Archive for the 'ກິດຈະກຳ-ຝຶກອົບຮົມ' Category

training 11′s photo

ຜົນຈາກ Training11 (Ubuntu from Scratch)

ໃນທີ່ສຸດຫລັງຈາກທີ່ງົມມາເກືອບຊາວຊົ່ວໂມງ ຕັ້ງແຕ່ວານນີ້ທີ່ໄດ້ແຕ່ ບູສ ຂື້ນ ຫນ້າ command ລ້າໆ ມື້ນີກໍ່ໄດ້ ອ້າຍອ໋ອງມາສອນແບບສະເພາະກິດໃຫ້ແລະແລງໆອ້າຍຫມີກໍ່ມາຊ່ອຍ ອີກແຮງ ທີມລາວຖືກທາດໄຟເຂົ້າແຊກໄປຫລາຍເຕີບແຕ່ດີທີ່ໄດ້ ປະລຳມະຈານ ບູ້ຕື້ງ ມາສະກັດຈຸດໃຫ້ ເລີຍໄດ້ອອກມາເປັນ ພະລັງລົມປານ .iso ແບບ liveCD ແລະສາມາດຕິດຕັ້ງໄດ້ພ້ອມ ຕອນນີ້ອາໄສ gnomeDesktop ໄປກ່ອນ ດຽວຫາXdesktop ທີ່ເຫມາະສົມໄດ້ແລ້ວຈະອະລັງການງານສ້າງ ເປັນແນວໃດ໋ກໍ່ຕິດຕາມກັນຕໍ່ໄປ ຮູບຫນ້າlogin

UbuntuClub Training11 (Ubuntu from Scratch)

UbuntuClub Training11 (Ubuntu from Scratch)ສຳມະນາກອນໄດ້ສ້າງ Ubuntu ໄປໃນແບບຂອງຕົວເອງ ຜ່ານໄປແລ້ວສຳລັບງານຝຶກອົບຮົມໃນເຊິງ Workshop ໃນການສ້າງ ປັບແຕ່ງ Linux Ubuntu ຈາກແກນແທ້ ເພື່ອໃຫ້ໄດ້ Ubuntu ໃນແບບຂອງຕົວເອງ ກໍ່ໄດ້ເຂົ້າໃຈເຖິງແກ່ນແທ້ ແລະ ໂຄງສ້າງໃນການທີ່ປະກອບເປັນ Ubuntu ເລັກນ້ອຍໃນຫລັກສູດນີ້ ເປົ້າຫມາຍແມ່ນຈະໃຫ້ນັກສຳມະນາກອນໄດ້ສ້າງ Ubuntu ໄປໃນແບບຂອງຕົວເອງ ແຕ່ດ້ວຍການຄາດເວລາຂອງຫລັກສູດ ສັ້ນເກີນໄປ ເລີຍເຮັດໃຫ້ບໍ່ທັນເພາະວ່າ ການທ່ຈະເຂົ້າໃຈແກ່ນແທ້ ແລະ ສາມາດແກ້ໄຂໃນຈຸດຕ່າງໆ ແລະ ຈະໃຫ້ແກ້ໄຂລະບົບຕ່າງໄດ້ນັ້ນແມ່ນກິນເວລາໄປບໍ່ນ້ອຍເພາະລະບົບຕ່າງໆ ແມ່ນເຮັດຜ່ານ Command ທັງຫມົດ ແຕ່ກໍ່ສາມາດເຮັດໃຫ້ ສາມາດ ສ້າງ ISO ໄດ້ແລະ ສາມາດ BOOT ໄດ້ແລ້ວ ເຊິ່ງສາມາດເອົາໄປຕໍ່ຍອດໃນການພັດທະນາເປັນ Live CD ຕໍ່ໄປ ການເຂົ້າຮ່ວມຄັ້ງນີ້ໄດ້ເຮັດໃຫ້ທາງທີມງານເຮົາຮູ້ຈັກຄຳວ່າ Open ຫລາຍຂຶ້ນເພາະທາງທີມງານ Ubuntu Club ແມ່ນມີການຕ້ອນຮັບແບບອົບອຸ່ນຫລາຍ ຝາກຂໍຂອບໃຈໄປ [...]

Ubuntu: For Desktops, Servers, Netbooks and in the cloud