ມາແປ Gnome ກັນເທາະ

ຫາກກ່າວເຖິງ Gnome ຫລາຍຄົນຄົງຈະຮູ້ຈັກ ກັນດີຢູ່ແລ້ວເນາະໂດຍສະເພາະແມ່ນຄົນທີ່ເຄຍໃຊ້ Linux
ມາກ່ອນແລ້ວແມ່ນຄົງຈະຮູ້ດີສຳລັບຜູ້ທີ່ຍັງບໍ່ຮູ້ Gnome ແມ່ນ ສະພາບແວດລ້ອມ ຫລື GUI
(Graphic User Interface)ຫນຶ່ງຂອງ Linux ທີ່ເປັນ Open Source
ແລະ ສາມາດພັດທະນາມາເປັນພາສາລາວໄດ້ ສະນັ້ນແລ້ວ ພີ່ນ້ອງຊາວລາວເຮົາທີ່ຢາກເຫັນລະບົບປະຕິບັດການທີ່ເປັນພາສາລາວ ກໍລະດົມໃຫ້ມາຊ່ວຍກັນແປຊ່ວຍກັນແລະໃນຕອນນີ້ທາງທີມ laoubuntu ກຳລັງພັດທະນາລະບົບປະຕິບັດງານ Linux
ທີ່ Based ໃນ Linux ubuntuແລະກໍ່ໃກ້ຈະສຳເລັດໃນໄວໆນີ້ແລ້ວທາງສ່ວນຊຸດໂປແກຣມແລະສ່ວນການໃຊ້ງານ
ແມ່ນແກ້ໄຂໃຫ້ເຫມາະສົມກັບຜູ້ເລີ່ມຕົ້ນກໍ່ເກືອບວ່າຈະສົມບູນແລ້ວຂາດແຕ່ສ່ວນພາສາລາວທີ່ເປັນພາສາຫລັກຂອງເຮົາ ຄິດວ່າຢາກໃຫ້ມີຫນ້າຕາອອກມາເປັນພາສາລາວເຕັມໂຕ :p
ດັ່ງນັ້ນການທີ່ເຮົາຈະເຮັດໃຫ້ມີເມນູຫລືຂໍ້ຄວາມຕ່າງໆໃນສ່ວນຂອງຊຸດໂປຣແກຣມເປັນພາສາລາວໄດ້ເຮົາກໍ່ຕ້ອງໄດ້ແປ
ເຊິ່ງວ່າຫນ້າຕາທີ່ເຮົາເຫັນໃນ ubuntu ນັ້ນແມ່ນ gnome Desktop ແລະເຮົາຈະແປສ່ວນນີ້ກ່ອນເປັນຫລັກ
ເຊິ່ງວ່າຕອນນີ້ທາງທີມຂອງພວກເຮົາແມ່ນຢັງຂາດຂາດທີມງານທີ່ຈະມາຊ່ວຍໃນການແປ
ສະນັ້ນ ທາງທີມງານຂອງພວກເຮົາເຮົາຈຶ່ງໄດ້ປະກາດຫາຜູ້ທີ່ສົນໃຈຮ່ວມອຸດົມການອັນນ້ອຍໆ
ເພື່ອສ້າງສັນໃຫ້ປະເທດຊາດໄດ້ມີລະບົບຂອງລາວເຮົາໃຊ້ເອງ
ເຊິ່ງລາຍລະອຽດມີດັ່ງນີ້
1.ໄດ້ພາສາອັງກິດ(ໄດ້ຫນ້ອຍຫນື່ງກໍ່ໄດ້ ໄດ້ຫລາຍແຫ່ງດີ ເຮົາມີ Dictionary ໃຫ້)
2. ເຄີຍໃຊ້ LINUX (ບໍ່ເຄີຍບໍ່ເປັນຫຍັງດຽວເລີ່ມນຳກັນ ຈະມີການອົບຮົມໃຫ້)
3. ມີຄວາມຮັບຜິດຊອບ
4. ຮັກທີ່ຈະເຮັດວຽກກັບ Open Source
5. ຮັກໃນງານອາສາສະຫມັກ ແລະ ຊ່ວຍເຫລືອເພື່ອນມະນຸດ ຮັກໃນການພັດທະນາແລະຫາຄວາມຮູ້ໃຫມ່ໆ
ລາຍລະອຽດກໍ່ບໍ່ມີຫຍັງຫລາຍສຳຫລັບຜູ້ທີ່ສົນໃຈຂໍພຽງຢາກເຮັດແລະຕັ້ງໃຈທີ່ຈະເຮັດ
ບໍ່ຕ້ອງກັງວົນວ່າເຮົາບໍ່ໄດ້ຫຍັງແລ້ວຈະເຮັດໄດ້ບໍ່ເຮົາຕອບເລີຍວ່າໄດ້ ບໍ່ເປັນຫຍັງ
(ບາງເທື່ອຊິລົມກັບທາງຫົວຫນ້າທີມ Os555 ວ່າເພີ່ນຊິຈັດ ອົມຮົມສະເພາະງານນີ້ໄດ້ບໍ່ [...]

ເສື້ອLaoubuntu Ver 1.0

ມາແລ້ວໆໆໆໆ ກັບເສື້ອເວີ່ຊັ້ນຈຳກັດອອກແບບແລະໄປເອົາໂດຍ Os555
ງານນີ້ຈຳກັດສະເພາະທີມງານຜູ້ກ່ຽວຂ້ອງເທົ່ານັ້ນ
ສ່ວນໃຜຢາກໄດ້ກໍ່ຕິດຕາມຕໍ່ໄປແລ້ວກັນ ດຽວມີແຈກ
ທາງຫນ້າ

ຫລັງ

ໂລໂກ້ລາວຊ້າ ແຂນເສື້ອເບື້ອງຊ້າຍ

ໂລໂກ້ດັ່ງເດີມກັບແຂນເສື້ອເບື້ອງຂວາ

ນາຍແບບໄດ້ ແອດມິນ (Os555) ມາເປັນໃຫ້

Ubuntu: For Desktops, Servers, Netbooks and in the cloud