ເມື່ອ sony ໃຊ້ linux


ໃຜບໍ່ເຊື່ອກໍ່ຕ້ອງເຊື່ອງເມື່ອ Sony DSC-G3 ທີ່ມີຄວາມລະອຽດ 10 Megapixel ມີ Wi-Fi ແຕ່ໂຕກ້ອງພັດໃຊ້ Busybox Linux ທີ່ງານ Las Vegas Consumer Electronics Show Sony ເປີດໂຕກ້ອງດິຈິຕອລ Cyber-shot ລຸ້ນໃຫມ່ ລຸ້ນ DSC-G3 ມາພ້ອມກັບເລນຊູມ 4 ເທົ່າ ມີ touch display ໃຫຍ່ 3.5 ນີ້ວພ້ອມກັບຄວາມຈຳພາຍໃນໂຕເຄື່ອງ 4 GB ແລະສາມາດເພີ່ມຄວາມຈຳພາຍນອກໄດ້

ຄຸນນະສົມບັດເບີ່ງທົ່ວໆໄປແລ້ວກໍ່ຫນ້າສົນໃຈລະດັບຫນື່ງເທົ່ານັ້ນແຕ່ທີ່ຫນ້າຕື່ນເຕັ້ນໄປກ່ອນນັ້ນ ມັນຢູ່ທີ່ລະບົບທີ່ກ້ອງໃຊ້ຄື Busybox ມາພ້ອມ Linux Kernel 2.6.11 ສຳຫລັບ Access Linux Platform (ALP). APL ລຸ້ນນີ້ໃຊ້ Kernel ທີ່ມີລະຫັດວ່າ 2.6.11-alp Woozy Beaver ຫາກໃຜຮູ້ຈັກ Garnet OS ເທິງ Palm ໄດ້ Garnet OS ກໍ່ຄືຜົນງານຂອງ Access-Company ເຈົ້າດຽວກັນນີ້ເອງ ນອກຈາກ Gernet OS ແລ້ວ Access Linux Platform ຢັງໄດ້ຖືກນຳໄປໃຊ້ກັບມືຖື MID, TV Settop Box ຫລືແມ້ແຕ່ Navagator System ໃນລົດ

ນອກຈາກສິ່ງຕ່າງໆທີ່ໄດ້ພັນລະນາມາແລ້ວມັນຢັງມີ Wi-Fi ເຮັດໃຫ້ທ່ານສາມາດອັບໂຫລດຮູບພາບທີ່ທ່ານຖ່າຍຈາກທຸກຫົນແຫ່ງ ລົງສູ່ອາລະບັ້ມອອນໄລຂອງທ່ານເຊັ່ນ Picasa, Shutterfly, Photobuket ຫລືອັບ video ໄປ Youtube, Dailymotion ໄດ້ຢ່າງງ່າຍດາຍໂດຍບໍ່ຕ້ອງອາໄສອຸປະກອນອື່ນໆ ສຳຫລັບ Source Code ຂອງ Kernel, Busybox ແລະໂປຣແກຣມອື່ນໆ ທີ່ຢູ່ໃນຫ້ອງສາມາດດາວຖຫລດໄດ້ຈາກຫນ້າ Source Code Distribution Services ຂອງ Sony ໄດ້ເລີຍ

ສຳຫລັບຂໍ້ມູນເພີ່ມເຕີມ Linux Pro Magazine, DSC-G3 Cyber-shot® Digital Camera , Access Linux Platform

ທີ່ມາ : thaiopensource.org