ຈັບ ubuntu ຍັດລົງ usb ດ້ວຍ usb creator
ປະຈຸບັນກະແສ netbook ກຳລັງມາແຮງໃຜບໍ່ວ່າສາວນ້ອຍສາວໃຫຍ່ເດັກເລັກເດັກກາງ ໃຜກໍ່ມີ ເນັດບຸກຫນ່ວຍນ້ອຍໆຫນ້າຮັກໆ ຖືໄປມາ…
ມັນກໍ່ດີຢູ່ການທີ່ມີເນັດບຸກແຕ່ຂໍ້ເສຍຂອງມັນມີອັນດຽວຄື ບໍ່ມີ CD/DVD rom ແຕ່ມີ port usb ສະນັ້ນເຮົາກໍ່ຍັດ ubuntu ລົງ usb ສະ
ວິທີເຮັດ
ໃນ System > Administration > Create a USB startup disk

1.ເລືອກເອົາຊ່ອງUSB ເຮົາ 2.ເລືອກເອົາຂະຫນາດ 3.ເລືອກ

ຖ້າຈັກຫນ່ອຍເມື່ອແລ້ວກໍ່ເອົາໄປໃຊ້ໄດ້ເລີຍ

ການຕິດຕັ້ງ Virtual Box + USB support on Ubuntu host / xp guest
ເນື່ອງຈາກຕົວຂ້າພະເຈົ້າເອງກໍ່ເຄີບພົບບັນຫານີ້ຄືກັນກໍເລີຍໄດ້ຄົ້ນຄວາຊອກຫາຄຳຕອບມາ ແລ້ວກໍເອົາມາຂຽນໄວ້ໃຫ້ພີ່ນ້ອງໄດ້ອ່ານນຳກັນ
ການຕິດຕັ້ງ conky ໃນ ອູບັນຕູ 8.10
ແບບວ່ານັ່ງໄປນັ່ງມາອາກາດຫນາວໆ ເລີຍມາຂຽນບົດຄວາມໃຫ້ພີ່ນ້ອງໄດ້ອ່ານກັນ
ກັບການຕິດຕັ້ງ conky ໃຫ້ກັບອູບັນຕູເຊິ່ງ conky ແມ່ນເປັນໂປຣແກຣມທີ່ສະແດງລາຍລະອຽດຂອງລະບົບໃນປະຈຸບັນອອກມາທາງຫນ້າຈໍ
ບໍ່ເວົ້າຍາວເນາະເລີ່ມກັນເລີຍ
ເປີດ terminal ຂຶ້ນມາແລ້ວພິມ
sudo apt-get install conky
ຫລັງຈາກນັ້ນລະບົບຈະທຳການດາວໂຫລດແລະຕິດຕັ້ງ conky
ຫລັງຈາກສຳເລັດແລ້ວໃຫ້ທົດລອງເປີດໂປຣແກຣມດ້ວຍຄຳສັ່ງ
$ conky
ຈະສັງເກດເຫັນວ່າຫນ້າຕາບໍ່ຄ່ອຍງາມປານໃດເນາະ
ບາດນີ້ເຣົາມາປັບແຕ່ງຫນ້າຕາມັນຈັກຫນ່ອຍກ່ອນ
ດ້ວຍຄຳສັ່ງ
talk ສຳຫລັບສົນທະນາຜ່ານ terminal
talk
ຄຳສັງທີ່ໃຊ້ລົກັນລະວ່າງຜູ້ໃຊ້ນຳກັນເທິງລະບົບ ເຊິງຜູ້ໃຊ້ທັງສອງຝ່າຍຈະຕ້ອງພິມຄຳສັ່ງ talk ເຖິງກັນກ່ອນຈື່ງຈະເລີ່ມສົນທະນາໄດ້
ຮູບແບບຂອງຄຳສັ່ງ talk user[@host] [tty]
ກໍລະນີບໍ່ລະບຸ host ໂປຣແກຣມຈະຖືວ່າຫມາຍເຖິງເຄື່ອງປະຈຸບັນ(ນອກຈາກນີ້ຢັງມີຄຳສັ່ງ ytalk ເຊິ່ງສາມາດລົມກັນໄດ້ຫລາຍກ່ອນສອງຄົນ)
ເຊິງບາງກໍລະນີອາດຕ້ອງໄດ້ລະບຸ tty ຫາກວ່າມີຜູ້ລ໋ອກອິນເຂົ້າລະບົບດ້ວຍຊື່ດຽວກັນຫລາຍກ່ອນຫນື່ງຈໍ
ຕົວຢ່າງ talk outhai@laozaa
ຖ້າລະບົບຢັງບໍ່ມີກໍ່
apt-get install talk



