Script ໄວ້ໃຊ້ Twitter

ຈາກ ທີ່ ທວີສຜ່ານ command ເບີ່ງມັນຄືຊິສັບສົນແລ້ວ ບາດນິເຮົາມາເຮັດໃຫ້ມັນງ່າຍຂື້ນ
ກໍ່ຄືເກົ່າຕິດຕັ້ງ “curl”
(more…)

group install ໃນ ubuntu ແລະ fedora

ການໃຊ້ command line ໃນການຕັ້ງpackage ບໍ່ວ່າ YUM ຫລື APT ແຕ່ຫາກໃຜທີ່ບໍ່ທະຫນັດ ກໍ່ຄືຊິເຄິຍໃຊ້ synaptics ໃຜມັກໂຕໃດກໍ່ເອົາໂຕນັ້ນ ແຕ່ກັບໃຜທີ່ມັກແບບ comand ມື້ນິ້ມີວິທີຕິດຕັ້ງsoftware ແບບບໍ່ຕ້ອງຈື່ຊື່ package ແບບລະອຽດຫມົດທຸກໂຕ ເອົາງ່າຍໆເຮົາຈະຕັ້ງ DNS Server ທ່ານບ່ຈຳເປັນຕ້ອງຈື່ຊື່ package ທີ່ຕ້ອງໃຊ້ທັງຫມົດ ແຕ່ທ່ານສາມາດຕິດຕັ້ງງ່າຍໆຜ່ານເຄື່ອງມືໂຕທີ່ເຮົາກຳລັງເວົ້າເຖິງນີ້ຢູ່ ໂຕຈັດການຊຸດໂປຣແກຣມດັ່ງກ່ວາ ມີທັງ ubuntu ແລະ fedora ເຮົາມາເບີ່ງ Ubuntu ກັນກ່ອນຕົວຢ່າງງ່າຍໆເລີຍ ການເຮັດ dns server ນີ້ແຫລະ ແຕ່ຊົ່ວຊິຕິດຕັ້ງແລ້ວຕ້ອງຈື່ຫຍັງອີກສຳມະປິ ແຕ່ເຮົາມາຕັ້ງ Group Install ຜ່ານ tasksel ກັນເລີຍ

sudo tasksel install dns-server

ພຽງທໍ່ນີ້ກໍ່ຕິດຕັ້ງ DNS Server ແລ້ວໆຖ້າຢາກຣູ້ວ່າມີ tasks ຫຍັງແດ່ກໍ່ໃຊ້

sudo tasksel —list-tasks

ຫາກຄິດບໍ່ອອກວ່າຊິຕັ້ງຫຍັງກະເບີ່ງ

sudo tasksel

ໂປຣແກຣມຈະໂຊ tasks ທັງຫມົດທີ່ທ່ານມີເລືອກເອົາເລີຍ

ມາຮອດ Distro ທີ່ໃຊ້ YUM ແບບ Fedora, Centos, RedHat Enterprise… YUM ມີຄຳສັ່ງໃນການຕິດຕັ້ງແບບກຸ່ມຊຸດໂປຣແກຣມຄືກັນ

yum groupinstall “DNS Name Server”

ຫາກຕ້ອງການອັບເດດ DNS Server ໃຊ້ຄຳສັ່ງນີ້ກໍ່ໄດ້

yum groupupdate “DNS Name Server”

ເຊັ່ນດຽວກັນຫາຄິດບໍ່ອອກວ່າ Group ມັນຊື່ຫຍັງກໍ່

yum grouplist

ພຽງທໍ່ນີ້ທ່ານກໍ່ໄດ້ວິທີຕິດຕັ້ງໂປຣແກຣມຜ່ານ command ໄດ້ແລ້ວ

ຂອບໃຈແຫລ່ງທີ່ມາ ຈາກ thaiopensource.org

Free Art of Community Book For LoCo Team

ອ້າງອີງຈາກ

On 09/02/2009 09:03 PM, Thipphachanh Maniphousai wrote:
>
> Hi jono
>
> I’m laoubuntu team
>
> My name is thipphachanh Maniphousai working at millicom lao (tigolao)
>
> My team from lao (laoubuntu.com)
>
> You can see my contact as below
>
> Best regards
(more…)

