how to join domain with ubuntu

ສຳຫລັບອົງກອນໃດຫາກວ່າ ມີລະບົບ active directory ເປັນຂອງໂຕເອງແລ້ວ ຄົງຈະລີກລ່ຽງ ບໍ່ໄດ້ ຫາກເຮົາໃຊ້ ubuntu ແລ້ວບໍ່ໄປ join domain
ເພາະ policy ຕ່າງໆແມ່ນ ຖືກກຳນົດໄວ້ໃນ user ຫມົດແລ້ວ ເອົາລະມື້ນີ້ກໍ່ມີວິທີການ ງ່າຍໆ ມາບອກກັນ

ເລີ່ມເລີຍ

ທຳອິດກໍອັບເດດ source ກ່ອນ
sudo apt-get update

ຕິດຕັ້ງ package ທີ່ຕ້ອງໃຊ້
sudo apt-get install likewise-open

ເຂົ້າ domain ໂລດ
sudo domainjoin-cli join mydomainName Administrator
sudo update-rc.d likewise-open defaults
sudo /etc/init.d/likewise-open start

ເມື່ອແລ້ວໆ ກໍ່ logout ແລ້ວ login ເຂົ້າມາໃຫມ່ດ້ວຍ domain

EX: mydomainName\devsmudger

directory ທີ່ຈຳເປັນໃນລະບົບ linux / unix

ເຂົ້າເລື່ອງກັນເລີຍເນາະ

/ (root) ຄື directory ຂອງ root
/bin = ເປັນ directory ໃຊ້ເກັບຄຳສັ່ງທົ່ວໄປ ລວມທັງຄຳສັ່ງ utilities ຂອງລະບົບນຳ
/dev = ເປັນບ່ອນເກັບ device file ສຳຫລັບໄວ້ອ້າງອີງເຖິງອຸປະກອນ ໂດຍອຸປະກອນທຸກໆ ໂຕຈະມີ file ອ້າງອີງເຊັ່ນ /dev/tty1 ແປວ່າ serial port(com2)
/boot = ເປັນບ່ອນເກັບ ເຄີເນລ ແລະໄຟລ໌ທີ່ຈຳເປັນຕໍ່ການ boot ຂອງລະບົບ
/etc = ເປັນ directory ຫນື່ງທີ່ສຳຄັນຕໍ່ລະບົບ ໃຊ້ໄວ້ເກັບຄຳສັ່ງເພິ່ມເຕີມ ແລະໃຊ້ເກັບໄຟລຂໍ້ມູນປະເພດການຕັ້ງຄ່າ (configuration)
/proc = ເປັນບ່ອນເກັບ ຂໍ້ມູນໃນຕອນທີ່ໂຕປະມວນຜົນ (process) ກຳລັງເຮັດວຽກຢູ່
/home = ແມ່ນ directory ພື້ນຖານທົ່ວໄປ ຂອງ user ໃນລະບົບ
/sbin = ແມ່ນບ່ອນເກັບຄຳສັ່ງໃນການເບີ່ງແຍງລະບົບຕ່າງໆ
/tmp = ບ່ອນເກັບເອກະສານ ຫລື ໄຟລ ຊົ່ວຄາວຂອງ user ລະບົບ
/var = directory ເກັບຂໍ້ມູນທີ່ມີການປ່ຽນແປງຕະຫລອດເວລາເຊັ່ນ /var/log
/usr = ແມ່ນ directory ໃຊ້ໃນການ ຕັ້ງຄ່າລະບົບ ແລະໂປຣແກຣມສ່ວນຫລາຍຈະຖືກເກັບໄວ້ນີ້
/lib = ບ່ອນເກັບ library ແບບ dynamic ທີ່ຂຽນດ້ວຍພາສາ c ປຽບໄດ້ກັບ dll ໃນ ວິນໂດ້
/usr/bin = directory ໄວ້ເກັບຄຳສັ່ງທົ່ວໄປ
/usr/sbin = directory ໄວ້ເກັບຊຸດຄຳສັ່ງກ່ຽວກັບລະບົບ network
/lost+found = ໄວ້ເກັບກຳກ່ຽວກັບ error ຂອງ disk
/media = ຄຶືກັນກັບ /dev ແຕ່ໂຕນີ້ຈະກ່ຽວກັບອຸປະກອນ ເກັບຂໍ້ມູນ ເຊັ່ນ /media/cdrom , /media/disk1

