Archive for the 'ຂ່າວທົ່ວໄປ' Category

fedora 11

ວ່າໄປແລ້ວ linux ຕະກູນ rpm ມັນກໍ່ເປັນທີ່ຮູ້ຈັກຂອງກຸ່ມຜູ້ໃຊ້ ລິນູກທົ່ວໄປ ຫາກຊິຖາມວ່າ distro ໃດຍອດນິຍົມຄົງຫນີບໍ່ພົ້ນຄວາມບ້າລຳຫ່ຳຂອງ redhat ແຕ່ວ່າຊ່ວງສາມສິ່ປີຜ່ານມາທຸກຢ່າງມັນປ່ຽນໄປເຣັດໃຫ້ linux ກາຍເປັນທຸລະກິດແຕ່ເຖິງແນວໃດນັກພັດທະນາ ກໍ່ບໍ່ໄດ້ປ່ອຍໃຫ້ອຸດົມການຂອງໂຕເອງເປັນຫມັນແຕ່ຢ່າງໃດ ກັບພັດທະນາ distro ທີ່ມິຄວາມສະຖຽນເກີນກວ່າຫລືຊິວ່າດີກ່ວາກໍ່ເປັນໄດ້….

Ubuntu 9.04 ອອກແລ້ວ ໃນ Code name :Jaunty Jackalope

ໃນວັນທີ່ 23 / 04 / 2009. ອຸບັນຕູ 9.04 ໄດ້ອອກມາເວີຊັ່ນເຕັມ ເພື່ອໃຫ້ພີ່ນ້ອງແຟນໆ ອຸບັນຕູໄດ້ຊື່ນຊົມກັບ ເວີຊັ່ນໃຫມ່ ເຊິ່ງໃນນີ້ທາງທີມພັດທະນາໄດ້ກ່າວວ່າ ໃນເວີຊັ່ນນີ້ໄດ້ມີການປັບປຸງລະບົບຕ່າງໃຫ້ດີຂຶ້ນຫລາຍກວ່າເກົ່າເຊັ່ນ ການບູດເຄື່ອງທີ່ໄວຂຶ້ນ ການສະຫນັບສະຫນູນຢ່າງເຕັມຮູບແບບກັບ notebook/PC ບາງຫຍີ່ຫໍ້ ປັບປຸງລະບົບການ hibernate ການສະຫລັບ 3G / Wifi ໄດ້ດີຂຶ້ນ ແລະ ສະຫນັບສະຫນູນ ບັນດາ card ຕ່າງໆໄດ້ຫລາຍຂຶ້ນ ອ່ານລາຍລະອຽດເພີ່ມເຕີມໄດ້ທີ່ http://www.ubuntu.com/products/whatisubuntu/904features ເອົາເປັນວ່າພີ່ນ້ອງທ່ານໃດຢາກລອງກໍອັບເກຣດໄດ້ເລີຍ ຫລື ທ່ານໃດຢາກຂໍແຜ່ນມາໄວ້ເປັນທີ່ລະນຶກກໍ່ສາມາດຂໍໄດ້ທີ່ https://shipit.ubuntu.com/

ຄວາມສາມາດໃຫມ່ໃນ Ubuntu 9.04

ອີກບໍ່ດົນ Ubuntu 9.04 ກໍ່ຈະອອກມາໃຫ້ເຮົາໄດ້ໃຊ້ກັນແລ້ວ ແລະຕອນນີ້ Alpha 6 ເຊິ່ງເປັນລະຫັດລຸ້ນສຸດທ້າຍຂອງ Alpha ແລະຈະກ້າວເຂົ້າສູ່ Beta Release ແລະ Release Cadidate ແລະຈົບລົງທີ່ Final Release ຫາກໃຜໂຫລດມາລອງ ກ່ອນຫນ້ານີ້ ຄວາມຮູ້ສຶກຄືຊິບໍ່ຕ່າງຈາກ Intrepid ປານໃດ ແຕ່ຫາກເບີ່ງດີດີແລ້ວຈະມີສິ່ງໃຫມ່ຫລາຍຢ່າງ … ຄວາມສາມາດໃຫມ່ຂອງ Ubuntu 9.04(jaunty Jackalope) kernel 2.6.28 ເປັນເຄເນລໃຫມ່ທີ່ມີການປັບປຸງໃຫ້ມີປະສິດຕິພາບ ຮອງຮັບ hardware ໃຫມ່ໆໄດ້ຫລາຍຂື້ນ ເຮັດໃຫ້ ubuntu ລ້ຳຫນ້າເກີນ ລິນຸກ ຕະກູນອື່ນ ເພີ່ມຄວາມໄວໃນການບູສ ລະບົບ ມີລະບົບປ້ອງກັນ ຮາສດີດ ຈາກແຮງກະທົບພາຍນອກ ລະບົບຈັດການຫນ່ວຍຄວາມຈຳດີຂຶ້ນ GEM ແມ່ນລຳບົບຈັດສັນຫນ່ວຍຄວາມຈຳຂອງ GPU ໃຫ້ດີຂື້ນ ຮອງຮັບລະບົບ ext4 X.Org server 1.6 [...]

ubuntu 9.10

ອີກບໍ່ດົນ Jaunty Jackalope ຫລື ubuntu 9.04 ໂຕເຕັມກໍ່ຈະອອກມາມາແລ້ວ(ທ້າຍເດືອນ4)ແລະ Mark Shuttleworth ກໍ່ບໍ່ຖ້າຫຍັງ ປະກາດແຜນ Ubuntu 9.10 ເຊີ່ງມີລະຫັດວ່າ Karmic Koala ເຊິ່ງນັກພັດທະນາວາງແຜນພັດທະນາຄວາມສາມາດຂອງ cloud ສຳຫລັບ Ubuntu Server ເພີ່ມປະສິດຕິພາບໃຫ້ຄວາມໄວການ boot ຂອງ Ubuntu Desktop ແລະພັດທະນາ distro ສຳຫລັບ netbook ຕໍ່ໄປ. Ubuntu ເປັນ distro ທີ່ອອກລຸ້ນໃຫມ່ທຸກໆ 6 ເດືອນ ເຊິ່ງ Kamic Koala ເປັນລຸ້ນຫລັງຈາກ Jaunty Jackalope (Ubuntu 9.04). ສຳຫລັບ Kamic Koala ລຸ້ນ Server Canonical ວາງແຜນພັດທະນາໃຫ້ Ubuntu Server ເປັນ [...]

Ubuntu: For Desktops, Servers, Netbooks and in the cloud