Archive for the ‘HOW TO’ Category

ການປ່ຽນໝ້າ Usplash ໃຫ້ກັບ Linux Ubuntu

Posted on March 25th, 2009, by birdflu2007.exe

ໃນບົດຄວາມນີ້ ແມ່ນຈະມາແນະນຳວິທີການປ່ຽນໝ້າ Usplash ໃຫ້ກັບ Linux Ubuntu ໃຫ້ທ່ານໆເຮົາໆທີ່ກຳລັງ ເບື່ອໝ້າ Usplash ໂຕດັ້ງເດີມທີ່ມາກັບມັນນັ້ນ ໃຫ້ມັນມີສີສັນຫລາຍກວ່າເກົ່າ ແຕ່ສຳລັບໃຜທີ່ຍັງບໍ່ຮູ້ວ່າ Usplash ມັນໜາຍເຖິງຫຍັງກັນແທ້ ສະນັ້ນຂ້າພະເຈົ້າກໍຈະເວົ້າໃຫ້ພໍເຂົ້າໃຈໄດ້ເລີຍວ່າ ໝ້າ Usplash ມັນແມ່ນໝ້າທີ່ເປັນ graphic ແບບ Pre-load ເຊິ່ງຖ້າຫາກວ່າໃຜທີ່ໃຊ້ Windows ກໍຄົງຈະຮູ້ດີວ່າມັນມີລັກສະນະແບບໃດ ນັ້ນກໍຄືເວລາເຮົາ boot ເຄື່ອງຂຶ້ນມາມັນຈະມີໝ້າ Usplash ນີ້ແຫລະຂຶ້ນມາໃຫ້ເຮົາເບິ່ງເພື່ອໃຫ້ເຮົາໄດ້ເຫັນສະຖາ ນະການ boot ເຄື່ອງຂອງມັນແທນທີ່ ທີ່ເຮົາຈະເຫັນເປັນໝ້າ console ທີ່ອາດຈະເຮັດໃຫ້ຄົນທີ່ບໍ່ມັກເບື່ອກັບມັນໄດ້ ສະນັ້ນມາເບິ່ງວິທີການປ່ຽນໝ້າ Usplash ນຳກັນເລີຍ ໝ້າ Usplash ຂອງ Ubuntu ແບບດັ້ງເດີມ ກ່ອນອື່ນໜົດເຮົາກໍໄປຫາໝ້າ Usplash ງາມໆຈາກເວັບ http://www.gnome-look.org (ສຳລັບວິທີນີ້ແມ່ນເຮົາປ່ຽນໃນ Gnome Desktop)

apt-get update ERROR “W: GPG error:”

Posted on February 9th, 2009, by os555

ມື້ເຊົ້ານີ້ພໍດີ Update Manager ເຕືອນມາວ່າມີການອັບເດດໃຫມ່ມາ ແຕ່ພໍສັ່ງອັບເດດໄປແລ້ວ ມັນກະບອກວ່າ W: GPG error: http://ppa.launchpad.net intrepid Release: The following signatures couldn’t be verified because the public key is not available: NO_PUBKEY 6B15AB91951DC1E2 ຕາຍບາດນີ້ອັບເດດບໍ່ໄດ້ ຕັດສິນໃຈຖາມ Google ເພີ່ນກະຕອບມາວ່າ ວິທີ່ແກ້ເປັນແບບນີ້ ໃນ Terminal sudo gpg –keyserver keyserver.ubuntu.com –recv ເລກຫມາຍ NO_PUBKEY ຕາມມາດ້ວຍ sudo gpg –export –armor ຫມາຍເລກ NO_PUBKEY| sudo apt-key add – ສຸດທ້າຍ ລອງສັ່ງ sudo [...]

