Archive for the 'Apps ນ່າສົນໃຈ' Category

Script ໄວ້ໃຊ້ Twitter

ຈາກ ທີ່ ທວີສຜ່ານ command ເບີ່ງມັນຄືຊິສັບສົນແລ້ວ ບາດນິເຮົາມາເຮັດໃຫ້ມັນງ່າຍຂື້ນ ກໍ່ຄືເກົ່າຕິດຕັ້ງ “curl”

Google Chrome (Unstable) ສຳລັບ Linux ອອກມາແລ້ວ

ຫລັງຈາກທີ່ Google ໄດ້ປ່ອຍ Google Chrome, Browser ທາງເລືອກໃຫ້ແກ່ບັນດານັກທ່ອງໂລກອິນເນັດທາງຝັ່ງ Windows ແລ້ວ ມາເທື່ອນີ້ Google ໄດ້ປ່ອຍ Google Chrome 3.0.198.1 ເວີຊັ້ນສຳລັບ Linux ທີ່ຍັງເປັນລຸ້ນ Unstable ຢູ່ຕອນນີ້ ມາໃຫ້ບັນດາຜູ້ທີ່ໃຊ້ Linux ໄດ້ດາວໂຫລດໄປໃຊ້ກັນແລ້ວ ໂດຍທີ່ຜ່ານມານັ້ນຜູ້ໃຊ້ Linux ໄດ້ໃຊ້ Google Chrome ເວີ່ຊັ້ນຂອງ Windows ໂດຍຜ່ານ Wine ເຊິ່ງຈະວ່າໄປແລ້ວ ມັນກໍບໍ່ໄດ້ອັດທະລົດໃນການໃຊ້ພໍປານໃດ ເພາະຈັ່ງໃດ ມັນກໍເປັນເວີຊັ້ນສຳລັບ Windows , ພໍດີວ່າ ມື້ວານນີ້ໄດ້ເຂົ້າໄປອ່ານບົດຄວາມໃນ ubuntuclub.com ໃນຫົວຂໍ້ທີ່ວ່າ Google Chrome 3 for Ubuntu ກໍເລີຍເກີດຄວາມຕື່ນເຕັ້ນໃນໃຈຢາກຈະລອງກໍເລີຍຈັດການດາວໂຫລດມາລອງໃຊ້ເລີຍ ເປີດ terminal ຂຶ້ນມາ ໂດຍໃຊ້ຄຳສັ່ງດັ່ງນີ້

ແກ້ໄຂ XML ດ້ວຍ Amaya

Amaya ເປັນຊ້ອບແວທີ່ພັດທະນາໂດຍທີມ W3C ເຊິ່ງເປັນທັງໂປຣແກຣມແກ້ໄຂເວບແລະຄົ້ນຫາເວບໃນໂຕ ຈຸດປະສົງຂອງ W3C ຄືຕ້ອງການເຄື່ອງມືທີ່ພັດທະນາໄດ້ຕາມ technology ທີ່ W3C ກຳນົດ ຖ້າທ່ານຄິດຫາ HTML editor ແບບ Dreamweaver ລືມໄປໄດ້ເພາະ Amaya ໃຫ້ທ່ານຫລາຍກ່ວານັ້ນ ດ້ວຍຄວາມສາມາດໃນການແກ້ໄຂເອກະສານ XML, XHTML, MathML ແລະ SVG ເຮັດໃຫ້ລືມເຄື່ອງມືພັດທະນາເວບແບບເກົ່າໆໄປໄດ້ເລີຍ Amaya ຍັງສາມາດແກ້ໄຂເອກະສານໄດ້ຫລາກຫລາຍ ດ້ວຍຄວາມສາມາດທີ່ເປັນໄດ້ທັງ browser ແລະ editor, ເຮົາສາມາດຕັ້ງ Amaya ເທິງ Windows, Linux ແລະ Mac ໄດ້ເພາະມັນເປັນ ໂອ່ເພັນຊ໊ອດ ດາວໂຫລດໄດ້ທີ່ http://www.w3.org/Amaya/ ທີ່ມາ thaiopensource

ຫມົດຢຸກ Dreamweaver

Dreamweaver ຖືວ່າເປັນໂປຣແກຣມສຸດນິຍົມໂຕຫນື່ງ ບໍ່ມີນັກພັດທະນາເວບຄົນໃດບໍ່ຮູ້ຈັກ Dreamweaver ເປັນຂອງ Adobe ແລະມັນມີຫນ້າທີ່ເປັນທັງ Web Design ແລະ Web Application ແຕ່ຫາກວ່າໂປຣແກຣມດັ້ງກ່າວເປັນແບບຕ້ອງເສິຍເງິນຊື້ມາ ແລະຫາກມື້ຫນື່ງທ່ານຊອກຫາ Application ໃນການພັດທະນາ ແບບຟຣິໆ Opensource Software ກໍ່ຄືທາງອອກຂອງຄຳຕອບທ່ານເພາະມັນມີ Application IDE ອີກຫລາຍໆໂຕທີ່ເຫມາະສົມແລະສາມາດໃຊ້ແທນ Dreamweaver ໄດ້ 1. PHP Eclipse ອັນນີ້ເຫມາະກັບການສ້າງຫລືໃຊ້ກັບ ພວກ PHP Object Oriented ແຕ່ຖ້າເອົາໄປໃຊ້ກັບ Dynamic HTML ແລະ CSS ກໍ່ບໍ່ເຫມາະປານໃດ 2. Quanta Plus ໃຊ້ແທນ Dreamweaver ໄດ້ເລີຍຖ້າຫາກວ່າທ່ານໃຊ້ Dynamic HTML ເກັ່ງໂດຍບໍ່ອາໃສ Table ຜູ້ຂຽນຄິດວ່າດີກ່າວ Dreamweaver ເພາະ FTP ຄ່ອນຂ້າງດີກ່ວາ 3. [...]

Ubuntu: For Desktops, Servers, Netbooks and in the cloud