ນັ້ນກໍ່ຄື directory ທີ່ຈຳເປັນຕ້ອງມີ ແລະຮູ້ໄວ້, ສຳຫລັບຜູ້ເບີ່ງແຍງລະບົບ ຫລືຜູ້ໃຊ້ ຖ້າຫາກຮູ້ວ່າສີ່ງທີ່ເຮົາຫາຢູ່ມັນຢູ່ໃສ ແລະຖືກຈັດການແບບໃດ ມັນກໍ່ເປັນເລື່ອງ່າຍທີ່ເຮົາຈະຊອກຫາ ແກ້ໄຂ ແລະຮັກສາ ມັນ

ໂຄງສ້າງຂອງລະບົບ unix/linux

ເກັບຕົກມາຈາກງານ release party ພໍດີມີຄົນຖາມວ່າ kernel ມັນແມ່ນຫຍັງ ເຮົາກໍ່ເວົ້າໆໄປຜ່ານໆ ເອົາເປັນວ່າມື້ນີ້ມາຊ້ຳຄືນອີກເທື່ອກໍ່ແລ້ວກັນ

ໃນລະບົບ unix / linux ນັ້ນໂດຍພື້ນຖາມມັນຈະມີຫລັກການເຮັດວຽກທີ່ຄືກັນໂດຍອາໄສ kernel ເປັນໂຕເຊື່ອມລະຫວ່າງ apps ກັບ shell ໄປຈົນຮອດ ອຸປະກອນຕ່າງໆ ແບ່ງອອກເປັນ ສີ່ ລຳດັບແບບນີ້

application
V
kernel
V
shell
V
hardware

application : ຄືສ່ວນໂປຣແກຣມຕ່າງໆ ທີ່ຜູ້ພັດທະນາຫລືຜູ້ໃຊ້ ຂຽນຂື້ນມາຫລື ຕິດຕັ້ງເພື່ອໃຊ້ງານ ກໍ່ແລ້ວແຕ່ ເຊັ່ນ pelr, php, c.. ເປັນຕົ້ນ
kernel : ຄືສ່ວນທີ່ໃຊ້ຄວບຄຸມການເຮັດວຽກຂອງລະບົບທັງຫມົດ ໂຕເຄເນລຈະຂື້ນຢູ່ກັບອຸປະກອນຂອງແຕ່ລະລຸ້ນ ເຊັ່ນ i386
shell : ຄື command interpreter ທີ່ເປັນໂຕກາງໄວ້ຖ້າຮັບຄຳສັ່ງຈາກຜູ້ໃຊ້ວຽກຜ່ານທາງ ຄີບອດແລ້ວແປຄຳສັ່ງຕ່າງໆ ໃຫ້ເປັນພາສາເຄື່ອງ ນອກຈາກນີ້ແລ້ວມັນຍັງມີຄວາມສາມາດໃນການຂຽນໂປຣແກຣມ (shell script) ເຊິ່ງກໍ່ຄືການນຳເອົາຄຳສັ່ງຕ່າງໆໃນລະບົບມາຂຽນໃຫ້ເປັນ ໂປຣແກຣມນັ້ນເອງ
hardware : ອັນນີ້ຄືຊິບໍ່ຕ້ອງອະທິບາຍຫຍັງຫລາຍ ມັນກໍ່ຄືອຸປະກອນຕ່າງໆ ທີ່ປະກອບມາເປັນຄອມພິວເຕີ ນັ້ນແຫລະ ເຊັ່ນ cpu ເປັນຕົ້ນ

ນັ້ນກໍ່ຄືໂຄງສ້າງຫລັກໆ ໃນລະບົບ linux / unix ທີ່ຕ້ອງມີເພື່ອປະກອບມາເປັນລະບົບປະຕິບັດການ

ເກັບຕົກ ງານ Ubuntu Release Party

ພາຍຫລັງທີ່ ຍືດເຍື້ອກັນມາຫລາຍອາທິດ ໃນທີ່ສຸດ ກໍຈັບຈູດກັນໄປແບບ ເຜົາຂົນ

ສຳລັບໃຜບໍ່ທັນ ກໍ ກັບໄປອ່ານກະທູ້ນີ້ໄດ້

http://laozaa.com/thread-9153-1-1.html

ເອົາເປັນວ່າ ເບິ່ງຮູບກັນໄດ້ເລີຍ

lao ubuntu cake with candle

(more…)

« Previous PageNext Page »