Tags:

ດາວໂຫລດວີດີໂອ ຈາກ Youtube ດ້ວຍຄຳສັ່ງດຽວ

Posted on February 7th, 2009, by birdflu2007.exe

ສຳລັບໃຜທີ່ກຳລັງໃຊ້ Linux Ubuntu ຢູ່ຂະນະນີ້ ທີ່ມີຄວາມນິຍົມຊົມຊອບໃນການເບິ່ງວີດີໂອ ຈາກ Youtube ແລະ ວີດີໂອ ບາງໂຕອາດຈະຖືກໃຈທ່ານແລ້ວທ່ານຢາກຈະເກັບໄວ້ ຈະດາວໂຫລດຈາກ youtube ເລີຍກໍບໍ່ໄດ້ (ມີຂ່າວວ່າ youtube ກຳລັງຈະເປີດລິ້ງດາວໂຫລດແລ້ວ) ຈະດາວໂຫລດຜ່ານເວັບໃຫ້ບໍ່ລິການ ບາງຄົນກໍອາດຈະຂີ້ຄ້ານ ສະນັ້ນບໍ່ເວົ້າຫລາຍລະ ມາເບິ່ງກັນເລີຍ ຂັ້ນຕອນທຳອິດ ເປີດ Terminal ຂຶ້ນມາ ແລ້ວ sudo apt-get install youtube-dl ຈາກນັ້ນກໍປ່ອຍໃຫ້ມັນດາວໂຫລດມາ ແລ້ວລໍຖາການຕິດຕັ້ງ ເມື່ອມັນຕິດຕັ້ງແລ້ວໆ ທ່ານກໍຈະສາມາດໃຊ້ຄຳສັ່ງນີ້ youtube-dl ແລ້ວຕາມດ້ວຍ URL ວີດີໂອຈາກ youtube youtube-dl http://www.youtube.com/watch?v=cTDln2f0GvQ ຈາກນັ້ນມັນກໍຈະດາວໂຫລດວີດີມາເກັບໄວ້ໃນຄອມຂອງເຮົາ. Credit: Session-U

process ໃນ Linux

Posted on January 29th, 2009, by devsmudger

ຄວາມຫມາຍຂອງ process ງ່າຍ ໆ ກໍຄື “ໂປແກມທີ່ກຳລັງເຮັດວຽກຢູ່” ຫລືຈະອະທິບາຍໃຈຄວາມໃຫ້ເລິກລົງໄປອີກກໍຄື “ໂປແກມທີ່ກຳລັງເຮັດວຽກໃນແອດເດສ ນັ້ນ ທີ່ກິນຊັບພະຍາກອນຂອງເຄື່ອງຄືກັນ” ເອົ້າ… ອັນນີ້ອະທິບາຍແບບບໍ່ໄດ້ອ້າງອິງພາສາວິຊາການຫຍັງຫລາຍ ໃນລະບົບ multitasking ຢ່າງພວກ linux ນີ້ ໂປແກມເຮົາສາມາດສັ່ງລັນໄດ້ຫລາຍ ໆ ເທື່ອໃນເວລາດຽວກັນ ເຖິງແມ່ນຈະເປັນໂປແກມຄົນລະຕົວກໍຕາມເຖິງ ໂປແກມທີ່ລັນແຕ່ລະເທື່ອໆນັ້ນ ແມ່ນຈະເປັນຕົວດຽວກັນກໍເອີ້ນວ່າໂປເຊດ ແລະເມື່ອເບີ່ງມາຍັງລະບົບທີ່ເຮັດວຽກແບບ multiuser ຢ່າງເຊັ່ນ UNIX ຫລື Linux ນີ້ ເຮົາສາມາດເຂົ້າມາໃຊ້ງານລະບົບໄດ້ພ້ອມໆກັນຫລາຍໆຄົນບໍ່ໄດ້ລວມ XP ຫລື OS ທີ່ເຮັດວຽກແບບຄົນດຽວເດີ້ນິ ການເຮັດວຽກງານເຂົ້າມາພ້ອມໆ ກັນຫລາຍຄົນຈາກ network ເຊັ່ນ ຍິງເຂົ້າມາເພື່ອ telnet ລະບົບນັ້ນ ແລະເອີ້ນໃຊ້ໂປແກມຫລືຊັບພະຍາກອນຈາກລະບົບນັ້ນເຊັ່ນ ເຮົາຢູ່ໃນ network ທີ່ມີ UNIX ຢູ່ ເຮົາກໍ telnet ເຂົ້າມາໃຊ້ໂປແກມກວດເຊັກ email ທີ່ຢູ່ໃນ Linux ຊຶ່ງເປັນໂປແກມດຽວກັນກັບທີ່ອີກຄົນໜຶ່ງທີ່ກຳລັງ [...]

Tags: , ,