ການສົ່ງຂໍ້ຄວາມ twitter ຜ່ານ command line ໃນ Linux Ubuntu

ທຸກໆມື້ນີ້ ໃນວົງການຂອງຄົນທີ່ຄຸກຄີຢູ່ກັບ internet ແລະ computer ບໍ່ມີໃຜທີ່ຈະບໍ່ຮູ້ twitter ອີກແລ້ວ ຫລື ບາງຄົນກໍ ອາດຈະຍັງບໍ່ທັນຮູ້ກັນເທື່ອ ເຊິ່ງໃນຂະນີ້ກະແສຂອງ twitter ແມ່ນມາແຮງຫລາຍ ເຊິ່ງໃຜໆກໍພາກັນມີ profile ຂອງ twitter ກັນທັງນັ້ນ ແລະ ທີມງານຢູ່ໃນເວັບແຫ່ງນີ້ຂອງພວກເຮົາກໍມີກັນຫມົດທຸກຄົນແລ້ວເຊັ່ນກັນ ເຊີ່ງ twitter ກໍເປັນຊ່ອງທາງຫນຶ່ງເຮັດໃຫ້ພວກເຮົາໄດ້ສື່ສານກັນໄດ້ທຸກໆທີ່ ທຸກໆເວລາ (ທີ່ມີອຸປະກອນ ແລະ ອິນເທີເນັດ ເຂົ້າເຖິງ) ມາໃນມື້ນີ້ ຂ້າພະເຈົ້າຈະມາແນະນຳວິທີການ tweet ຂໍ້ຄວາມ ໂດຍຜ່ານ command line ໃນ Linux Ubuntu ເຊິ່ງວິທີ ດັ່ງກ່າວນີ້ ຂ້າພະເຈົ້າກໍໄດ້ໄປເຫັນໃນລາຍການກ່ຽວກັບ Linux Ubuntu ຢູ່ລາຍການຫນຶ່ງ ຊື່ວ່າລາຍການ Session-U ຂອງທາງ fukduk tv ເຊິ່ງເປັນໂທລະພາບ ທີ່ເຜີຍແຜ່ອອກທາງອິນເທີເນັດ ເຊິ່ງວິທີດັ່ງກ່າວນີ້ ຂ້າພະເຈົ້າເຫັນວ່າ ມັນມີ ປະໂຫຍດທີ່ດີຫລາຍສຳລັບຄົນທີ່ມັກໃນການໃຊ້ command line ຂ້າພະເຈົ້າກໍເລີຍເອົາມາຂຽນເປັນບົດຄວາມໃຫ້ທຸກໆຄົນໄດ້ຮູ້ນຳກັນ ເອົາລະ ບາດນີ້ ເຮົາມາເລີ່ມກັນເລີຍ

ຂັ້ນທຳອິດກໍເປີດ terminal ຂຶ້ນມາ ແລ້ວ ພິມຄຳສັ່ງນີ້ ລົງໄປ
sudo apt-get install curl
ຫລັງຈາກກົດ enter ລະບົບກໍຈະດາວໂຫລດແພັກເກດນີ້ມັນຕິດຕັ້ງໃນເຄື່ອງຂອງເຮົາ ເມື່ອມັນຕິດຕັ້ງໂຕເອງແລ້ວໆ ເຮົາກໍມາໃຊ້ຄຳສັ່ງນີ້
curl -u user:password -d status=" " http://twitter.com/statuses/update.xml
ບ່ອນຊ່ອງຫວ່າງ ຂອງ status ນັ້ນແມ່ນໃຫ້ເຮົາພິມຂໍ້ຄວາມທີ່ເຮົາຕ້ອງການ tweet ລົງໄປ ຫລັງຈາກນັ້ນ ກໍກົດ enter
ກໍຈະເປັນແບບນີ້

ສຳລັບວິທີນີ້ມັນອາດຈະຫຍຸ້ງຍາກ ແລະ ບໍ່ສະດວກສຳລັບຄົນທີ່ບໍ່ມັກໃຊ້ command line ກັນ ເພາະກວ່າຈະ tweet ໄດ້ ເຮົາກໍຕ້ອງໄດ້ພິມກັນຍາວເລີຍ ແຕ່ກໍເປັນອີກວີທີຫນຶ່ງທີ່ຮູ້ໄວ້ກໍດີ ບໍ່ເສຍຫາຍຫຍັງ

Credit by : http://fukduk.tv/9/50

« Previous PageNext Page »