຍະໆ ໃຫ້ທ່ານອ່ານໃຫ້ເຂົ້າໃຈແລະລະອຽດກ່ອນແລ້ວຈິ່ງກົດປຸ່ມດຳເນີນການ ຕໍ່ໄປ


ຫລັງຈາກອັບເກຣດສຳເລັດຮຽບຮ້ອຍແລ້ວ ລະບົບຈະຖາມໃຫ້ທ່ານລຶບແພັກເກດເກົ່າອອກໃຫ້ຫມົດ ໃນທີ່ນີ້ຂ້າພະເຈົ້າແນະນຳໃຫ້ທ່ານ remove ມັນອອກໃຫ້ຫມົດໄປເລີຍ

ຂັ້ນຕອນການລ້າງແພັກເກດເກົ່າຖິ້ມ

ຫລັງຈາກທຸກໆຢ່າງສຳເລັດຮຽບຮ້ອຍແລ້ວ ລະບົບກໍຈະຖາມໃຫ້ທ່ານ restart? ເຊິ່ງກໍກົດ restart ໄປໂລດ

ມາແລ້ວ Ubuntu 10.10 maverick

ກໍເປັນອັນວ່າຈົບພິທີ.
credit ຮູບຈາກ howtoforge.com
No comments
Category:
