Posted on November 13th, 2008, by devsmudger
ສະບາຍດີພໍ່ແມ່ພີ່ນ້ອງທີ່ເຄົາລົບຮັກ ຕອນນີ້ທາງ laoubuntu ມີກະດານສົນທະນາ ຫລືເວບບອດ ໄວ້ໃຫ້ລົມກັນແລ້ວເອົາເປັນວ່າໃຜມີບັນຫາ ຂ້ອງໃຈຫລືຢາກຖາມຫຍັງກໍ່ເຊີນເຂົ້າໄປຖາມໄດ້ ກົດໆໆໆໆ ກົດເລີຍ ພວກເຮົາບໍ່ໄດ້ຮູ້ຫມົດທຸກຢ່າງແຕ່ສິ່ງໃດທີ່ພວກເຮົາຮູ້ເຮົາກໍ່ເອົາມາແລກປ່ຽນກັນ ດ້ວຍຮັກ ທີມງານ ລາວຢູ່ເທິງຕູ້(laoubuntu) PR: wait… I: wait… L: wait… LD: wait… I: wait… wait… C: wait… SD: wait…
Category:
Posted on November 4th, 2008, by devsmudger
ອອກມາແບບມິດໆ ສຸ້ມໆ ກັນ ກັນລາຍການ ໂທລະພາບ ອອນລາຍສາຍເລືອດ Open Source (Session U 2.0 : Outside) ກັບຕອນທີ່ວ່າ ” Build up a Fortune ” ທາງລາຍການເພິ່ນກະໄດ້ມາສຳພາດ ທີມງານ ລາວອຸບັນຕູ ຂອງພວກເຮົາ ໄປຟັງສຽງສຳພາດກັນໄດ້ເລີຍ ຂໍ້ມູນເພີ່ມເຕີມໄດ້ທີ່ http://fukduk.tv/9/029
Tags: fukduk, laozaa, training, ubuntuClub Training11
Category:
Posted on October 30th, 2008, by devsmudger
Download ສີ້ນສຸດການລໍຄອຍເມື່ອ intreped ibex 8.10 ອອກໂຕເຕັມມາແລ້ວໃນຕອນແລງຂອງມື້ນີ້ປົກກະຕິມັນບໍ່ໄດ້ອອກເທື່ອ ແຕ່ເຮົາໄປເຫັນ twitter ທີ່ au8ust ເອົາມາໂພສດ້ວຍຄວາມແຄງໃຈເລີຍເຂົ້າໄປໃນຫ້ອງ #ubuntu server freenode ສະຫລຸບແລ້ວມັນມາແລ້ວພີ່ນ້ອງຕ່າງແຕ່ວ່າໃນໄມເລີ້ທຸກໂຕຂະເຈົ້າຈະໃສ່ໄວ້ແຕ່ໄຟສຖືກເຊື່ອງໄວ້ດ້ວຍຄວາມຢາກໃຊ້ຈື່ງ ລອງ .filename ເບີ່ງອຸ່ຍ…ແມ່ນຂອງແທ້ນິນບໍ່ໄດ້ຕົວະ ສຳຫລັບໃຜຕ້ອງການໂຫລດໄດ້ທີ່ http://ie.releases.ubuntu.com/8.10/ubuntu-8.10-desktop-i386.iso ເອົາໄປທົດລອງເອີ້ຍບໍ່ແມ່ນໄປໃຊ້ກັນໄດ້ເລີຍ ແລ້ວເວລາທີ່ເປີດໂຕແທ້ຈິງແມ່ນທ່ຽງຄືນນີ້…..
Category:
Posted on October 29th, 2008, by devsmudger
Kubuntu ຄື ubuntu ອີກສາຂາຫນຶ່ງໂດຍໃຊ້KDE ເປັນຫນ້າຈໍ KDE ກໍ່ຄືອີກຫນ້າຕາຫນື່ງຂອງXdesktopໃນລີນຸກເນັ້ນຄວາມງາມແລະຄວາມທັນສະໄຫມເປັນຫລັກ ແຕ່ສຳຫລັບຄົນທີ່ມີແຣມຫນ້ອຍໆແລ້ວຄືຊິອືດຖ້າຢາກລອງ ກໍ່ຂໍແນະນຳ ໑ ກິກຂື້ນໄປເວີ່ຊັ້ນຂອງ kubuntu ກໍ່ມາຮອດ 8.10 ມາພ້ອມກັບ kde4.2ໃຜສົນໃຈຢາກລອງໃຊ້ກໍ່ສາມາດດາວໂຫລດມາລອງຫລີ້ນກັນໄດ້ http://www.kubuntu.org/ ສຳຫລັບໃຜທີ່ໃຊ້ kubuntu 8.04 ຢູ່ແລ້ວກໍ່ສາມາດອັບເກດມາເປັນ 8.10 ໄດ້ ດ້ວຍການກົດ Alt+F2 ພິມ kdesudo “adept_manager –dist-upgrade-devel” ແລ້ວກໍ່ເຮັດໄປຕາມທີ່ມັນບອກ ຖ້າໃຫ້ມັນໂຫລດຊຸດໂປຣແກຣມເພື່ອອັບເກດມາຕິດຕັ້ງເມື່ອແລ້ວກໍ່ຣີສຕາສ ກັບມາກໍ່ຈະໄດ້ Kubuntu 8.10 ລາຍລະອຽດເພີ່ມເຕີມ https://wiki.kubuntu.org/IntrepidIbex/RC/Kubuntu https://help.ubuntu.com/community/IntrepidUpgrades/Kubuntu ລາວອູບຸນຕຸ ກ້າວໄປທາງຫນ້າພ້ອມໆກັນ(ຄຸ້ນໆຄຳນິ)
Category: