Archive for the 'HOW TO' Category

ການສົ່ງຂໍ້ຄວາມ twitter ຜ່ານ command line ໃນ Linux Ubuntu

ທຸກໆມື້ນີ້ ໃນວົງການຂອງຄົນທີ່ຄຸກຄີຢູ່ກັບ internet ແລະ computer ບໍ່ມີໃຜທີ່ຈະບໍ່ຮູ້ twitter ອີກແລ້ວ ຫລື ບາງຄົນກໍ ອາດຈະຍັງບໍ່ທັນຮູ້ກັນເທື່ອ ເຊິ່ງໃນຂະນີ້ກະແສຂອງ twitter ແມ່ນມາແຮງຫລາຍ ເຊິ່ງໃຜໆກໍພາກັນມີ profile ຂອງ twitter ກັນທັງນັ້ນ ແລະ ທີມງານຢູ່ໃນເວັບແຫ່ງນີ້ຂອງພວກເຮົາກໍມີກັນຫມົດທຸກຄົນແລ້ວເຊັ່ນກັນ ເຊີ່ງ twitter ກໍເປັນຊ່ອງທາງຫນຶ່ງເຮັດໃຫ້ພວກເຮົາໄດ້ສື່ສານກັນໄດ້ທຸກໆທີ່ ທຸກໆເວລາ (ທີ່ມີອຸປະກອນ ແລະ ອິນເທີເນັດ ເຂົ້າເຖິງ) ມາໃນມື້ນີ້ ຂ້າພະເຈົ້າຈະມາແນະນຳວິທີການ tweet ຂໍ້ຄວາມ ໂດຍຜ່ານ command line ໃນ Linux Ubuntu ເຊິ່ງວິທີ ດັ່ງກ່າວນີ້ ຂ້າພະເຈົ້າກໍໄດ້ໄປເຫັນໃນລາຍການກ່ຽວກັບ Linux Ubuntu ຢູ່ລາຍການຫນຶ່ງ ຊື່ວ່າລາຍການ Session-U ຂອງທາງ fukduk tv ເຊິ່ງເປັນໂທລະພາບ ທີ່ເຜີຍແຜ່ອອກທາງອິນເທີເນັດ ເຊິ່ງວິທີດັ່ງກ່າວນີ້ ຂ້າພະເຈົ້າເຫັນວ່າ ມັນມີ [...]

ເມື່ອລືມ mysql password

ປັນຫານີ້ຄືຈະເກີດກັບຫລາຍໆທ່ານ(ໂຕເອງ)ກໍຄືມີຫລາຍຍູດເຊີ້ຫລາຍໆພາສເວີດແລ້ວລືມ(ວິນໂດ້ກໍແລ້ວໄປLINUXນີ້ຕິ) ບໍຍອມຈົດ ຂີ້ຄ້ານມັກງ່າຍວ່າຊັ້ນເທາະ ເລື່ອງມັນກໍເກີດມາຈາກລືມນີ້ແຫລະເລີຍຫາກູກໂກ້……..ຜົນທີ່ໄດ້ redhat , slackware,FreeBSD ຣ້ວຍບໍມີ Debian ເວີ້ຍຫນ້າແຖວທ້າຍໆ ເຍ້:::::::: UBUNTU DEBIAN Run ຄຳສັ່ງ reconfig mysql (ຕ້ອງເປັນ Root ) # sudo dpkg-reconfigure mysql-server-5.0 ແລ້ວກົດ Enter ຖ້າປືດຫນື່ງຈະຖາມໃຫ້ໃສ່ Password ໃຫມ່ທ່ານກໍໃສ່ Password ໃຫມ່ກົດ Enter ຈົບ ຈັກຫນ້ອຍຫນື່ງ Service ກໍຈະ Restart ໃຫ້ auto ທ່ານກໍສາມາດໃຊ້ງານຕໍໄດ້ແລ້ວ

ໃຊ້ apt-p2p ເພຶ່ອ Upgrades ຈາກ Intrepid ເປັນ Jaunty

apt-p2p ແມ່ນ p2p proxy ສຳຫລັບ apt dowloads, ຫລືເວົ້າງ່າຍໆຄືແບບໂຫລດ ບິດນັ້ນແຫລະ ພໍດີມື້ນີ້ ຊິອັບເກດ ເຊີ່ເວີ້ຈາກ 8.10 ເປັນ 9.04 ເຊິງຖ້າ ໃຊ້ HTTP download ມັນກໍ່ໄດ້ແຕ່ເຮົາຢາກໃຊ້ແບບນີ້. ຂໍ້ດີໃນການເຮັດ apt-p2p ຄືຊ່ອຍ save bandwidth, ແລະຊ່ອຍປະຫຍັດການເຮັດວຽກຂອງ cpu memory resources ຢູ່ ubuntu mirrors. ວິທີ: 1. Install apt-p2p sudo apt-get install apt-p2p 2. Prepare sources.list #Backup sources.list root@localhost:-$ sudo cp /etc/apt/sources.list /etc/apt/sources.list-apt-p2p-backup

Ubuntu 9.04 installation & review

ຫລັງຈາກທີ່ຄ່ອຍຖ້າກັນມາຫລາຍເດືອນໃນທີ່ສຸດ ubuntu 9.04 Jaunty Jackalope, ກໍໄດ້ເປີດໂຕອອກມາ. Download iso file ຂອງ ubuntu ມາແລ້ວກະ burn ໃສ່ CD/DVD ໄດ້ຕາມໃຈມັກ ຫລື ໃຜທີ່ສາມາບູດຈາກ USB Thumbdrive ໄດ້ກະແນະນຳ http://lubi.sourceforge.net/unetbootin.html ມາເລີມກັນເລີຍ, ຫນ້າຕ່າງທຳກອິດກໍທຳການເລືອກພາສາພາແລະແບບການໃຊ້ງານ ບໍ່ມີຫຍັງຕ່າງຈາກເວີຊັ້ນກ່ອນໆ ຫນຶ່ງໃນສິ່ງທີ່ຕ່າງຈາກເວີຊັ້ນກ່ອນໆແມ່ນຫນ້າ usplash ແລະຄວາມໄວ້ໃນການບູດ

Ubuntu: For Desktops, Servers, Netbooks and in the cloud