Apr
24
Ubuntu 9.04 ອອກແລ້ວ ໃນ Code name :Jaunty Jackalope
ໃນວັນທີ່ 23 / 04 / 2009. ອຸບັນຕູ 9.04 ໄດ້ອອກມາເວີຊັ່ນເຕັມ ເພື່ອໃຫ້ພີ່ນ້ອງແຟນໆ ອຸບັນຕູໄດ້ຊື່ນຊົມກັບ ເວີຊັ່ນໃຫມ່ ເຊິ່ງໃນນີ້ທາງທີມພັດທະນາໄດ້ກ່າວວ່າ ໃນເວີຊັ່ນນີ້ໄດ້ມີການປັບປຸງລະບົບຕ່າງໃຫ້ດີຂຶ້ນຫລາຍກວ່າເກົ່າເຊັ່ນ ການບູດເຄື່ອງທີ່ໄວຂຶ້ນ ການສະຫນັບສະຫນູນຢ່າງເຕັມຮູບແບບກັບ notebook/PC ບາງຫຍີ່ຫໍ້ ປັບປຸງລະບົບການ hibernate ການສະຫລັບ 3G / Wifi ໄດ້ດີຂຶ້ນ ແລະ ສະຫນັບສະຫນູນ ບັນດາ card ຕ່າງໆໄດ້ຫລາຍຂຶ້ນ ອ່ານລາຍລະອຽດເພີ່ມເຕີມໄດ້ທີ່ http://www.ubuntu.com/products/whatisubuntu/904features ເອົາເປັນວ່າພີ່ນ້ອງທ່ານໃດຢາກລອງກໍອັບເກຣດໄດ້ເລີຍ ຫລື ທ່ານໃດຢາກຂໍແຜ່ນມາໄວ້ເປັນທີ່ລະນຶກກໍ່ສາມາດຂໍໄດ້ທີ່ https://shipit.ubuntu.com/

